ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 488

17 ສິງຫາ 2025

ໃນຂະນະທີ່ຊີວິດຂອງເຈົ້າພວມກ້າວໄປ, ເຈົ້າຕ້ອງມີທາງເຂົ້າໃໝ່ ແລະ ຄວາມເຂົ້າທີ່ໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໃຫຍ່ຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການສົນທະນາກັນ, ການຮັບຟັງການເທດສະໜາ, ການອ່ານພຣະທໍາຂອງພຣະເຈົ້າ ຫຼື ການຈັດການກັບບາງບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ແສງສະຫວ່າງໃໝ່ ແລະ ຈະບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ຍຸກເກົ່າ; ເຈົ້າຈະມີຊີວິດໃນແສງສະຫວ່າງໃໝ່ ແລະ ຈະບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ການຈ່າຍໃຫ້ກັບບາງລະດັບທີ່ເປັນຜິວເຜີນແມ່ນໃຊ້ບໍ່ໄດ້; ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ ແລະ ພ້ອມນີ້ ມະນຸດກໍຕ້ອງສ້າງທາງເຂົ້າໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ເຈົ້າຕ້ອງລົງເລິກໃນການອະທິຖານຂອງເຈົ້າ; ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າຕ້ອງບໍ່ຂາດວັກຂາດຕອນ. ໃຫ້ລົງເລິກໃນແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າໄດ້ຮັບ ແລະ ແນວຄິດ ແລະ ການຈິນຕະນາການຂອງເຈົ້າຕ້ອງຫຼຸດລົງເທື່ອລະໜ້ອຍ. ເຈົ້າຕ້ອງເຮັດໃຫ້ການຕັດສິນຂອງເຈົ້າໜັກແໜ້ນຂຶ້ນ ແລະ ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ ເຈົ້າຕ້ອງມີຄວາມຄິດເປັນຂອງຕົວເອງກ່ຽວກັບສິ່ງນີ້ ແລະ ມີມຸມມອງເປັນຂອງຕົວເອງ. ໃນການເຂົ້າໃຈບາງສິ່ງໃນຈິດວິນຍານ, ເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈອັນເລິກເຊິ່ງຕໍ່ສິ່ງທີ່ຢູ່ພາຍນອກ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາໃດໜຶ່ງ. ຖ້າເຈົ້າບໍ່ກຽມພ້ອມກັບສິ່ງເຫຼົ່ານີ້, ເຈົ້າຈະສາມາດນຳພາຄຣິສຕະຈັກໄດ້ແນວໃດ? ຖ້າເຈົ້າເວົ້າຕາມຄໍາສັບ ແລະ ທິດສະດີ ໂດຍປາສະຈາກຄວາມເປັນຈິງໃດໆ ແລະ ປາສະຈາກວິທີປະຕິບັດ, ເຈົ້າຈະສາມາດຢູ່ໄດ້ພຽງໄລຍະເວລາສັ້ນເທົ່ານັ້ນ. ອາດເປັນທີ່ຍອມຮັບໄດ້ເລັກນ້ອຍເມື່ອເວົ້າກັບຜູ້ເຊື່ອໃໝ່ ແຕ່ພາຍຫຼັງເວລາໃດໜຶ່ງ ເມື່ອຜູ້ເຊື່ອໃໝ່ໄດ້ຮັບປະສົບການຕົວຈິງ, ເຈົ້າກໍຈະບໍ່ສາມາດສະໜອງໃຫ້ພວກເຂົາໄດ້ອີກ. ແລ້ວເຈົ້າຈະເໝາະຕໍ່ການຮັບໃຊ້ພຣະເຈົ້າໄດ້ແນວໃດ? ຖ້າປາສະຈາກແສງສະຫວ່າງໃໝ່, ເຈົ້າຈະບໍ່ສາມາດເຮັດພາລະກິດໄດ້. ຜູ້ທີ່ບໍ່ມີແສງສະຫວ່າງໃໝ່ແມ່ນຜູ້ທີ່ບໍ່ຮູ້ວິທີທີ່ຈະໄດ້ຮັບປະສົບການ ແລະ ຜູ້ຄົນເຫຼົ່ານັ້ນຈະບໍ່ມີວັນໄດ້ຮັບຄວາມຮູ້ ຫຼື ປະສົບການໃໝ່ໄດ້. ໃນເລື່ອງຂອງການສະໜອງຊີວິດ, ພວກເຂົາຈະບໍ່ມີວັນສາມາດປະຕິບັດໜ້າທີ່ຂອງຕົນໄດ້ ແລະ ພວກເຂົາຈະບໍ່ສາມາດກາຍເປັນຜູ້ທີ່ເໝາະສົມສໍາລັບການນໍາໃຊ້ຂອງພຣະເຈົ້າ. ມະນຸດປະເພດນີ້ບໍ່ມີຫຍັງດີເລີຍ ນອກຈາກເປັນພຽງຄົນໄຮ້ປະໂຫຍດ. ຄວາມຈິງກໍຄື ຜູ້ຄົນດັ່ງກ່າວບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໃນພາລະກິດຢ່າງສິ້ນເຊີງ ແລະ ພວກເຂົາທຸກຄົນບໍ່ມີດີຫຍັງເລີຍ. ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງນໍາເອົາຄວາມເຄັ່ງຕຶງທີ່ບໍ່ຈໍາເປັນມາສູ່ຄຣິສຕະຈັກອີກດ້ວຍ. ເຮົາຂໍເຕືອນ “ຊາຍຊະລາຜູ້ໜ້າເຄົາລົບ” ເຫຼົ່ານີ້ໃຫ້ຮີບຮ້ອນອອກຈາກຄຣິສຕະຈັກ ເພື່ອວ່າຄົນອື່ນຈະບໍ່ຕ້ອງແນມເບິ່ງເຈົ້າອີກຕໍ່ໄປ. ຜູ້ຄົນດັ່ງກ່າວບໍ່ເຂົ້າໃຈພາລະກິດໃໝ່ ແລະ ເຕັມໄປດ້ວຍແນວຄວາມຄິດທີ່ບໍ່ຮູ້ຈົບ. ພວກເຂົາບໍ່ມີປະໂຫຍດຫຍັງທັງສິ້ນຕໍ່ຄຣິສຕະຈັກ; ກົງກັນຂ້າມ, ພວກເຂົາກໍ່ຄວາມເສຍຫາຍ ແລະ ແຜ່ລາມຄວາມບໍ່ດີໄປທົ່ວທຸກບ່ອນ ຈົນເຖິງຂັ້ນຮ່ວມປະພຶດຜິດໃນທຸກຮູບແບບ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຜູ້ທີ່ບໍ່ມີການຈໍາແນກມີຄວາມສັບສົນ ແລະ ແຕກຕື່ນ. ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ ແລະ ວິນຍານຊົ່ວຊ້າເຫຼົ່ານີ້ຄວນອອກໄປຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອບໍ່ໃຫ້ຄຣິສຕະຈັກຖືກທຳລາຍລົງດ້ວຍນ້ຳມືຂອງເຈົ້າ. ເຈົ້າອາດບໍ່ຢ້ານກົວພາລະກິດໃນວັນນີ້ ແຕ່ວ່າ ເຈົ້າບໍ່ຢ້ານການລົງໂທດທີ່ຊອບທໍາຂອງມື້ອື່ນບໍ? ມີຜູ້ຄົນຈຳນວນຫຼາຍໃນຄຣິສຕະຈັກທີ່ເອົາປຽບຄົນອື່ນ ແລະ ມີໝາປ່າຈໍານວນຫຼວງຫຼາຍທີ່ຕ້ອງການຂັດຂວາງພາລະກິດປົກກະຕິຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນຜີສາດທີ່ຖືກສົ່ງມາໂດຍພະຍາມານ ກໍຄືໝາປ່າທີ່ຊົ່ວຮ້າຍ ທີ່ພະຍາຍາມກິນລູກແກະທີ່ບໍ່ຮູ້ຈັກຫຍັງ. ຖ້າຫາກຜູ້ທີ່ຖືກເອີ້ນວ່າມະນຸດເຫຼົ່ານີ້ບໍ່ຖືກຂັບໄລ່ໃຫ້ອອກໄປ, ພວກເຂົາຈະກາຍເປັນແມ່ພະຍາດໃນຄຣິສຕະຈັກ ແລະ ເປັນແມງເມົ່າທີ່ກິນເຄື່ອງຖວາຍ. ບໍ່ໄວກໍຊ້າ, ໂຕໜອນທີ່ໜ້າລັງກຽດ, ໂງ່ຈ້າ, ຕ່ຳຊ້າ ແລະ ທີ່ເປັນຕາອະເຫຍືອງເຫຼົ່ານີ້ຈະຖືກລົງໂທດໃນມື້ໜຶ່ງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ