ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 466

21 ເດືອນສິງຫາ 2025

ເຖິງແມ່ນວ່າຄວາມເຊື່ອຂອງເຈົ້າຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດອະທິບາຍເຮົາຢ່າງລະອຽດ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດໃຫ້ຄຳພະຍານຢ່າງຄົບຖ້ວນຕໍ່ຂໍ້ແທ້ຈິງທັງໝົດທີ່ເຈົ້າເຫັນ. ໃຫ້ຄິດລອງເບິ່ງ: ມື້ນີ້ ພວກເຈົ້າສ່ວນໃຫຍ່ປະຖິ້ມໜ້າທີ່ຂອງພວກເຈົ້າ ແລ້ວສະແຫວງຫາເນື້ອໜັງແທນ, ເຮັດໃຫ້ເນື້ອໜັງພໍໃຈ ແລະ ເພີດເພີນກັບເນື້ອໜັງຢ່າງໂລບມາກ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນທຸກສິ່ງທີ່ພວກເຈົ້າໄດ້ເຫັນແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງມາເຖິງເມື່ອເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າກໍ່ຈະສູນເສຍໜ້າທີ່ຂອງສິ່ງຖືກສ້າງ ແລະ ມັນຈະບໍ່ມີຄວາມໝາຍຫຍັງໃນການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ມີຄຸນຄ່າໃນການເປັນມະນຸດ. ມັນສາມາດເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼວງຫຼາຍ, ແຕ່ເພາະວ່າ ໃນປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ໃຊ້ແຮງງານຂອງເຈົ້າຢ່າງບໍ່ມີປະສິດທິພາບ, ເມື່ອມັນຮອດເວລາທີ່ເຮົາຕ້ອງຂະຫຍາຍພາລະກິດຂອງເຮົາ, ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວເຈົ້າຈະບໍ່ຖືກບັນທຶກໃນປະຫວັດສາດວ່າເປັນຄົນບາບບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງທີ່ສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາໃນປັດຈຸບັນບໍ່ໄດ້ເຮັດຍ້ອນຄວາມຂີ້ຄ້ານ ແລະ ຄວາມເບື່ອໜ່າຍ, ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ມັນບໍ່ແມ່ນວ່າເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ໆ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາທີ່ກຳລັງເຮັດພາລະກິດນີ້ດ້ວຍຕົນເອງ; ກົງກັນຂ້າມ, ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ອ່ອນນ້ອມ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ເຈົ້າຄວນເຂົ້າໃຈຄືເຫດຜົນທີ່ເຈົ້າຄວນເຊື່ອໃນຕົວເຮົາ; ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດສຳລັບພວກເຈົ້າແຕ່ລະຄົນທີ່ຈະຕ້ອງເຂົ້າໃຈ. ໂດຍເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະບິດາຂອງເຮົາໄດ້ກຳນົດເຈົ້າທຸກຄົນໄວ້ລ່ວງໜ້າສຳລັບເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ. ມັນແມ່ນເພື່ອປະໂຫຍດໃນພາລະກິດຂອງເຮົາ ແລະ ເພື່ອເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະອົງຈຶ່ງໄດ້ກໍານົດເຈົ້າລ່ວງໜ້າ. ມັນເປັນຍ້ອນພຣະບິດາຂອງເຮົາ, ເຈົ້າຈຶ່ງເຊື່ອໃນເຮົາ; ມັນເປັນຍ້ອນການກຳນົດລ່ວງໜ້າຂອງພຣະບິດາຂອງເຮົາ, ເຈົ້າຈຶ່ງຕິດຕາມເຮົາ. ບໍ່ມີສິ່ງໃດທີ່ເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນເຈົ້າຕ້ອງເຂົ້າໃຈວ່າ ເຈົ້າແມ່ນສິ່ງທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາສຳລັບຈຸດປະສົງໃນການເປັນພະຍານໃຫ້ແກ່ເຮົາ. ເພາະພຣະອົງໄດ້ມອບເຈົ້າໃຫ້ແກ່ເຮົາ ພ້ອມທັງລັກສະນະ ແລະ ພຣະທຳທີ່ເຮົາສັ່ງສອນເຈົ້າ, ເພາະມັນແມ່ນໜ້າທີ່ຂອງເຈົ້າທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງເດີມໃນຄວາມເຊື່ອຂອງເຈົ້າໃນເຮົາ. ສະນັ້ນ, ເຮົາຈຶ່ງເວົ້າກັບເຈົ້າແບບນີ້ວ່າ: ເຈົ້າເປັນພຽງຄົນທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ເຖິງຢ່າງໃດກໍ່ຕາມ, ເຈົ້າພຽງແຕ່ເຊື່ອໃນຕົວເຮົາເທົ່ານັ້ນ; ເຈົ້າບໍ່ໄດ້ມາຈາກເຮົາເພາະເຈົ້າບໍ່ໄດ້ມາຈາກຄອບຄົວອິດສະຣາເອນ ແລະ ເປັນພັກພວກຂອງງູພິດຈາກຍຸກບູຮານແທນ. ສິ່ງທີ່ເຮົາຂໍໃຫ້ເຈົ້າເຮັດແມ່ນການເປັນພະຍານໃຫ້ເຮົາ, ແຕ່ມື້ນີ້ ເຈົ້າຕິດຕາມແນວທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອເຫັນແກ່ຄຳພະຍານໃນອະນາຄົດ. ຖ້າເຈົ້າເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ແລ້ວເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມໝາຍໃນການທີ່ພຣະບິດາຂອງເຮົາໄດ້ປະທານເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກເຈົ້າກໍ່ຄື: “ເຈົ້າຄວນຕິດຕາມແນວທາງຂອງເຮົາ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ