ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 513
23 ເດືອນສິງຫາ 2025
ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບເຈດຕະນາຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງພວກເຂົາ. ສິ່ງທີ່ພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມເດັດດ່ຽວຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອງມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນຢ່າງໜັກແໜ້ນໃນຄໍາພະຍານຂອງເຈົ້າ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອທີ່ຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫາກບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ “ຄວາມເຊື່ອ” ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ. ຜູ້ຄົນຕ້ອງການຄວາມເຊື່ອໃນເວລາແຫ່ງຄວາມລຳບາກ ແລະ ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນສິ່ງທີ່ຕາມມາດ້ວຍການຫຼໍ່ຫຼອມ; ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນບໍ່ສາມາດແຍກອອກຈາກກັນໄດ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ແລະ ບໍ່ວ່າເຈົ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າສາມາດສະແຫວງຫາຊີວິດ ແລະ ສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈກ່ຽວກັບການກະທຳຂອງພຣະອົງ ແລະ ເຈົ້າສາມາດປະຕິບັດຕາມຄວາມຈິງ. ການເຮັດແບບນັ້ນຄືການມີຄວາມເຊື່ອທີ່ແທ້ຈິງ ແລະ ການເຮັດແບບນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າ. ເຈົ້າພຽງແຕ່ສາມາດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ ຖ້າເຈົ້າສາມາດຍັງຄົງສະແຫວງຫາຄວາມຈິງຜ່ານການຫຼໍ່ຫຼອມ, ຖ້າເຈົ້າສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສກ່ຽວກັບພຣະອົງ, ຖ້າບໍ່ວ່າພຣະອົງຈະກະທຳສິ່ງໃດກໍຕາມ ເຈົ້າຍັງປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຖ້າເຈົ້າສາມາດສະແຫວງຫາເຈດຕະນາຂອງພຣະອົງຢ່າງເລິກເຊິ່ງ ແລະ ຄຳນຶງເຖິງເຈດຕະນາຂອງພຣະອົງ. ໃນອະດີດ ເມື່ອພຣະເຈົ້າເວົ້າວ່າ ເຈົ້າຈະປົກຄອງເໝືອນດັ່ງກະສັດ, ເຈົ້າຮັກພຣະອົງ ແລະ ເມື່ອພຣະອົງສຳແດງຕົວພຣະອົງເອງໃຫ້ກັບເຈົ້າຢ່າງເປີດເຜີຍ, ເຈົ້າກໍສະແຫວງຫາພຣະອົງ. ແຕ່ບັດນີ້ ພຣະເຈົ້າໄດ້ລີ້ລັບ, ເຈົ້າບໍ່ສາມາດເຫັນພຣະອົງໄດ້ ແລະ ບັນຫາກໍໄດ້ມາຫາເຈົ້າ, ແລ້ວເຈົ້າບໍ່ໄດ້ສູນເສຍຄວາມຫວັງໃນພຣະເຈົ້າບໍ? ສະນັ້ນ ເຈົ້າຕ້ອງສະແຫວງຫາຊີວິດ ແລະ ສະແຫວງຫາເພື່ອຕອບສະໜອງເຈດຕະນາຂອງພຣະເຈົ້າຢູ່ຕະຫຼອດເວລາ. ສິ່ງນີ້ຈຶ່ງເອີ້ນວ່າ ຄວາມເຊື່ອທີ່ແທ້ຈິງ ແລະ ສິ່ງນີ້ຈຶ່ງເປັນຮູບແບບຂອງຄວາມຮັກທີ່ແທ້ຈິງ ແລະ ສວຍງາມທີ່ສຸດ.
ໃນອະດີດ, ທຸກຄົນຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອ ຕັ້ງຄໍາໝັ້ນສັນຍາຂອງພວກເຂົາ ແລະ ພວກເຂົາຈະເວົ້າວ່າ “ເຖິງແມ່ນວ່າຈະບໍ່ມີຜູ້ໃດຮັກພຣະເຈົ້າ, ຂ້ານ້ອຍຕ້ອງຮັກພຣະອົງ”. ແຕ່ຕອນນີ້, ການຫຼໍ່ຫຼອມໄດ້ມາຫາເຈົ້າ ແລະ ຍ້ອນສິ່ງນີ້ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍສູນເສຍຄວາມເຊື່ອໃນພຣະເຈົ້າ. ສິ່ງນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າໄດ້ອ່ານຫຼາຍຄັ້ງກ່ຽວກັບການກະທຳຂອງໂຢບ, ເຈົ້າລືມກ່ຽວກັບສິ່ງເຫຼົ່ານັ້ນແລ້ວບໍ? ຄວາມຮັກທີ່ແທ້ຈິງເທົ່ານັ້ນທີ່ສາມາດເປັນຮູບຮ່າງຈາກພາຍໃນຄວາມເຊື່ອໄດ້. ເຈົ້າພັດທະນາຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າຜ່ານການຫຼໍ່ຫຼອມທີ່ເຈົ້າໄດ້ຜ່ານ ແລະ ມັນແມ່ນຜ່ານຄວາມເຊື່ອຂອງເຈົ້າ ເຈົ້າຈຶ່ງສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າໃນປະສົບການຕົວຈິງຂອງເຈົ້າ ແລະ ມັນຍັງຜ່ານຄວາມເຊື່ອ ເຈົ້າຈຶ່ງກະບົດຕໍ່ເນື້ອໜັງຂອງເຈົ້າເອງ ແລະ ສະແຫວງຫາຊີວິດ; ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ. ຖ້າເຈົ້າເຮັດສິ່ງນີ້ ແລ້ວເຈົ້າກໍຈະສາມາດເຫັນການກະທຳຂອງພຣະເຈົ້າ, ແຕ່ຖ້າເຈົ້າຂາດຄວາມເຊື່ອ ແລ້ວເຈົ້າກໍຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າ ຫຼື ມີປະສົບການກັບພາລະກິດຂອງພຣະອົງ. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າກໍຕ້ອງມີຄວາມຈິງທຸກດ້ານ: ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມອ່ອນນ້ອມ ແລະ ຄວາມສາມາດທີ່ຈະສະແຫວງຫາຄວາມຈິງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຄວາມສາມາດໃນການຄຳນຶງເຖິງຄວາມໂສກເສົ້າ ແລະ ຄວາມພຽນພະຍາຍາມຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ມັນບໍ່ພຽງພໍທີ່ຈະອອກໄປຄົ້ນຫາຕາມທ້ອງຖະໜົນເທົ່ານັ້ນ ຫຼື ມັນບໍ່ພຽງພໍທີ່ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງພຣະອົງເອງຈາກເຈົ້າ, ເຈົ້າຕ້ອງສາມາດມີຄວາມເຊື່ອທີ່ຈະຕິດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງປ່ອຍໃຫ້ພຣະອົງປັ້ນແຕ່ງຕາມທີ່ພຣະອົງປາດຖະໜາ ແລະ ເຕັມໃຈທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງ ແທນທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຕັມໃຈອົນທົນກັບຄວາມເຈັບປວດໃນການຍອມສະຫຼະສິ່ງທີ່ເຈົ້າຮັກ ແລະ ເຕັມໃຈທີ່ຈະຮ້ອງໄຫ້ຢ່າງຂົມຂື່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ