ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 487

17 ສິງຫາ 2025

ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຕໍ່ພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍອ່ອນນ້ອມຕໍ່ພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຄິດວ່າຕົວເອງຍິ່ງໃຫຍ່ທີ່ສຸດຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບຸລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ອ່ອນນ້ອມເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວແຮງໄກທີ່ພວກທໍຣະລາດເຫຼົ່ານີ້ທີ່ບໍ່ມີຄວາມອ່ອນນ້ອມແມ່ນແຕ່ເລັກນ້ອຍຈະມີ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ກໍາລັງທັງໝົດທີ່ພວກເຂົາມີຢູ່ ແຕ່ພວກເຂົາກໍຈະໄດ້ຮັບພຽງສ່ວນນ້ອຍ ເຊິ່ງໃນທີ່ສຸດແລ້ວກໍຈະເຮັດໃຫ້ພວກເຂົາຖືກເຮັດໃຫ້ສົມບູນ. ແລ້ວຜູ້ທີ່ເປັນລູກຂອງທູດສະຫວັນ ທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ໜ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດແຫ່ງການເອົາຊະນະບໍ່ແມ່ນພຽງເພື່ອເອົາຊະນະເພື່ອໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ເປັນການເອົາຊະນະເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມບໍ່ຊອບທຳ ເພື່ອໃຫ້ໄດ້ຫຼັກຖານສໍາລັບການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນແມ່ນການເອົາຊະນະເພື່ອເຮັດໃຫ້ຄົນທີ່ເຕັມໃຈອ່ອນນ້ອມສົມບູນ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ຄົນທີ່ຖືກເຮັດໃຫ້ສົມບູນຈະມີຄວາມຄິດ ແລະ ແນວຄວາມຄິດທີ່ເຕັມໄປດ້ວຍການອ່ອນນ້ອມ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນທີ່ສຸດ. ໃນຂະນະດຽວກັນນັ້ນ, ຜູ້ທີ່ມີທຸກການກະທໍາທີ່ກະບົດຈະຖືກລົງໂທດ ແລະ ຖືກສົ່ງໄປເຜົາໃນກອງໄຟ ເຊິ່ງເປັນວັດຖຸແຫ່ງການສາບແຊ່ງຕະຫຼອດການ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບຸລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍພ່າຍແພ້” ໃນອະດີດຜ່ານມາຈະກາຍເປັນ “ຄົນຂີ້ຢ້ານທີ່ອ່ອນແອ ແລະ ໄຮ້ສະມັດຕະພາບ” ທີ່ຕໍ່າຊ້າ ແລະ ຖືກຫຼົບຫຼີກທີ່ສຸດ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງໃນທຸກແງ່ມຸມ ທີ່ມະນຸດບໍ່ສາມາດລ່ວງເກີນໄດ້ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຢຸດຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນດີນໍາບໍວ່າ ນີ້ສົມເຫດສົມຜົນທີ່ສຸດ?

ບໍ່ແມ່ນທຸກຄົນທີ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ແມ່ນຜູ້ທີ່ຢູ່ໃນກະແສນີ້ຈະໄດ້ຮັບຊີວິດ. ຊີວິດບໍ່ແມ່ນຊັບສົມບັດລວມ ທີ່ມະນຸດທຸກຄົນໃຊ້ຮ່ວມກັນ ແລະ ການປ່ຽນແປງໃນອຸປະນິໄສກໍບໍ່ແມ່ນສິ່ງທີ່ຈະບັນລຸໄດ້ຢ່າງງ່າຍດາຍໂດຍທຸກຄົນ. ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ການອ່ອນນ້ອມພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ອ່ອນນ້ອມ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການເຫັນດີຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ. ສ່ວນຜູ້ທີ່ພຽງແຕ່ເວົ້າເຖິງຄວາມສັດທາໃນພຣະເຈົ້າຂອງພວກເຂົາດ້ວຍປາກຂອງພວກເຂົາ ແຕ່ໃນແກ່ນແທ້ແລ້ວພັດສາບແຊ່ງພຣະອົງ, ພວກເຂົາແມ່ນເປັນຜູ້ທີ່ໃສ່ໜ້າກາກໃຫ້ກັບຕົນເອງ ທີ່ມີພິດຂອງໂຕງູ; ພວກເຂົາເປັນຜູ້ທີ່ທໍລະຍົດທີ່ສຸດ. ບໍ່ຊ້າກໍໄວ, ໜ້າກາກຈອມປອມຂອງຄົນຊົ່ວເຫຼົ່ານີ້ຈະຖືກດຶງຈີກອອກ. ນີ້ບໍ່ແມ່ນພາລະກິດທີ່ຈະຕ້ອງເຮັດໃຫ້ແລ້ວໃນມື້ນີ້ບໍ? ຄົນທີ່ຊົ່ວຮ້າຍ ກໍຈະຊົ່ວຮ້າຍສະເໝີ ແລະ ຈະບໍ່ລອດພົ້ນຈາກວັນຂອງການລົງໂທດ. ຄົນດີຈະເປັນຄົນດີສະເໝີ ແລະ ຈະຖືກເປີດເຜີຍເມື່ອພາລະກິດມາຮອດຈຸດສິ້ນສຸດ. ຈະບໍ່ມີການຖືວ່າຄົນຊົ່ວຮ້າຍແມ່ນແຕ່ໜຶ່ງຄົນເປັນຄົນຊອບທໍາ ແລະ ຈະບໍ່ມີການຖືວ່າຄົນທີ່ຊອບທໍາແມ່ນແຕ່ໜຶ່ງຄົນເປັນຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ໃຜຜູ້ໜຶ່ງຖືກກ່າວຫາຢ່າງຜິດໆໄດ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ