ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 506

22 ເດືອນສິງຫາ 2025

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈດຕະນາຂອງພຣະເຈົ້າສູງສົ່ງເກີນໄປ, ພວກມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ. ເມື່ອເຈົ້າຖືກຊາຕານລໍ້ລວງ, ເຈົ້າຄວນເວົ້າວ່າ “ຫົວໃຈຂອງເຮົາເປັນຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຮັບເອົາເຮົາແລ້ວ. ເຮົາບໍ່ສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເພາະເຮົາຕ້ອງອຸທິດທຸກຢ່າງຂອງເຮົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ຍິ່ງເຈົ້າເຮັດໃຫ້ພຣະເຈົ້າພໍໃຈຫຼາຍສໍ່າໃດ, ພຣະເຈົ້າຈະຍິ່ງອວຍພອນເຈົ້າຫຼາຍສໍ່ານັ້ນ ແລະ ຍິ່ງຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ; ເຈົ້າກໍຍິ່ງຈະມີຄວາມເຊື່ອ ແລະ ຄວາມເດັດດ່ຽວຫຼາຍສໍ່ານັ້ນເຊັ່ນກັນ ແລະ ຈະຮູ້ສຶກວ່າ ບໍ່ມີຫຍັງທີ່ມີຄຸນຄ່າ ຫຼື ສຳຄັນໄປກວ່າການໃຊ້ຊີວິດເພື່ອຮັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ຕາບໃດທີ່ມະນຸດຮັກພຣະເຈົ້າກໍຈະປາສະຈາກຄວາມໂສກເສົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງຂອງເຈົ້າອ່ອນແອ ແລະ ເຈົ້າເຕັມໄປດ້ວຍບັນຫາແທ້ຈິງຫຼາຍຢ່າງ, ຖ້າໃນລະຫວ່າງເວລານີ້ ເຈົ້າເພິ່ງພາພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສະບາຍໃຈຂຶ້ນໃນຈິດໃຈຂອງເຈົ້າ, ເຈົ້າຈະຮູ້ສຶກຕິດດິນ ແລະ ເຈົ້າຈະຮູ້ສຶກວ່າມີບາງສິ່ງທີ່ເພິ່ງພາໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດເອົາຊະນະສະພາບແວດລ້ອມຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະບໍ່ຕໍ່ວ່າພຣະເຈົ້າຍ້ອນຄວາມທຸກທໍລະມານໃຈທີ່ເຈົ້າໄດ້ຮັບອີກ. ກົງກັນຂ້າມ ເຈົ້າຈະຢາກຮ້ອງເພງ, ເຕັ້ນລຳ ແລະ ອະທິຖານ, ຊຸມນຸມ ແລະ ສົນທະນາ, ຄໍານຶງເຖິງພຣະເຈົ້າ ແລະ ເຈົ້າຈະຮູ້ສຶກວ່າ ທຸກຄົນ, ທຸກບັນຫາ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າທີ່ພຣະເຈົ້າຈັດຕັ້ງຂຶ້ນແມ່ນເໝາະສົມແລ້ວ. ຖ້າເຈົ້າບໍ່ຮັກພຣະເຈົ້າ, ທຸກສິ່ງທີ່ເຈົ້າເພິ່ງພາຈະເປັນຕາລຳຄານສຳລັບເຈົ້າ, ໃນສາຍຕາເຈົ້າຈະບໍ່ມີຫຍັງເປັນທີ່ພໍໃຈ; ເຈົ້າຈະບໍ່ເປັນອິດສະຫຼະໃນຈິດວິນຍານຂອງເຈົ້າ ແຕ່ຈະຖືກບີບບັງຄັບ, ຫົວໃຈຂອງເຈົ້າຈະຕໍ່ວ່າພຣະເຈົ້າຢູ່ສະເໝີ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າທົນທຸກກັບຄວາມທໍລະມານຫຼາຍຢ່າງ ແລະ ມັນບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ສະແຫວງຫາເພື່ອເຫັນແກ່ຄວາມສຸກ, ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ຖືກຊາຕານກ່າວໂທດ, ແລ້ວການສະແຫວງຫາດັ່ງກ່າວຈະສ້າງພະລັງທີ່ຍິ່ງໃຫຍ່ໃຫ້ເຈົ້າໄດ້ຮັກພຣະເຈົ້າ. ມະນຸດສາມາດປະຕິບັດທຸກສິ່ງທີ່ພຣະເຈົ້າກ່າວໄວ້ ແລະ ທຸກສິ່ງທີ່ເຂົາເຮັດກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ນີ້ແມ່ນຄວາມໝາຍຂອງການມີຄວາມຈິງ. ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນການໃຊ້ຫົວໃຈທີ່ຮັກພຣະເຈົ້າເພື່ອນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ; ບໍ່ວ່າເວລາໃດກໍຕາມ ແມ່ນແຕ່ເມື່ອຄົນອື່ນບໍ່ມີກຳລັງ ເຈົ້າກໍຈະຍັງມີຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນເຈົ້າ ແລະ ເຈົ້າຈະປາດຖະໜາ ແລະ ຄິດຮອດພຣະເຈົ້າຢູ່ສະເໝີ. ນີ້ແມ່ນວຸດທິພາວະທີ່ເປັນຈິງ. ວຸດທິພາວະຂອງເຈົ້າຈະສູງສໍ່າໃດແມ່ນຂຶ້ນກັບວ່າ ເຈົ້າມີຫົວໃຈທີ່ຮັກພຣະເຈົ້າສໍ່າໃດ, ຂຶ້ນກັບວ່າເຈົ້າສາມາດຍຶດໝັ້ນໃນເວລາທີ່ຖືກທົດສອບ ຫຼື ບໍ່, ເຈົ້າອ່ອນແອໃນເວລາທີ່ສະພາບແວດລ້ອມໃດໜຶ່ງເກີດຂຶ້ນກັບເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ ໃນເວລາທີ່ອ້າຍເອື້ອຍນ້ອງຂອງເຈົ້າປະຕິເສດເຈົ້າ ຫຼື ບໍ່; ການມາເຖິງຂອງຄວາມຈິງຕ່າງໆຈະສະແດງໃຫ້ເຫັນວ່າ ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າເປັນແນວໃດ. ສາມາດເຫັນໄດ້ຈາກພາລະກິດຫຼາຍຢ່າງຂອງພຣະເຈົ້າວ່າ ພຣະເຈົ້າແມ່ນຮັກມະນຸດແທ້ຈິງ, ເຖິງແມ່ນວ່າຕາຝ່າຍວິນຍານຂອງມະນຸດຍັງບໍ່ທັນຖືກເປີດອອກຢ່າງສົມບູນ ແລະ ເຂົາບໍ່ສາມາດເບິ່ງຜ່ານພາລະກິດຫຼາຍຢ່າງຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ ແລະ ຫຼາຍໆສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ; ມະນຸດມີຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າພຽງເລັກນ້ອຍ. ເຈົ້າເຊື່ອໃນພຣະເຈົ້າຕະຫຼອດເວລາທີ່ຜ່ານມາ ແລະ ໃນປັດຈຸບັນ ພຣະເຈົ້າໄດ້ຕັດການຫຼົບໜີທຸກຮູບແບບ. ເວົ້າຕາມຄວາມເປັນຈິງກໍຄື ເຈົ້າບໍ່ມີທາງເລືອກ ນອກຈາກຈະເລືອກເສັ້ນທາງທີ່ຖືກຕ້ອງ, ເສັ້ນທາງທີ່ຖືກຕ້ອງ ທີ່ເຈົ້າຖືກນໍາພາໂດຍການພິພາກສາທີ່ໂຫດຮ້າຍ ແລະ ຄວາມລອດພົ້ນສູງສຸດຂອງພຣະເຈົ້າ. ຫຼັງຈາກການຜະເຊີນກັບຄວາມລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງຮູ້ຈັກວ່າ ພຣະເຈົ້າເປັນຕາຮັກ. ເມື່ອໄດ້ຜະເຊີນຈົນມາຮອດປັດຈຸບັນນີ້, ສາມາດເວົ້າໄດ້ວ່າ ມະນຸດໄດ້ຮຽນຮູ້ສ່ວນໜຶ່ງຂອງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ກໍຍັງບໍ່ພຽງພໍ, ເພາະມະນຸດຂາດເຂີນຫຼາຍ. ມະນຸດຕ້ອງຜະເຊີນກັບພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າຫຼາຍຂຶ້ນ ແລະ ການຫຼໍ່ຫຼອມທຸກຢ່າງຈາກການທົນທຸກທີ່ຈັດແຈງໂດຍພຣະເຈົ້າຫຼາຍຂຶ້ນ. ມີແຕ່ເມື່ອນັ້ນ ຊີວິດ-ອຸປະນິໄສຂອງມະນຸດຈຶ່ງຈະສາມາດໄດ້ຮັບການປ່ຽນແປງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ