ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 469

15 ເດືອນຕຸລາ 2020

ຖ້າຄົນບໍ່ມີຄວາມໝັ້ນໃຈໃດໆ, ມັນບໍ່ງ່າຍເລີຍສໍາລັບພວກເຂົາທີ່ຈະຍ່າງໄປຕາມເສັ້ນທາງນີ້. ປັດຈຸບັນນີ້ ທຸກຄົນສາມາດເຫັນໄດ້ວ່າພາລະກິດຂອງພຣະເຈົ້າບໍ່ໄດ້ສອດຄ່ອງກັບແນວຄິດຂອງຄົນ. ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ກ່າວຫຼາຍຄໍາ, ເຊິ່ງມັນກໍບໍ່ສອດຄ່ອງກັບແນວຄິດຂອງມະນຸດຢ່າງສົມບູນ. ດັ່ງນັ້ນ, ຜູ້ຄົນຕ້ອງມີຄວາມໝັ້ນໃຈ ແລະ ຄວາມມຸ້ງໝັ້ນປາດຖະໜາເພື່ອສາມາດຍຶດໝັ້ນໃນສິ່ງທີ່ພວກເຂົາໄດ້ເຫັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຂອງພວກເຂົາ. ບໍ່ວ່າພຣະເຈົ້າກະທຳສິ່ງໃດໃນຄົນ, ພວກເຂົາຕ້ອງຮັກສາສິ່ງທີ່ຕົວພວກເຂົາເອງມີຢູ່ນັ້ນໄວ້, ມີຄວາມຈິງໃຈຕໍ່ໜ້າພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ນີ້ແມ່ນໜ້າທີ່ຂອງມະນຸດຊາດ. ຜູ້ຄົນຕ້ອງສະໜັບສະໜູນສິ່ງທີ່ພວກເຂົາຕ້ອງເຮັດ. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕິສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັ່ນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ. ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ມີໄຊ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດເປັນພະຍານ ແລະ ຮັກສາຄວາມໝັ້ນໃຈ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ມີໄຊ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້ງເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນປະຖິ້ມເນື້ອໜັງ ກໍຈົ່ງປະຖິ້ມເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ຖ້າເຈົ້າບໍ່ຮັກສາໃນສິ່ງທີ່ຄົນຄວນປະຕິບັດໄວ້, ຄວາມທຸກທໍລະມານ ແລະ ການແກ້ໄຂບັນຫາຕ່າງໆທັງໝົດໃນອະດີດຂອງເຈົ້າກໍບໍ່ມີປະໂຫຍດຫຍັງເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້

Hold Firm to What Man Must Do

I

Offering a pure virgin and a holy spiritual body, it means keeping a heart of sincerity in front of God. For mankind, being able to be sincere to God is purity. Holy Spirit’s work has one term: Man should seek with all their heart’s might, not be doubtful of God’s actions, uphold their duty at all times. This manner is the only way the Holy Spirit’s work is gained. Since you’re certain this way is true, you must follow it till the end, maintain your devotion to God. Since you have seen that God Himself has come to earth to perfect you, you should give all your heart to Him. No matter what He does, even if your outcome is bad, you can still always follow Him. This is maintaining purity.

II

In every step of God’s work, mankind must have enormous faith, and he should seek in front of God. Only through experience can people find God’s loveliness, see how the Holy Spirit works. If you do not experience, if you do not feel your way through this, if you do not seek, you’ll gain nothing. For through experience you’ll see God’s deeds, you will see how wondrous, how unfathomable He is. Since you’re certain this way is true, you must follow it till the end, maintain your devotion to God. Since you have seen that God Himself has come to earth to perfect you, you should give all your heart to Him. No matter what He does, even if your outcome is bad, you can still always follow Him. This is maintaining purity. Fulfill the duty of a creature, no matter what the outcome’s like, seek to know and love God, don’t complain no matter what God treats you like.

from Follow the Lamb and Sing New Songs

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ