ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 486
18 ເດືອນທັນວາ 2025
ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມອ່ອນນ້ອມຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມອ່ອນນ້ອມເລີຍ, ພຣະເຈົ້າກໍຈະປະຖິ້ມເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ທີ່ອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ອ່ອນນ້ອມໃນເວລາຄິດຢາກເຊື່ອ ແລະ ບໍ່ອ່ອນນ້ອມເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ເຫັນດີກັບຄວາມອ່ອນນ້ອມແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າສົນທະນາ ແລະ ສືບຕໍ່ຍຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າອ່ອນນ້ອມ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການອ່ອນນ້ອມຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົບການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.
ພຣະວິນຍານບໍລິສຸດໃຫ້ແສງສະຫວ່າງແກ່ເຈົ້າໂດຍຜ່ານປະສົບການຕົວຈິງ ແລະ ເຮັດໃຫ້ເຈົ້າສົມບູນຜ່ານຄວາມສັດທາຂອງເຈົ້າ. ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນບໍ? ຖ້າຫາກເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ, ເຈົ້າຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ເຈົ້າຈະບໍ່ມີດ້ານລົບ ຫຼື ເປັນຄົນອ່ອນແອ. ເຈົ້າຈະສາມາດອ່ອນນ້ອມຕໍ່ທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູນ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດແບບໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ. ພວກເຂົາທຸກຄົນເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ເປັນຄົນຂອງຊາຕານ. ພວກເຂົາບໍ່ແມ່ນຄົນປະເພດທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ກໍພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປ່ຽນແປງຈິດໃຈຂອງເຈົ້າ, ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຄວນອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າທັງໝົດ ໂດຍປາສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ເງື່ອນໄຂຕ່ຳສຸດໃນການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເງື່ອນໄຂທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນກໍຄືສິ່ງນີ້: ເຮັດທຸກສິ່ງທຸກຢ່າງດ້ວຍຫົວໃຈທີ່ຮັກພຣະເຈົ້າ. “ການເຮັດທຸກສິ່ງທຸກຢ່າງດ້ວຍຫົວໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ຍ້ອນເຈົ້າມີເຈດຕະນາທີ່ຖືກຕ້ອງ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດກໍຕາມ ແລະ ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ເຈົ້າຕ້ອງສະແດງທຸກຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອການພິຈາລະນາຂອງພຣະອົງ; ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍຈະມີຄວາມວ່ອງໄວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ