ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 493
25 ກໍລະກົດ 2025
ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ, ນີ້ແມ່ນບາດກ້າວທຳອິດຂອງຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການຮັກພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດຫັນຫົວໃຈຂອງເຈົ້າເຂົ້າຫາພຣະອົງ. ແມ່ນຫຍັງຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ? ມັນແມ່ນເມື່ອທຸກສິ່ງທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້ານັ້ນ ເປັນການສະແຫວງຫາເພື່ອເຫັນແກ່ການຮັກ ແລະ ການຮັບເອົາພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າຢ່າງສົມບູນ. ນອກຈາກພຣະເຈົ້າ ແລະ ພຣະທຳຂອງພຣະອົງແລ້ວ, ເກືອບຈະບໍ່ມີຫຍັງເລີຍໃນຫົວໃຈຂອງເຈົ້າ (ຄອບຄົວ, ຄວາມຮັ່ງມີ, ສາມີ, ພັນລະຍາ, ລູກ ຫຼື ສິ່ງອື່ນໆ). ເຖິງແມ່ນຈະມີ, ສິ່ງດັ່ງກ່າວກໍບໍ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ຄິດເຖິງຄວາມຫວັງໃນອະນາຄົດຂອງເຈົ້າ ແຕ່ສະແຫວງຫາເພື່ອຮັກພຣະເຈົ້າເທົ່ານັ້ນ. ໃນເວລານັ້ນ ເຈົ້າຈະຫັນຫົວໃຈຂອງເຈົ້າທັງໝົດເຂົ້າຫາພຣະເຈົ້າໄດ້ຢ່າງສົມບູນ. ສົມມຸດວ່າ ເຈົ້າກຳລັງວາງແຜນຢູ່ໃນໃຈເພື່ອຕົວເຈົ້າເອງ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຈົ້າຕະຫຼອດ ໂດຍຄິດຢູ່ສະເໝີວ່າ “ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ຮຽກຮ້ອງຫາພຣະເຈົ້າ? ເມື່ອໃດຄອບຄົວຂອງຂ້ານ້ອຍຈຶ່ງຈະຮັ່ງມີ? ຂ້ານ້ອຍຈະສາມາດມີເຄື່ອງນຸ່ງທີ່ດີໄດ້ແນວໃດ? ...” ຖ້າເຈົ້າດຳລົງຊີວິດໃນສະພາບແບບນັ້ນ ມັນກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນເທື່ອ. ຖ້າເຈົ້າມີແຕ່ພຣະທຳຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຢູ່ຕະຫຼອດເວລາ ຄືກັບວ່າພຣະອົງໃກ້ຊິດກັບເຈົ້າຫຼາຍ, ຄືກັບວ່າພຣະເຈົ້າສະຖິດຢູ່ພາຍໃນເຈົ້າ ແລະ ເຈົ້າຢູ່ພາຍໃນພຣະອົງ, ຖ້າເຈົ້າຢູ່ພາຍໃນສະພາບແບບນັ້ນ, ນັ້ນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າໄດ້ຢູ່ຕໍ່ໜ້າພຣະເຈົ້າແລ້ວ. ຖ້າເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ຄິດເຖິງພາລະກິດໃນຄຣິສຕະຈັກຢູ່ສະເໝີ ແລະ ຖ້າເຈົ້າຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ໃຊ້ຫົວໃຈຂອງເຈົ້າເພື່ອຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ຫົວໃຈຂອງພຣະອົງພໍໃຈ, ແລ້ວຫົວໃຈຂອງເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າເຈົ້າມີຫຼາຍສິ່ງຫຼາຍຢ່າງຢູ່ໃນຫົວໃຈ, ກໍແປວ່າຍັງຖືກຊາຕານຄອບຄອງຢູ່ ແລະ ມັນກໍຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ. ເມື່ອຫົວໃຈຂອງຄົນໆໜຶ່ງໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມຮັກທີ່ແທ້ຈິງ, ເປັນຄວາມຮັກແບບທໍາມະຊາດສໍາລັບພຣະອົງ ແລະ ພວກເຂົາກໍຈະສາມາດພິຈາລະນາພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນພວກເຂົາຍັງມີສະພາບທີ່ໂງ່ຈ້າ ແລະ ໄຮ້ສາລະ, ພວກເຂົາກໍຈະສາມາດພິຈາລະນາເຖິງຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າໄດ້, ຄໍານຶງເຖິງພາລະກິດຂອງພຣະອົງ ແລະ ການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ຫົວໃຈຂອງພວກເຂົາຈະຢູ່ໃນບ່ອນທີ່ຖືກຕ້ອງ. ບາງຄົນກໍອ້າງສະເໝີວ່າ ທຸກສິ່ງທີ່ພວກເຂົາກະທໍາແມ່ນເພື່ອຄຣິສຕະຈັກຕະຫຼອດ ເມື່ອໃນຄວາມຈິງກໍຄື ພວກເຂົາເຮັດພາລະກິດເພື່ອຜົນປະໂຫຍດຂອງພວກເຂົາເອງ. ຄົນປະເພດນີ້ບໍ່ມີແຮງຈູງໃຈທີ່ຖືກຕ້ອງ. ພວກເຂົາບໍ່ຊື່ສັດ ແລະ ເປັນຄົນຫຼອກລວງ ແລະ ສ່ວນໃຫຍ່ທີ່ພວກເຂົາເຮັດ ກໍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ. ຄົນປະເພດນີ້ບໍ່ສະແຫວງຫາເພື່ອຮັກພຣະເຈົ້າ; ຫົວໃຈຂອງເຂົາຍັງເປັນຂອງຊາຕານ ແລະ ບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້. ດັ່ງນັ້ນ ພຣະເຈົ້າບໍ່ມີທາງຮັບເອົາຄົນປະເພດນີ້.
ຖ້າເຈົ້າຫວັງທີ່ຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ຖືກຮັບໂດຍພຣະອົງ, ບາດກ້າວທຳອິດແມ່ນຫັນຫົວໃຈຂອງເຈົ້າໄປເຂົ້າຫາພຣະເຈົ້າຢ່າງສົມບູນ. ທຸກສິ່ງທີ່ເຈົ້າເຮັດ, ຈົ່ງຄົ້ນຫາຕົນເອງ ແລະ ຖາມວ່າ “ຂ້ານ້ອຍກຳລັງເຮັດສິ່ງນີ້ໂດຍອີງຕາມຫົວໃຈທີ່ຮັກພຣະເຈົ້າຢູ່ບໍ? ມີເຈດຕະນາສ່ວນຕົວໃນສິ່ງນີ້ບໍ? ແມ່ນຫຍັງຄືເປົ້າໝາຍຕົວຈິງຂອງຂ້ານ້ອຍໃນການເຮັດສິ່ງນີ້?” ຖ້າເຈົ້າຕ້ອງການມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເອົາຊະນະຫົວໃຈຂອງເຈົ້າເອງ, ປະຖິ້ມເຈດຕະນາທັງໝົດຂອງເຈົ້າ ແລະ ບັນລຸທຸກສິ່ງເພື່ອພຣະເຈົ້າໂດຍສົມບູນ. ນີ້ແມ່ນເສັ້ນທາງສູ່ການປະຕິບັດເພື່ອມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ການເອົາຊະນະຫົວໃຈຂອງບຸກຄົນໃດໜຶ່ງໝາຍເຖິງຫຍັງ? ມັນແມ່ນການປະຖິ້ມຄວາມປາຖະໜາທີ່ເກີນຂອບເຂດຂອງເນື້ອໜັງຂອງບຸກຄົນນັ້ນ, ບໍ່ປາຖະໜາໄດ້ຮັບຄວາມສະບາຍ ຫຼື ຜົນປະໂຫຍດທາງດ້ານຖານະ. ມັນແມ່ນການເຮັດທຸກຢ່າງ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ການເຮັດໃຫ້ຈິດໃຈຂອງຄົນໜຶ່ງເຕັມລົ້ນໄປດ້ວຍພຣະອົງ ບໍ່ແມ່ນເພື່ອຕົວເອງ. ນີ້ແມ່ນພຽງພໍແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ