ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 482
21 ສິງຫາ 2025
ຈາກຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງເປໂຕ ແລະ ໂປໂລ ເຈົ້າຄວນເຂົ້າໃຈວ່າ ທຸກຄົນທີ່ບໍ່ສະແຫວງຫາຊີວິດ ແມ່ນພະຍາຍາມດ້ວຍຄວາມສູນເປົ່າ! ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຕ້ອງມີຫົວໃຈທີ່ຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າເອງ. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ເຈົ້າຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ກົງກັນຂ້າມ ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າປຽບທຽບແກ່ນແທ້ຂອງເປໂຕ ແລະ ໂປໂລ, ແລ້ວເຈົ້າກໍຈະຮູ້ຈັກວິທີທີ່ເຈົ້າຄວນສະແຫວງຫາ. ໃນລະຫວ່າງເສັ້ນທາງຂອງເປໂຕ ແລະ ໂປໂລໄດ້ຍ່າງນັ້ນ, ໜຶ່ງໃນນັ້ນແມ່ນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ ແລະ ອີກໜຶ່ງເສັ້ນທາງແມ່ນເສັ້ນທາງແຫ່ງການຖືກກຳຈັດ; ເປໂຕ ແລະ ໂປໂລເປັນຕົວແທນໃຫ້ກັບສອງເສັ້ນທາງທີ່ແຕກຕ່າງກັນ. ເຖິງແມ່ນວ່າ ແຕ່ລະຄົນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ແຕ່ລະຄົນໄດ້ຮັບເອົາແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ແຕ່ລະຄົນຍອມຮັບສິ່ງທີ່ພຣະເຢຊູເຈົ້າມອບໝາຍໃຫ້ກັບພວກເຂົາ, ແຕ່ໝາກຜົນທີ່ເກີດໃນທັງສອງຄົນກໍບໍ່ຄືກັນ: ຄົນໜຶ່ງເກີດຜົນຢ່າງແທ້ຈິງ ແລະ ອີກຄົນບໍ່ເກີດຜົນຢ່າງແທ້ຈິງ. ຈາກແກ່ນແທ້ຂອງພວກເຂົາ, ພາລະກິດທີ່ພວກເຂົາປະຕິບັດ, ສິ່ງທີ່ພວກເຂົາສະແດງອອກພາຍນອກ ແລະ ຜົນໄດ້ຮັບສຸດທ້າຍຂອງພວກເຂົານັ້ນ, ເຈົ້າຄວນເຂົ້າໃຈວ່າ ເສັ້ນທາງໃດທີ່ເຈົ້າຄວນຍ່າງ, ເສັ້ນທາງທີ່ເຈົ້າຄວນເລືອກທີ່ຈະຍ່າງ. ພວກເຂົາຍ່າງໃນສອງເສັ້ນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ໂປໂລ ແລະ ເປໂຕ, ພວກເຂົາເປັນຕົວຢ່າງຂອງແຕ່ລະເສັ້ນທາງ ແລະ ດ້ວຍເຫດນັ້ນ ຕັ້ງແຕ່ຕົ້ນມາ ພວກເຂົາຈຶ່ງຖືກຈັດຂຶ້ນໃຫ້ເປັນແບບຢ່າງຂອງສອງເສັ້ນທາງເຫຼົ່ານີ້. ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງໂປໂລ ແລະ ເປັນຫຍັງລາວຈຶ່ງສຳເລັດບໍ່ໄດ້? ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງເປໂຕ ແລະ ລາວປະສົບກັບການຖືກເຮັດໃຫ້ສົມບູນໄດ້ແນວໃດ? ຖ້າເຈົ້າປຽບທຽບສິ່ງທີ່ພວກເຂົາແຕ່ລະຄົນໃສ່ໃຈ, ແລ້ວເຈົ້າກໍ່ຈະຮູ້ວ່າ ພຣະເຈົ້າຕ້ອງການຄົນປະເພດໃດກັນແທ້, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ, ຄົນປະເພດໃດທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ ແລະ ຍັງຮູ້ວ່າຄົນປະເພດໃດທີ່ບໍ່ຖືກເຮັດໃຫ້ສົມບູນ; ເຈົ້າຈະຮູ້ວ່າແມ່ນຫຍັງຄືອຸປະນິໄສຂອງຄົນທີ່ຈະຖືກເຮັດໃຫ້ສົມບູນ ແລະ ແມ່ນຫຍັງຄືອຸປະນິໄສຂອງຄົນທີ່ຈະບໍ່ຖືກເຮັດໃຫ້ສົມບູນ, ບັນຫາເຫຼົ່ານີ້ທີ່ຢູ່ໃນແກ່ນແທ້ກໍ່ສາມາດເຫັນໄດ້ໃນປະສົບການຂອງເປໂຕ ແລະ ໂປໂລ. ພຣະເຈົ້າສ້າງສັບພະສິ່ງທັງປວງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ສັບພະທຸກສິ່ງມາຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ; ພຣະອົງຈະບັນຊາສິ່ງທັງປວງ, ເພື່ອວ່າສິ່ງທັງປວງຈະຢູ່ໃນກໍາມືຂອງພຣະອົງ. ທຸກສິ່ງໃນການເນລະມິດສ້າງຂອງພຣະເຈົ້າ ລວມເຖິງສັດ, ພືດ, ມະນຸດຊາດ, ພູເຂົາ ແລະ ແມ່ນໍ້າ ແລະ ທະເລສາບ, ທຸກສິ່ງຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ມັນເປັນສິດອຳນາດຂອງພຣະເຈົ້າ. ພຣະເຈົ້າບັນຊາທຸກສິ່ງ ແລະ ສັ່ງ ແລະ ຈັດຕໍາແໜ່ງໃຫ້ສັບພະສິ່ງທັງປວງ ໂດຍທີ່ແຕ່ລະຢ່າງນັ້ນແມ່ນຖືກຈັດແຈງຕາມປະເພດຂອງໃຜມັນ ແລະ ຈັດແບ່ງຕາມຕໍາແໜ່ງຂອງພວກເຂົາເອງ ຕາມເຈດຕະນາຂອງພຣະເຈົ້າ. ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ມີຫຍັງສາມາດລື່ນພຣະເຈົ້າໄດ້, ທຸກສິ່ງຮັບໃຊ້ມະນຸດຊາດທີ່ພຣະເຈົ້າສ້າງ ແລະ ບໍ່ມີສິ່ງໃດກ້າທີ່ຈະຕໍ່ຕ້ານພຣະເຈົ້າ ຫຼື ທີ່ຈະຮຽກຮ້ອງຫຍັງຈາກພຣະເຈົ້າໄດ້. ດ້ວຍເຫດນັ້ນ ມະນຸດ ໃນຖານະທີ່ເປັນສິ່ງທີ່ຖືກສ້າງ ກໍຕ້ອງປະຕິບັດໜ້າທີ່ຂອງມະນຸດເຊັ່ນກັນ. ບໍ່ວ່າມະນຸດຈະເປັນເຈົ້ານາຍ ຫຼື ຜູ້ດູແລຂອງບັນດາສິ່ງທັງປວງ, ບໍ່ວ່າສະຖານະຂອງມະນຸດຈະສູງສົ່ງສໍ່າໃດກໍຕາມທ່າມກາງສິ່ງທັງປວງ, ຢ່າງໃດກໍຕາມ ພວກເຂົາກໍຍັງເປັນພຽງມະນຸດເລັກນ້ອຍທີ່ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຫຼາຍໄປກວ່າມະນຸດທີ່ບໍ່ສຳຄັນ ຫຼື ຫຼາຍກວ່າສິ່ງທີ່ຖືກສ້າງ ແລະ ພວກເຂົາຈະບໍ່ຢູ່ເໜືອພຣະເຈົ້າໄດ້ຈັກເທື່ອ. ໃນຖານະທີ່ເປັນສິ່ງຖືກສ້າງ, ມະນຸດຄວນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ສະແຫວງຫາເພື່ອຮັກພຣະເຈົ້າໂດຍບໍ່ຕັດສິນໃຈເປັນຢ່າງອື່ນ ຍ້ອນພຣະເຈົ້າສົມຄວນໄດ້ຮັບຄວາມຮັກຂອງມະນຸດ. ຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າບໍ່ຄວນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ສະແຫວງຫາສິ່ງທີ່ພວກເຂົາປາຖະໜາເປັນການສ່ວນຕົວ; ນີ້ຄືວິທີການສະແຫວງຫາທີ່ຖືກຕ້ອງທີ່ສຸດ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນຄວາມຈິງ, ຖ້າສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດກໍແມ່ນຄວາມຈິງ ແລະ ຖ້າສິ່ງທີ່ເຈົ້າບັນລຸກໍຄືການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າຍ່າງກໍເປັນເສັ້ນທາງທີ່ຖືກຕ້ອງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມສຸກທາງເນື້ອໜັງ ແລະ ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດແມ່ນຄວາມຈິງຈາກແນວຄິດຂອງເຈົ້າເອງ ແລະ ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ເຈົ້າບໍ່ອ່ອນນ້ອມຕໍ່ພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງເລີຍ ແລະ ເຈົ້າຍັງດຳລົງຊີວິດຢູ່ກັບຄວາມເລື່ອນລອຍ, ແລ້ວສິ່ງທີ່ເຈົ້າສະແຫວງຫາກໍຈະນໍາພາເຈົ້າໄປສູ່ນະຮົກຢ່າງແນ່ນອນ, ຍ້ອນວ່າເສັ້ນທາງທີ່ເຈົ້າຍ່າງນັ້ນເປັນເສັ້ນທາງແຫ່ງຄວາມລົ້ມເຫຼວ. ບໍ່ວ່າເຈົ້າຈະຖືກເຮັດໃຫ້ສົມບູນ ຫຼື ຖືກໂຍນອອກແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ ເຊິ່ງໝາຍຄວາມວ່າ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນຢູ່ກັບເສັ້ນທາງທີ່ມະນຸດຍ່າງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ