ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 485

17 ສິງຫາ 2025

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກກໍາຈັດໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ອ່ອນນ້ອມ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການອ່ອນນ້ອມໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ກະບົດໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກກໍາຈັດໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈອ່ອນນ້ອມ ແລະ ຜູ້ທີ່ຍິນດີຖ່ອມຕົນເທົ່ານັ້ນທີ່ຈະສາມາດກ້າວໄປເຖິງຈຸດສຸດທ້າຍຂອງເສັ້ນທາງ. ໃນພາລະກິດແບບນີ້, ພວກເຈົ້າທຸກຄົນຕ້ອງຮຽນຮູ້ວິທີການອ່ອນນ້ອມ ແລະ ວິທີປ່ອຍວາງແນວຄວາມຄິດຂອງພວກເຈົ້າ. ພວກເຈົ້າຄວນລະວັງໃນທຸກຂັ້ນຕອນທີ່ພວກເຈົ້າດໍາເນີນ. ຖ້າຫາກພວກເຈົ້າບໍ່ລະວັງ, ພວກເຈົ້າຈະກາຍເປັນຄົນທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດ ແລະ ເປັນຜູ້ທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ກ່ອນທີ່ຈະປະສົບກັບຂັ້ນຕອນຂອງພາລະກິດນີ້, ກົດເກນ ແລະ ກົດໝາຍເກົ່າຂອງມະນຸດແມ່ນມີຫຼາຍຈົນນັບບໍ່ຖ້ວນ ເຊິ່ງເຮັດໃຫ້ພວກເຂົາຫຼົງລືມ ແລະ ຜົນທີ່ໄດ້ຮັບກໍຄືພວກເຂົາກາຍເປັນຄົນອວດດີ ແລະ ຫຼົງລືມຕົວ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນອຸປະສັກທີ່ກີດກັ້ນມະນຸດບໍ່ໃຫ້ຮັບເອົາພາລະກິດໃໝ່ຂອງພຣະເຈົ້າ; ພວກເຂົາກາຍເປັນສັດຕູຕໍ່ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ມັນອັນຕະລາຍສໍາລັບຜູ້ຄົນທີ່ຈະບໍ່ມີທັງຄວາມອ່ອນນ້ອມໃນຈິດໃຈຂອງພວກເຂົາ ແລະ ການປາດຖະໜາຄວາມເປັນຈິງ. ຖ້າເຈົ້າອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາທຳມະດາເທົ່ານັ້ນ ແລະ ບໍ່ສາມາດຮັບເອົາຄວາມເລິກເຊິ່ງໃດໆ, ເຈົ້າກໍເປັນຜູ້ທີ່ຍຶດຕິດກັບແນວທາງເກົ່າ ແລະ ບໍ່ສາມາດນຳທັນພາລະກິດຂອງພຣະວິນຍານບໍລິສຸດໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ