ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 500

22 ເດືອນສິງຫາ 2025

ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດໃນການປະຕິບັດຕົວຈິງຂອງເຂົາ ແລະ ເຂົາຈະສາມາດໄດ້ຮັບແສງສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ມະນຸດຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະອົງເປັນຕາຮັກໂດຍພິເສດ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອຕັ້ງໃຈເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ເຊິ່ງທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອເຮັດໃຫ້ຜູ້ຄົນປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນມະນຸດທີ່ບໍ່ສາມາດເປັນທີ່ພໍໃຈຕາມເຈດຕະນາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ; ພຣະອົງສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເພື່ອຜູ້ຄົນໄດ້ມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້ ໂດຍໃຊ້ພຣະທຳຫຼາຍຂໍ້ຂອງພຣະເຈົ້າ. ໝາຍຄວາມວ່າ ເຈົ້າຕ້ອງມີພຣະທຳຂອງພຣະເຈົ້າເພື່ອທີ່ຈະລົງເລິກສູ່ຄວາມເປັນຈິງ; ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປາສະຈາກພາລະກິດຂອງພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມີເສັ້ນທາງໃນຊີວິດທີ່ແທ້ຈິງ. ຖ້າເຈົ້າບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສັບສົນເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ. ເຈົ້າພຽງແຕ່ຮູ້ຈັກວ່າ ເຈົ້າຄວນຮັກພຣະເຈົ້າ ແຕ່ເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງຫຍັງເລີຍ ແລະ ບໍ່ມີເສັ້ນທາງສູ່ການປະຕິບັດ; ເຈົ້າສັບສົນ ແລະ ວຸ້ນວາຍ ແລະ ບາງເທື່ອ ເຈົ້າຍິ່ງເຊື່ອວ່າ ການເຮັດໃຫ້ເນື້ອໜັງພໍໃຈນັ້ນ ເຈົ້າກຳລັງເຮັດໃຫ້ພຣະເຈົ້າພໍໃຈ, ທຸກສິ່ງນີ້ຄືຜົນຕາມມາຂອງການບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ໝາຍຄວາມວ່າ ຖ້າເຈົ້າປາສະຈາກຄວາມຊ່ວຍເຫຼືອຈາກພຣະທຳຂອງພຣະເຈົ້າ ແລະ ງົມຫາພາຍໃນຄວາມເປັນຈິງ ແລ້ວເຈົ້າກໍບໍ່ສາມາດພົບເສັ້ນທາງສູ່ການປະຕິບັດຢ່າງແທ້ຈິງ. ຜູ້ຄົນປະເພດນີ້ບໍ່ເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າຫຍັງກັນແທ້ ຢ່າວ່າແຕ່ພວກເຂົາເຂົ້າໃຈວ່າ ການຮັກພຣະເຈົ້າໝາຍຄວາມວ່າຫຍັງເລີຍ. ຖ້າເຈົ້າອະທິຖານ, ຄົ້ນຫາ ແລະ ສະແຫວງຫາເລື້ອຍໆໂດຍນໍາໃຊ້ແສງສະຫວ່າງ ແລະ ການນໍາພາແຫ່ງພຣະທຳຂອງພຣະເຈົ້າ ແລະ ຜ່ານສິ່ງນີ້ ເຈົ້າຄົ້ນພົບວ່າ ເຈົ້າຄວນນໍາເຂົ້າສູ່ການປະຕິບັດຕົວຈິງ, ຊອກຫາໂອກາດສຳລັບພາລະກິດຂອງພຣະວິນຍານບໍລິສຸດ, ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສັບສົນ ແລະ ວຸ້ນວາຍ, ແລ້ວເຈົ້າກໍຈະມີເສັ້ນທາງໃນຊີວິດ ແລະ ຈະເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ. ເມື່ອເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ກໍຈະເກີດມີການນຳພາຂອງພຣະເຈົ້າພາຍໃນຕົວເຈົ້າ ແລະ ເຈົ້າຈະໄດ້ຮັບການອວຍພອນເປັນພິເສດຈາກພຣະເຈົ້າ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກມີຄວາມສຸກ ນັ້ນກໍຄື ເຈົ້າຈະຮູ້ສຶກມີກຽດເປັນພິເສດທີ່ເຈົ້າເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຈະຮູ້ສຶກເບີກບານຢູ່ພາຍໃນ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຊັດເຈນ ແລະ ສະຫງົບສຸກ. ຄວາມສຳນຶກຂອງເຈົ້າຈະໄດ້ຮັບການປອບໃຈ ແລະ ປາສະຈາກຄຳກ່າວຫາໃດໆ ແລະ ເຈົ້າຈະຮູ້ສຶກສະບາຍໃຈໃນຂ້າງໃນເມື່ອເວລາທີ່ເຈົ້າເຫັນອ້າຍເອື້ອຍນ້ອງຂອງເຈົ້າ. ນີ້ຄືຄວາມໝາຍຂອງການຮັບຄວາມຮັກຈາກພຣະເຈົ້າ ແລະ ມີພຽງແຕ່ສິ່ງນີ້ເທົ່ານັ້ນຄືການຮັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນທີ່ຮັບເອົາຄວາມຮັກຂອງພຣະເຈົ້າແມ່ນໄດ້ຮັບຜ່ານປະສົບການ ນັ້ນກໍຄື ໄດ້ຜະເຊີນກັບຄວາມລຳບາກ ແລະ ມີປະສົບການກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາຈຶ່ງໄດ້ຮັບການອວຍພອນຈາກພຣະເຈົ້າ. ຖ້າເຈົ້າພຽງແຕ່ກ່າວວ່າ ພຣະເຈົ້າຮັກເຈົ້າຢ່າງແທ້ຈິງ, ພຣະເຈົ້າໄດ້ຈ່າຍດ້ວຍລາຄາທີ່ໃຫຍ່ຫຼວງຢ່າງແທ້ຈິງເພື່ອຜົນປະໂຫຍດຂອງຜູ້ຄົນ, ພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ຢ່າງອົດທົນ ແລະ ຈິງໃຈ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຢູ່ສະເໝີ, ການທີ່ເຈົ້າເວົ້າເຖິງພຣະທຳເຫຼົ່ານີ້ກໍເປັນພຽງດ້ານໜຶ່ງໃນການຮັບເອົາພຣະເຈົ້າ. ແຕ່ການຮັບທີ່ຍິ່ງໃຫຍ່ກວ່ານັ້ນ ນັ້ນກໍຄື ການຮັບທີ່ແທ້ຈິງແມ່ນເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດຈິງຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາແມ່ນສະຫງົບສຸກ ແລະ ຊັດເຈນໃນຫົວໃຈຂອງພວກເຂົາ. ພວກເຂົາຮູ້ສຶກຊື່ນຊົມຢ່າງໃຫຍ່ຫຼວງ ແລະ ຮູ້ສຶກວ່າ ພຣະເຈົ້າເປັນຕາຮັກທີ່ສຸດ. ເຈົ້າຈະຮູ້ສຶກວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນຍຸຕິທໍາຫຼາຍ. ເມື່ອໄດ້ອົດທົນຢ່າງໃຫຍ່ຫຼວງໃນຄວາມພະຍາຍາມຂອງເຈົ້າ ເຈົ້າຈະເບີກບານເປັນພິເສດໃນຂ້າງໃນ ນັ້ນກໍຄື ເຈົ້າຈະຮູ້ສຶກວ່າ ເຈົ້າກຳລັງໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະເຂົ້າໃຈວ່າ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນຜູ້ຄົນ, ການຫຼໍ່ຫຼອມຜູ້ຄົນຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ພວກເຂົາບໍລິສຸດ ແລະ ພຣະເຈົ້າທົດລອງຜູ້ຄົນເພື່ອທົດສອບວ່າ ພວກເຂົາຮັກພຣະອົງຢ່າງແທ້ຈິງ ຫຼື ບໍ່. ຖ້າເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງເປັນປະຈຳ ແລ້ວເຈົ້າກໍຈະພັດທະນາຄວາມຮູ້ທີ່ຊັດເຈນເທື່ອລະໜ້ອຍກ່ຽວກັບພາລະກິດສ່ວນຫຼາຍຂອງພຣະເຈົ້າ ແລະ ໃນເວລານັ້ນ ເຈົ້າຈະຮູ້ສຶກວ່າ ພຣະທຳຂອງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າໃສຄືກັບແກ້ວຜະລຶກ. ຖ້າເຈົ້າສາມາດເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຊັດເຈນ ເຈົ້າຈະຮູ້ສຶກວ່າ ບັນຫາທຸກຢ່າງແມ່ນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດ, ເຈົ້າສາມາດເອົາຊະນະທຸກບັນຫາໄດ້ ແລະ ເອົາຊະນະການທົດລອງໃດໆກໍໄດ້ ແລະ ເຈົ້າຈະບໍ່ເຫັນຫຍັງເປັນບັນຫາສຳລັບເຈົ້າເລີຍ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກຢ່າງຍິ່ງວ່າເປັນອິດສະຫຼະ ແລະ ເຈົ້າຖືກປົດປ່ອຍ. ໃນຊ່ວງເວລານີ້ ເຈົ້າຈະຮັບຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າກໍຈະມາຫາເຈົ້າ. ພຣະເຈົ້າອວຍພອນຄົນທີ່ມີນິມິດ, ຄົນທີ່ມີຄວາມຈິງ, ຄົນທີ່ມີຄວາມຮູ້ ແລະ ຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າຜູ້ຄົນປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ, ພວກເຂົາຕ້ອງນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດທີ່ແທ້ຈິງ, ພວກເຂົາຕ້ອງເຕັມໃຈທີ່ຈະອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າຈະມີນໍ້າຕາໃນດວງຕາຂອງພວກເຂົາ ພວກເຂົາຍັງຕ້ອງສາມາດເປັນທີ່ພໍໃຈໃນຫົວໃຈຂອງພຣະເຈົ້າໄດ້. ດ້ວຍວິທີນີ້ ພຣະເຈົ້າຈະອວຍພອນເຈົ້າຢ່າງແນ່ນອນ ແລະ ຖ້າເຈົ້າອົດທົນຕໍ່ຄວາມລໍາບາກແບບນີ້, ພາລະກິດຂອງພຣະວິນຍານບໍລິສຸດກໍຈະຕາມມາ. ຜ່ານຊີວິດທີ່ແທ້ຈິງ ແລະ ຜ່ານການມີປະສົບການກັບພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຽງແຕ່ເມື່ອພວກເຂົາໄດ້ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າ ພວກເຂົາຈຶ່ງຈະຮັກພຣະອົງຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ