ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 492
24 ເດືອນກໍລະກົດ 2025
ຜູ້ຄົນຈະບໍ່ສາມາດ ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ຖ້າພວກເຂົາຟັງຄວາມຮູ້ສຶກແຫ່ງຈິດສຳນຶກຂອງພວກເຂົາເທົ່ານັ້ນ, ຖ້າພວກເຂົາພຽງແຕ່ອາໄສຄວາມສຳນຶກຂອງພວກເຂົາຢ່າງດຽວ, ຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້າກໍຈະບໍ່ໜັກແໜ້ນ. ຖ້າເຈົ້າພຽງແຕ່ເວົ້າເຖິງການຕອບແທນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ເຈົ້າຈະບໍ່ມີການຜັກດັນໃດໆເລີຍໃນຄວາມຮັກຂອງເຈົ້າສຳລັບພຣະອົງ; ການຮັກພຣະອົງທີ່ອີງຕາມຄວາມຮູ້ສຶກຈາກຈິດສຳນຶກຂອງເຈົ້າແມ່ນວິທີການທີ່ບໍ່ດີ້ນຮົນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ມັນເປັນວິທີການທີ່ບໍ່ດີ້ນຮົນ? ນີ້ຄືບັນຫາທີ່ອີງຕາມຄວາມເປັນຈິງ. ຄວາມຮັກຂອງພວກເຈົ້າສໍາລັບພຣະເຈົ້າແມ່ນປະເພດໃດ? ມັນບໍ່ແມ່ນການພະຍາຍາມຫຼອກລວງພຣະເຈົ້າ ແລະ ທຳທ່າເຮັດເພື່ອພຣະອົງບໍ? ຫຼາຍຄົນເຊື່ອວ່າ ເມື່ອມັນບໍ່ມີລາງວັນສຳລັບການຮັກພຣະເຈົ້າ ແລະ ທຸກຄົນຈະຖືກຕີສອນຄືກັນໝົດຖ້າບໍ່ຮັກພຣະອົງ, ສະນັ້ນ ໂດຍລວມແລ້ວ ພຽງແຕ່ບໍ່ເຮັດບາບກໍດີພໍແລ້ວ. ດ້ວຍເຫດນັ້ນ ການຮັກພຣະເຈົ້າ ແລະ ການຕອບແທນຄວາມຮັກຂອງພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງຄົນໆໜຶ່ງ ຈຶ່ງເປັນວິທີການທີ່ບໍ່ດີ້ນຮົນ ແລະ ມັນບໍ່ແມ່ນຄວາມຮັກສຳລັບພຣະເຈົ້າທີ່ມາຈາກຫົວໃຈດ້ວຍທໍາມະຊາດ. ຄວາມຮັກສຳລັບພຣະເຈົ້າຄວນເປັນຄວາມຮູ້ສຶກທີ່ແທ້ຈິງຈາກສ່ວນເລິກໃນຫົວໃຈຂອງບຸກຄົນໜຶ່ງ. ບາງຄົນເວົ້າວ່າ “ຂ້ານ້ອຍເອງເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ ແລະ ຕິດຕາມພຣະອົງ. ບັດນີ້ ເຖິງແມ່ນວ່າ ພຣະເຈົ້າຕ້ອງການປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຍັງຈະຕ້ອງຕິດຕາມພຣະອົງ. ບໍ່ວ່າພຣະອົງຕ້ອງການຂ້ານ້ອຍ ຫຼື ບໍ່, ຂ້ານ້ອຍກໍຈະຍັງຮັກພຣະອົງ ແລະ ໃນທີ່ສຸດແລ້ວ ຂ້ານ້ອຍຕ້ອງຮັບເອົາພຣະອົງ. ຂ້ານ້ອຍຖວາຍຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າ ແລະ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ຂ້ານ້ອຍຈະຕິດຕາມພຣະອົງຕະຫຼອດຊົ່ວຊີວິດຂອງຂ້ານ້ອຍ. ບໍ່ວ່າຫຍັງກໍຕາມ, ຂ້ານ້ອຍຕ້ອງຮັກພຣະເຈົ້າ ແລະ ຂ້ານ້ອຍຕ້ອງຮັບເອົາພຣະອົງ; ຂ້ານ້ອຍຈະບໍ່ຍອມພັກເຊົາຈົນກວ່າຂ້ານ້ອຍໄດ້ຮັບເອົາພຣະອົງ”. ເຈົ້າມີຄວາມປະສົງແບບນີ້ແມ່ນບໍ?
ເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າແມ່ນເສັ້ນທາງດຽວ ແລະ ຄືກັນກັບເສັ້ນທາງແຫ່ງການຮັກພຣະອົງ. ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າຕ້ອງຮັກພຣະອົງ; ເຖິງຢ່າງໃດກໍຕາມ ການຮັກພຣະອົງບໍ່ພຽງແຕ່ໝາຍເຖິງການຕອບແທນຄວາມຮັກຂອງພຣະອົງ ຫຼື ການຮັກພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງເຈົ້າເທົ່ານັ້ນ, ມັນເປັນຄວາມຮັກທີ່ບໍລິສຸດສຳລັບພຣະເຈົ້າ. ບາງຄັ້ງ ຜູ້ຄົນບໍ່ສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ອີງຕາມຄວາມສຳນຶກຂອງພວກເຂົາ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ “ຂໍໃຫ້ພຣະວິນຍານຂອງພຣະເຈົ້າດົນບັນດານຈິດໃຈຂອງພວກເຮົາ”? ເປັນຫຍັງເຮົາຈຶ່ງບໍ່ເວົ້າເຖິງການດົນບັນດານຈິດສຳນຶກຂອງຜູ້ຄົນໃຫ້ຮັກພຣະເຈົ້າ? ນັ້ນກໍຍ້ອນວ່າ ຄວາມສຳນຶກຂອງເຈົ້າບໍ່ສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ເຊື່ອໃນຄຳເວົ້າເຫຼົ່ານັ້ນ, ເຈົ້າຈົ່ງໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມຮັກຂອງພຣະອົງລອງເບິ່ງ, ເຈົ້າອາດຈະມີກໍາລັງໃຈໃນຊ່ວງເວລາໃດໜຶ່ງ ແຕ່ບໍ່ດົນ ມັນກໍຈະຫາຍໄປ. ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ເຈົ້າກໍພຽງຈະມີກຳລັງໃຈໃນເວລາອະທິຖານ, ແຕ່ຫຼັງຈາກນັ້ນ ກໍາລັງໃຈກໍຈະຈາງໄປ ແລະ ຫາຍໄປເລີຍ. ສິ່ງນັ້ນແມ່ນກ່ຽວກັບຫຍັງ? ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າ ເຈົ້າກໍຈະບໍ່ສາມາດກະຕຸ້ນຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້; ເມື່ອເຈົ້າຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ຈິດໃຈຂອງເຈົ້າກໍຈະຖືກພຣະອົງດົນບັນດານ ແລະ ມີພຽງເມື່ອນັ້ນຄວາມສຳນຶກຂອງເຈົ້າຈະສາມາດເຮັດໜ້າທີ່ເດີມຂອງມັນໄດ້. ນັ້ນໝາຍຄວາມວ່າ ເມື່ອມະນຸດຖືກພຣະເຈົ້າດົນບັນດານໃນຈິດໃຈຂອງພວກເຂົາ ແລະ ເມື່ອຫົວໃຈຂອງພວກເຂົາໄດ້ຮັບເອົາຄວາມຮູ້ ແລະ ໄດ້ຮັບການດົນບັນດານໃນໃຈຂອງເຂົາ ນັ້ນກໍຄື ຫຼັງຈາກທີ່ເຂົາໄດ້ຮັບເອົາປະສົບການ, ຫຼັງຈາກນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງມີປະສິດທິພາບດ້ວຍຄວາມສຳນຶກຂອງພວກເຂົາ. ການຮັກພຣະເຈົ້າດ້ວຍຄວາມສຳນຶກຂອງເຈົ້າບໍ່ແມ່ນສິ່ງທີ່ຜິດ, ແຕ່ມັນແມ່ນລະດັບຄວາມຮັກທີ່ຕໍ່າສຸດໃນການຮັກພຣະເຈົ້າ. ການຮັກທີ່ “ພຽງແຕ່ເຮັດຕາມຄວາມຍຸຕິທໍາເພື່ອພຣະຄຸນຂອງພຣະເຈົ້າ” ເທົ່ານັ້ນບໍ່ສາມາດຜັກດັນມະນຸດເຂົ້າໄປຢ່າງໝັ້ນໃຈ. ເມື່ອຜູ້ຄົນໄດ້ຮັບເອົາພາລະກິດບາງສ່ວນຂອງພຣະວິນຍານບໍລິສຸດ ນັ້ນກໍຄື ເມື່ອພວກເຂົາເຫັນ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໃນປະສົບການຕົວຈິງຂອງພວກເຂົາ, ເມື່ອພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ເຫັນຢ່າງແທ້ຈິງວ່າ ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດຊາດ ແລະ ພຣະອົງເປັນຕາຮັກຫຼາຍພຽງໃດ, ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ