ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 512

23 ເດືອນສິງຫາ 2025

ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ລິຮານເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມເດັດດຽວນີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍເຈດຕະນາຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ລິຮານເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບູນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ. ແມ່ນຫຍັງກັນແທ້ທີ່ບັງຄັບໃຫ້ເຈົ້າທົນທຸກ ແລະ ສະແຫວງຫາຄວາມສົມບູນໃນຕອນນີ້? ການທົນທຸກໃນປັດຈຸບັນຂອງເຈົ້າແມ່ນເຫັນແກ່ການຮັກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງແທ້ໆບໍ? ຫຼື ມັນແມ່ນເຫັນແກ່ພອນຂອງເນື້ອໜັງ, ສຳລັບຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງເຈົ້າ? ເຈດຕະນາທັງໝົດຂອງເຈົ້າ, ແຮງຈູງໃຈ ແລະ ເປົ້າໝາຍສ່ວນຕົວທີ່ເຈົ້າສະແຫວງຫາຕ້ອງຖືກແກ້ໄຂໃຫ້ຖືກຕ້ອງ ແລະ ບໍ່ສາມາດຖືກນໍາພາໂດຍຄວາມປະສົງຂອງເຈົ້າເອງ. ຖ້າຄົນໜຶ່ງສະແຫວງຫາຄວາມສົມບູນເພື່ອຮັບເອົາພອນ ແລະ ເພື່ອປົກຄອງດ້ວຍລິດອຳນາດ, ໃນຂະນະທີ່ຄົນອື່ນສະແຫວງຫາຄວາມສົມບູນເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເພື່ອເປັນພະຍານເຖິງພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະເລືອກການສະແຫວງຫາວິທີໃດຈາກສອງຢ່າງທີ່ກ່າວມາ? ຖ້າເຈົ້າເລືອກຢ່າງທຳອິດ, ແລ້ວເຈົ້າກໍຍັງຫ່າງໄກຈາກມາດຕະຖານຂອງພຣະເຈົ້າຫຼາຍ. ເຮົາໄດ້ເວົ້າຄັ້ງໜຶ່ງກ່ອນໜ້ານີ້ແລ້ວວ່າ ການກະທຳຂອງເຮົາເປັນທີ່ຮູ້ຈັກຢ່າງເປີດເຜີຍທົ່ວຈັກກະວານທັງປວງ ແລະ ເຮົາຈະປົກຄອງໃນຖານະກະສັດໃນຈັກກະວານ. ໃນອີກດ້ານໜຶ່ງ, ສິ່ງທີ່ພວກເຈົ້າໄດ້ຖືກຝາກຝັງໄວ້ແມ່ນການອອກໄປເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າ, ບໍ່ແມ່ນເປັນກະສັດ ແລະ ປາກົດຕົວຕໍ່ຈັກກະວານທັງປວງ. ໃຫ້ການກະທຳຂອງພຣະເຈົ້າເຕັມໄປທົ່ວຈັກກະວານ ແລະ ທ້ອງຟ້າ. ໃຫ້ທຸກຄົນໄດ້ເຫັນເຖິງການກະທຳເຫຼົ່ານັ້ນ ແລະ ຮັບຮູ້ພວກມັນ. ພຣະທຳເຫຼົ່ານີ້ເວົ້າກ່ຽວກັບພຣະເຈົ້າເອງ ແລະ ສິ່ງທີ່ມະນຸດຄວນເຮັດກໍຄືເປັນພະຍານໃຫ້ກັບພຣະເຈົ້າ. ໃນຕອນນີ້, ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ແມ່ນຫຍັງຄືເປົ້າໝາຍຂອງການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ? ເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຄວນພິຈາລະນາເຖິງເຈດຕະນາຂອງພຣະອົງແນວໃດ? ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ ແລະ ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າຜ່ານສິ່ງທີ່ເຈົ້າດຳລົງຊີວິດຕາມ, ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວບໍ່ມີສິ່ງໃດທີ່ຍາກເກີນໄປ. ສິ່ງທີ່ຜູ້ຄົນຕ້ອງການໃນຕອນນີ້ແມ່ນຄວາມເຊື່ອ. ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວມັນກໍງ່າຍທີ່ຈະປະຖິ້ມຄວາມຄິດລົບ, ຄວາມບໍ່ດີ້ນລົນ, ຄວາມຂີ້ຄ້ານ ແລະ ແນວຄິດທາງເນື້ອໜັງ, ປັດຊະຍາສຳລັບຄວາມສໍາພັນທາງໂລກ, ອຸປະນິໄສທີ່ກະບົດ, ຄວາມຮູ້ສຶກ ແລະ ອື່ນໆ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ