ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 450

22 ເດືອນຕຸລາ 2025

ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື: ບໍ່ໄດ້ແຍກແຍະຫຍັງເລີຍ ແລະ ພຽງແຕ່ໃສ່ໃຈກັບປະສົບການຢ່າງດຽວ ໂດຍບໍ່ຮັບຮູ້ວ່າ ພາລະກິດຂອງຊາຕານແມ່ນຫຍັງ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ, ມະນຸດຈະຢູ່ໃນສະພາວະຫຍັງຖ້າບໍ່ມີການສະຖິດຂອງພຣະເຈົ້າ ແລະ ພຣະເຈົ້າຕ້ອງການເຮັດໃຫ້ຄົນປະເພດໃດສົມບູນແບບ. ຄວນນໍາໃຊ້ຫຼັກການໃດເມື່ອຮັບມືກັບຄົນຫຼາຍປະເພດ, ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າໃນປັດຈຸບັນໄດ້ແນວໃດ, ຈະຮູ້ຈັກເຖິງອຸປະນິໄສຂອງພຣະເຈົ້າໄດ້ແນວໃດ ແລະ ຄວາມເມດຕາ, ຄວາມສະຫງ່າງາມ ແລະ ຄວາມຊອບທຳຂອງພຣະເຈົ້າຈະຖືກຊີ້ນໍາກັບຄົນແນວໃດ, ໃນສະຖານະການແບບໃດ ແລະ ຍຸກໃດ, ເຂົາບໍ່ໄດ້ມີການແຍກແຍະໃນສິ່ງເຫຼົ່ານີ້ເລີຍ. ຖ້າຜູ້ຄົນບໍ່ມີນິມິດຫຼາຍຢ່າງເປັນພື້ນຖານສຳລັບປະສົບການຂອງພວກເຂົາ ແລ້ວຊີວິດກໍບໍ່ຕ້ອງຖາມເຖິງເລີຍ ແລະ ປະສົບການກໍແຮງໄກ; ພວກເຂົາສາມາດສືບຕໍ່ຍອມ ແລະ ອົດທົນກັບທຸກສິ່ງຢ່າງໂງ່ຈ້າ. ຄົນປະເພດດັ່ງກ່າວແມ່ນຍາກທີ່ຈະເຮັດໃຫ້ສົມບູນແບບໄດ້. ສາມາດເວົ້າໄດ້ວ່າ ຖ້າເຈົ້າບໍ່ມີນິມິດຫຍັງເລີຍທີ່ເວົ້າມາຂ້າງເທິງ, ສິ່ງນີ້ກໍເປັນເຄື່ອງພິສູດທີ່ພຽງພໍແລ້ວວ່າ ເຈົ້າເປັນຄົນໂງ່, ເຈົ້າເປັນເໝືອນກັບເສົາເກືອທີ່ຕັ້ງຢູ່ໃນອິດສະຣາເອນຢູ່ສະເໝີ. ຄົນປະເພດດັ່ງກ່າວແມ່ນໃຊ້ການບໍ່ໄດ້, ບໍ່ມີຫຍັງດີເລີຍ! ບາງຄົນພຽງແຕ່ອ່ອນນ້ອມຢ່າງຫູໜວກ ແລະ ຕາບອດຕະຫຼອດເວລາ, ພວກເຂົາຮູ້ຈັກຕົນເອງຢູ່ສະເໝີ ແລະ ນໍາໃຊ້ວິທີການປະພຶດຂອງຕົນເອງເມື່ອຮັບມືກັບບັນຫາໃໝ່ໆ ຫຼື ພວກເຂົານໍາໃຊ້ “ສະຕິປັນຍາ” ເພື່ອຮັບມືກັບບັນຫາທີ່ເລັກໆນ້ອຍໆ ເຊິ່ງບໍ່ສົມຄວນທີ່ຈະກ່າວເຖິງດ້ວຍຊໍ້າ. ຄົນປະເພດດັ່ງກ່າວແມ່ນປາສະຈາກການແຍກແຍະ ແລະ ມັນຄືກັບວ່າ ຖ້າທຳມະຊາດຂອງພວກເຂົາຄືການຍອມຮັບໃຫ້ຖືກກັ່ນແກ້ງ ແລະ ພວກເຂົາກໍເປັນເໝືອນເດີມຢູ່ສະເໝີ. ພວກເຂົາກໍຈະບໍ່ປ່ຽນແປງຈັກເທື່ອ. ຄົນແບບນີ້ເປັນຄົນໂງ່ທີ່ປາສະຈາກການແຍກແຍະແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ພະຍາຍາມດຳເນີນມາດຕະການທີ່ເໝາະສົມກັບສະຖານະການຕ່າງໆ ຫຼື ກັບຄົນທີ່ແຕກຕ່າງກັນຈັກເທື່ອ. ຄົນດັ່ງກ່າວບໍ່ມີປະສົບການ. ເຮົາໄດ້ເຫັນບາງຄົນຜູກມັດກັບຄວາມຮູ້ຂອງພວກເຂົາທີ່ກ່ຽວກັບຕົວພວກເຂົາເອງຫຼາຍ ເຖິງກັບວ່າເມື່ອຜະເຊີນໜ້າກັບຄົນທີ່ຄອບງຳດ້ວຍພາລະກິດຂອງວິນຍານຊົ່ວຮ້າຍ, ພວກເຂົາກໍກົ້ມຫົວຂອງພວກເຂົາລົງ ແລະ ສາລະພາບບາບຂອງພວກເຂົາ ໂດຍບໍ່ກ້າຢືນຂຶ້ນ ແລະ ກ່າວໂທດຄົນເຫຼົ່ານັ້ນ. ແລ້ວເມື່ອຜະເຊີນກັບພາລະກິດທີ່ເຫັນໄດ້ງ່າຍຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍ່ກ້າທີ່ຈະອ່ອນນ້ອມ. ພວກເຂົາເຊື່ອວ່າ ວິນຍານຊົ່ວຮ້າຍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນດຽວກັນ ແລະ ບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະຢືນຂຶ້ນ ແລະ ຕໍ່ຕ້ານພວກມັນ. ຄົນດັ່ງກ່າວນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ບໍ່ສາມາດແບກຮັບພາລະກິດທີ່ໜັກໜ່ວງໃຫ້ກັບພຣະເຈົ້າແທ້ໆ. ຄົນໂງ່ປະເພດນີ້ບໍ່ໄດ້ແຍກແຍະຫຍັງເລີຍ. ສະນັ້ນ ວິທີການຮັບປະສົບການດັ່ງກ່າວຄວນຖືກກໍາຈັດ ຍ້ອນມັນບໍ່ສາມາດປ້ອງກັນໄວ້ໄດ້ໃນສາຍຕາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງປະສົບການ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ