ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 464

04 ເດືອນທັນວາ 2025

ຜູ້ຄົນເຊື່ອໃນເຮົາ, ແຕ່ພວກເຂົາບໍ່ມີຄວາມສາມາດໃນການເປັນປະຈັກພະຍານຕໍ່ເຮົາ ຫຼື ພວກເຂົາບໍ່ສາມາດສະແດງຕົນເປັນພະຍານໃຫ້ເຮົາ ກ່ອນທີ່ເຮົາຈະເຜີຍຕົວເຮົາເອງໃຫ້ເປັນທີ່ຮູ້ຈັກ. ຜູ້ຄົນເຫັນເຮົາ ພຽງແຕ່ວ່າເຮົາມີຄວາມເໜືອກວ່າສິ່ງຊົງສ້າງ ແລະ ມະນຸດຜູ້ທີ່ມີຄວາມບໍລິສຸດທັງໝົດ ແລະ ເຫັນວ່າພາລະກິດທີ່ເຮົາກະທໍາບໍ່ສາມາດເຮັດໄດ້ໂດຍມະນຸດ. ດັ່ງນັ້ນ, ຈາກຊາວຢີວມາຮອດຜູ້ຄົນໃນຍຸກປັດຈຸບັນ ເຊິ່ງທັງໝົດໄດ້ເຫັນການກະທຳອັນຮຸ່ງເຮືອງຂອງເຮົາທີ່ບໍ່ໄດ້ຮັບການເຕີມເຕັມຫຍັງເລີຍນອກຈາກຄວາມຢາກຮູ້ຢາກເຫັນເຮົາເທົ່ານັ້ນ ແລະ ບໍ່ມີຄຳເວົ້າຈາກປາກສິ່ງຊົງສ້າງແມ່ນແຕ່ຜູ້ດຽວທີ່ສາມາດເປັນພະຍານໃຫ້ເຮົາ. ມີພຽງພຣະບິດາຂອງເຮົາເທົ່ານັ້ນ ທີ່ຮັບເປັນພະຍານໃຫ້ກັບເຮົາ ແລະ ສ້າງເສັ້ນທາງໃຫ້ເຮົາໃນບັນດາສິ່ງຊົງສ້າງ; ຖ້າຫາກພຣະອົງບໍ່ໄດ້ກະທໍາສິ່ງນັ້ນ, ບໍ່ວ່າເຮົາຈະເຮັດແນວໃດ, ມະນຸດກໍຈະບໍ່ມີມື້ຮູ້ໄດ້ວ່າເຮົາເປັນພຣະເຈົ້າແຫ່ງການຊົງສ້າງ, ສໍາລັບມະນຸດແມ່ນຮູ້ພຽງແຕ່ເອົາຈາກເຮົາ ແລະ ບໍ່ມີຄວາມສັດທາໃນເຮົາຈາກຜົນຂອງພາລະກິດຂອງເຮົາ. ມະນຸດຮູ້ເຮົາພຽງແຕ່ຍ້ອນວ່າ ເຮົານັ້ນມີຄວາມບໍລິສຸດໃຈ ແລະ ບໍ່ມີສ່ວນໃດທີ່ເປັນບາບ, ຍ້ອນເຮົາສາມາດອະທິບາຍຄວາມລຶກລັບໄດ້ຈຳນວນຫຼາຍ, ຍ້ອນເຮົາຢູ່ເໜືອຝູງຊົນ ຫຼື ຍ້ອນມະນຸດໄດ້ຮັບຜົນປະໂຫຍດຫຼາຍຈາກເຮົາ, ແຕ່ວ່າມີພຽງໜ້ອຍຄົນທີ່ເຊື່ອວ່າເຮົາຄືພຣະເຈົ້າແຫ່ງການຊົງສ້າງ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງສັດທາໃນຕົວເຮົາ; ເຂົາບໍ່ຮູ້ຈຸດປະສົງ ຫຼື ຄວາມໝາຍຂອງການມີສັດທາໃນເຮົາ. ມະນຸດຂາດຄວາມເປັນຈິງ, ດ້ວຍເຫດນັ້ນ ເຂົາຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານແກ່ເຮົາ. ພວກເຈົ້າມີຄວາມສັດທາທີ່ແທ້ຈິງໜ້ອຍເກີນໄປ ແລະ ໄດ້ຮັບໜ້ອຍເກີນໄປ, ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງມີຄວາມເປັນປະຈັກພະຍານໜ້ອຍເກີນໄປ. ຍິ່ງໄປກວ່ານັ້ນ, ພວກເຈົ້າມີຄວາມເຂົ້າໃຈໜ້ອຍເກີນໄປ ແລະ ຂາດແຄນຫຼາຍເກີນໄປ, ດ້ວຍເຫດນັ້ນ ພວກເຈົ້າຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານຕໍ່ກັບການກະທຳຂອງເຮົາ. ຄວາມຕັ້ງໃຈຂອງພວກເຈົ້າ ນັ້ນຖືວ່າສຳຄັນຫຼາຍ, ແຕ່ພວກເຈົ້າແນ່ໃຈບໍ່ວ່າ ພວກເຈົ້າຈະສາມາດເປັນພະຍານເຖິງແກ່ນແທ້ຂອງພຣະເຈົ້າໄດ້? ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນແມ່ນເໜືອກວ່າຂອງໄພ່ພົນ ແລະ ຜູ້ທໍານາຍຈາກທຸກຍຸກທຸກສະໄໝ, ແຕ່ວ່າພວກເຈົ້າສາມາດໃຫ້ຄໍາປະຈັກພະຍານທີ່ຍິ່ງໃຫຍ່ກວ່າຄຳເວົ້າຂອງບັນດາໄພ່ພົນ ແລະ ຜູ້ທໍານາຍເຫຼົ່ານີ້ຈາກສະໄໝກ່ອນໄດ້ບໍ? ບັດນີ້ ສິ່ງທີ່ເຮົາປະທານໃຫ້ພວກເຈົ້າ ແມ່ນເໜືອກວ່າໂມເຊ ແລະ ເໜືອກວ່າເດວິດ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍການເປັນປະຈັກພະຍານຂອງພວກເຈົ້າເໜືອກວ່າໂມເຊ ແລະ ຄຳເວົ້າຂອງພວກເຈົ້າຍິ່ງໃຫຍ່ກວ່າເດວິດ. ເຮົາໃຫ້ພວກເຈົ້າເປັນຮ້ອຍເທົ່າ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍໃຫ້ພວກເຈົ້າຕອບແທນເຮົາດັ່ງທີ່ເຮົາໄດ້ກະທຳຕໍ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າເຮົາແມ່ນໜຶ່ງດຽວທີ່ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ມັນແມ່ນພວກເຈົ້າທີ່ເປັນຜູ້ໄດ້ຮັບຊີວິດຈາກເຮົາ ແລະ ຕ້ອງເປັນພະຍານໃຫ້ກັບເຮົາ. ນີ້ແມ່ນໜ້າທີ່ຂອງພວກເຈົ້າທີ່ເຮົາສົ່ງລົງມາໃຫ້ແກ່ພວກເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດເພື່ອເຮົາ. ເຮົາໄດ້ປະທານສະຫງ່າລາສີຂອງເຮົາທັງໝົດໃຫ້ແກ່ພວກເຈົ້າ, ເຮົາໄດ້ປະທານຊີວິດໃຫ້ແກ່ພວກເຈົ້າ ເຊິ່ງເປັນຊີວິດທີ່ຄົນຖືກເລືອກ ແລະ ຊາວອິດສະຣາເອນບໍ່ເຄີຍໄດ້ຮັບ. ໂດຍຄວາມຖືກຕ້ອງແລ້ວ, ພວກເຈົ້າຄວນຈະເປັນພະຍານຕໍ່ເຮົາ ແລະ ອຸທິດຄວາມໜຸ່ມຕໍ່ເຮົາ ແລະ ປ່ອຍວາງຊີວິດຂອງພວກເຈົ້າ. ຜູ້ໃດກໍຕາມທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ຄວນເປັນພະຍານໃຫ້ເຮົາ ແລະ ມອບຊີວິດຂອງພວກເຂົາໃຫ້ກັບເຮົາ. ເຮົາໄດ້ກຳນົດສິ່ງນີ້ໄວ້ລ່ວງໜ້າເປັນເວລາດົນນານແລ້ວ. ມັນເປັນໂຊກຊະຕາທີ່ດີຂອງພວກເຈົ້າທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ກັບພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຄືການເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງເຮົາ. ຖ້າຫາກພວກເຈົ້າພຽງແຕ່ເຊື່ອໃນເຮົາເພື່ອການຮັບພອນ, ແລ້ວພາລະກິດຂອງເຮົາກໍຈະມີຄວາມສຳຄັນໜ້ອຍທີ່ສຸດ ແລະ ພວກເຈົ້າເອງກໍຈະບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ. ຊາວອິດສະຣາເອນເຫັນພຽງແຕ່ຄວາມເມດຕາ, ຄວາມຮັກ ແລະ ຄວາມຍິ່ງໃຫຍ່ຂອງເຮົາ ແລະ ຊາວຢິວໄດ້ປະຈັກພະຍານພຽງແຕ່ຄວາມອົດທົນ ແລະ ການໄຖ່ບາບຂອງເຮົາ. ພວກເຂົາເຫັນພາລະກິດຂອງພຣະວິນຍານຂອງເຮົາໜ້ອຍຫຼາຍ, ຈົນເຖິງຈຸດທີ່ພວກເຂົາເຂົ້າໃຈພຽງແຕ່ໜຶ່ງໃນສ່ວນສິບພັນຈາກສິ່ງທີ່ພວກເຈົ້າໄດ້ຍິນ ແລະ ເຫັນ. ສິ່ງທີ່ພວກເຈົ້າໄດ້ເຫັນແມ່ນເກີນກວ່າປະໂລຫິດໃຫຍ່ຂອງພວກເຂົາ. ຄວາມຈິງທີ່ພວກເຈົ້າເຂົ້າໃຈໃນປັດຈຸບັນນີ້ແມ່ນເໜືອກວ່າພວກເຂົາ; ສິ່ງທີ່ພວກເຈົ້າໄດ້ເຫັນໃນປັດຈຸບັນນີ້ແມ່ນເກີນກວ່າສິ່ງທີ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ, ພ້ອມດ້ວຍໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບແມ່ນເໜືອກວ່າໂມເຊ ແລະ ເອລີຢາ. ເພາະສິ່ງທີ່ຊາວອິດສະຣາເອນເຂົ້າໃຈແມ່ນ ພຽງແຕ່ພຣະບັນຍັດຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງພາບທາງຫຼັງຂອງພຣະເຢໂຮວາ; ສິ່ງທີ່ຊາວຢິວເຂົ້າໃຈແມ່ນພຽງແຕ່ການໄຖ່ບາບຂອງພຣະເຢຊູ, ສິ່ງທີ່ພວກເຂົາໄດ້ຮັບແມ່ນພຽງແຕ່ພຣະຄຸນທີ່ໄດ້ປະທານໃຫ້ໂດຍພຣະເຢຊູ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງແຕ່ຮູບພາບຂອງພຣະເຢຊູພາຍໃນເຮືອນຂອງຊາວຢິວເທົ່ານັ້ນ. ສິ່ງທີ່ພວກເຈົ້າເຫັນໃນມື້ນີ້ແມ່ນສະຫງ່າລາສີຂອງພຣະເຢໂຮວາ, ການໄຖ່ບາບຂອງພຣະເຢຊູ ແລະ ການກະທຳທັງໝົດຂອງເຮົາໃນປັດຈຸບັນ. ແລ້ວເຊັ່ນດຽວກັນ, ເຈົ້າກໍໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາ, ຮູ້ຈັກຄຸນຄ່າໃນສະຕິປັນຍາຂອງເຮົາ, ຮູ້ຈັກຄວາມມະຫັດສະຈັນຂອງເຮົາ ແລະ ໄດ້ຮຽນຮູ້ເຖິງອຸປະນິໄສຂອງເຮົາ. ເຮົາຍັງໄດ້ບອກພວກເຈົ້າທັງໝົດກ່ຽວກັບແຜນການຄຸ້ມຄອງຂອງເຮົາ. ສິ່ງທີ່ພວກເຈົ້າໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະເຈົ້າທີ່ມີຄວາມສະຫງ່າງາມ ແລະ ມີຄວາມເມດຕາ, ແຕ່ເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຊອບທຳ. ເຈົ້າໄດ້ເຫັນພາລະກິດທີ່ໜ້າອັດສະຈັນໃຈຂອງເຈົ້າ ແລະ ຮູ້ວ່າເຮົາເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ຍິ່ງໄປກວ່ານັ້ນ, ເຈົ້າຮູ້ວ່າ ໃນຄັ້ງໜຶ່ງເຮົາໄດ້ນໍາເອົາຄວາມໂກດຮ້າຍຂອງເຮົາລົງໃສ່ເຮືອນຂອງອິດສະຣາເອນ ແລະ ໃນມື້ນີ້ ມັນໄດ້ເກີດຂຶ້ນກັບພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈຄວາມເລິກລັບຂອງເຮົາໃນສະຫວັນຫລາຍກວ່າເອຊາຢາ ແລະ ໂຢຮັນ; ພວກເຈົ້າຮູ້ຈັກຄວາມສະຫງ່າງາມຂອງເຮົາ ແລະ ໃຫ້ຄວາມເຄົາລົບບູຊາຫຼາຍກວ່າໄພ່ພົນທຸກຄົນໃນຍຸກສະໄໝກ່ອນ. ສິ່ງທີ່ພວກເຈົ້າໄດ້ຮັບບໍ່ແມ່ນພຽງແຕ່ຄວາມຈິງຂອງເຮົາ, ວິທີທາງຂອງເຮົາ ແລະ ຊີວິດຂອງເຮົາເທົ່ານັ້ນ, ແຕ່ແມ່ນນິມິດ ແລະ ການເປີດເຜີຍທີ່ຍິ່ງໃຫຍ່ກວ່າໂຢຮັນ. ພວກເຈົ້າເຂົ້າໃຈຄວາມເລິກລັບອີກຫຼາຍຢ່າງ ແລະ ຍັງໄດ້ເບິ່ງໃບໜ້າທີ່ແທ້ຈິງຂອງເຮົາ; ພວກເຈົ້າຍອມຮັບເອົາການພິພາກສາຂອງເຮົາຫຼາຍຂຶ້ນ ແລະ ຮູ້ຈັກອຸປະນິໄສອັນຊອບທຳຂອງເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຈົ້າເກີດໃນຍຸກສຸດທ້າຍ, ຄວາມເຂົ້າໃຈຂອງພວກເຈົ້າແມ່ນເປັນແບບດັ່ງເດີມ ແລະ ແບບໃນອະດີດ ແລະ ພວກເຈົ້າຍັງໄດ້ປະສົບກັບສິ່ງຕ່າງໆໃນປັດຈຸບັນນີ້ ແລະ ສິ່ງທັງໝົດນີ້ແມ່ນກະທໍາດ້ວຍຕົວເຮົາເອງ. ສິ່ງທີ່ເຮົາຂໍຈາກພວກເຈົ້າແມ່ນບໍ່ໄດ້ຫຼາຍເກີນຂອບເຂດ, ເພາະວ່າເຮົາໄດ້ໃຫ້ພວກເຈົ້າຫຼາຍກວ່ານັ້ນ ແລະ ພວກເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງໃນຕົວເຮົາ. ສະນັ້ນ, ເຮົາຂໍໃຫ້ພວກເຈົ້າຈົ່ງເປັນພະຍານຕໍ່ເຮົາ, ຕໍ່ໄພ່ພົນໃນສະໄໝກ່ອນ ແລະ ນີ້ຄືຫົວໃຈຂອງເຮົາພຽງປາດຖະໜາເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ