ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 503
21 ສິງຫາ 2025
ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ຜູ້ຄົນກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້, ເພື່ອຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວເຈດຕະນາຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ ມີກາລະເທສະ, ສາມາດອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າເມື່ອມີຫຍັງເກີດຂຶ້ນກັບເຈົ້າ ແລະ ເຈົ້າໃຈເຢັນ ແລະ ສະຫງົບບໍ່ວ່າເຈົ້າກຳລັງຮັບມືກັບຫຍັງກໍຕາມ. ຄົນປະເພດນີ້ໄດ້ເຫັນຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນຍັງໜຸ່ມຢູ່ ແຕ່ພວກເຂົາປະພຶດຕົວຄືກັບຄົນທີ່ຢູ່ໃນໄວກາງຄົນ; ພວກເຂົາເປັນຜູ້ໃຫຍ່, ມີຄວາມຈິງ ແລະ ຖືກຄົນອື່ນເຄົາລົບ ແລະ ນີ້ແມ່ນຄົນທີ່ມີຄຳພະຍານ ແລະ ເປັນການສະແດງອອກຂອງພຣະເຈົ້າ. ໝາຍຄວາມວ່າ ເມື່ອພວກເຂົາມີປະສົບການໃນຈຸດໃດໜຶ່ງ ພວກເຂົາຈະມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ຂ້າງໃນ ແລະ ອຸປະນິໄສພາຍນອກຂອງພວກເຂົາກໍຈະສະໝໍ່າສະເໝີເຊັ່ນດຽວກັນ. ຫຼາຍຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ຍຶດໝັ້ນໃນຄຳພະຍານຂອງພວກເຂົາ. ບໍ່ມີຄວາມຮັກຕໍ່ພຣະເຈົ້າໃນຄົນປະເພດນີ້ ຫຼື ບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າກຽດຊັງທີ່ສຸດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າໃນການຊຸມນຸມ ແຕ່ສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ ແລະ ນີ້ຄືການບໍ່ໃຫ້ກຽດພຣະເຈົ້າ, ການປະນາມພຣະເຈົ້າ ແລະ ການໝິ່ນປະໝາດພຣະເຈົ້າ. ໃນຜູ້ຄົນດັ່ງກ່າວ, ບໍ່ມີສັນຍານແຫ່ງຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດເລີຍ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງຜູ້ຄົນຈຶ່ງເປັນຕົວແທນໃຫ້ແກ່ຊາຕານ. ບໍ່ມີໝາຍສຳຄັນແຫ່ງຄວາມຮັກຂອງພຣະເຈົ້າໃນຄົນປະເພດນີ້; ທຸກສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ. ຖ້າຫົວໃຈຂອງເຈົ້າມີຄວາມສະຫງົບສຸກຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ເຈົ້າໃຫ້ຄວາມໃສ່ໃຈກັບຜູ້ຄົນ ແລະ ສິ່ງທີ່ຢູ່ອ້ອມຂ້າງຕົວເຈົ້າ ແລະ ສິ່ງທີ່ກຳລັງເກີດຂຶ້ນອ້ອມຂ້າງຕົວເຈົ້າ ແລະ ຖ້າເຈົ້າສົນໃຈກັບພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າຢູ່ຕະຫຼອດເວລາ ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສະຫວ່າງຂຶ້ນເລື້ອຍໆຢູ່ພາຍໃນ. ໃນຄຣິດສະຕະຈັກທີ່ມີ “ຜູ້ຄວບຄຸມດູແລ”: ພວກເຂົາມີຈຸດປະສົງຄອຍເບິ່ງຄວາມລົ້ມເຫຼວຂອງຄົນອື່ນ ແລ້ວກໍຮຽນແບບ ແລະ ເຮັດຄືກັບພວກເຂົາ. ພວກເຂົາບໍ່ສາມາດຈໍາແນກຄວາມແຕກຕ່າງໄດ້, ພວກເຂົາບໍ່ກຽດຊັງຄວາມບາບ ແລະ ບໍ່ລັງກຽດ ຫຼື ຮູ້ສຶກເບື່ອໜ່າຍໃນສິ່ງຕ່າງໆຂອງຊາຕານ. ຄົນປະເພດດັ່ງກ່າວເຕັມໄປດ້ວຍສິ່ງຕ່າງໆຂອງຊາຕານ ແລະ ພວກເຂົາຈະຖືກພຣະເຈົ້າປະຖິ້ມຢ່າງສິ້ນເຊີງໄປໃນທີ່ສຸດ. ຫົວໃຈຂອງເຈົ້າຄວນສະແດງຄວາມຢໍາເກງຕໍ່ໜ້າພຣະເຈົ້າສະເໝີ, ເຈົ້າຄວນຫຼຸດຜ່ອນຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ບໍ່ປາຖະໜາທີ່ຈະຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເສຍໃຈຈັກເທື່ອ. ເຈົ້າບໍ່ຄວນເຕັມໃຈທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້ານັ້ນເສຍລ້າ ຫຼື ເຮັດໃຫ້ຄວາມລຳບາກທຸກຢ່າງທີ່ເຈົ້າໄດ້ອົດທົນມາ ແລະ ທຸກສິ່ງທີ່ເຈົ້າໄດ້ນໍາເຂົ້າສູ່ການປະຕິບັດນັ້ນລົ້ມເຫຼວ. ເຈົ້າຕ້ອງເຕັມໃຈທີ່ຈະປະຕິບັດພາລະກິດໜັກຂຶ້ນ ແລະ ຮັກພຣະເຈົ້າຫຼາຍຂຶ້ນໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ນີ້ແມ່ນຄົນທີ່ມີນິມິດເປັນພື້ນຖານຂອງພວກເຂົາ. ນີ້ແມ່ນຄົນທີ່ສະແຫວງຫາຄວາມກ້າວໜ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ