ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 448
04 ເດືອນທັນວາ 2025
ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມະດາ”; ພວກເຂົາແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ ຮັບໃຊ້ພຣະອົງ. ຍິ່ງໄປກວ່ານັ້ນ, ເຂົາບໍ່ມີຄ່າພໍທີ່ຈະໄດ້ຮັບຄວາມກະລຸນາຈາກພຣະເຈົ້າ ຖືກເບິ່ງແຍງດູແລ, ປົກປ້ອງ ແລະ ເຮັດໃຫ້ສົມບູນໂດຍພຣະເຈົ້າ. ຫຼາຍຄົນທີ່ໄດ້ສູນເສຍຄວາມໄວ້ວາງໃຈຈາກພຣະເຈົ້າ ສຸດທ້າຍກໍຈະສູນເສຍຄວາມກະລຸນາຈາກພຣະເຈົ້າ. ພວກເຂົາບໍ່ພຽງກຽດຊັງຄວາມປະພຶດຜິດຂອງຕົນ ແຕ່ພວກເຂົາເຜີຍແຜ່ແນວຄວາມຄິດຢ່າງບໍ່ມີຢາງອາຍວ່າ ວິທີທາງຂອງພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກກະບົດເຫຼົ່ານີ້ຍັງປະຕິເສດວ່າ ພຣະເຈົ້າບໍ່ມີຈິງອີກ. ຜູ້ຄົນດັ່ງກ່າວນີ້ ທີ່ມີກັບຄວາມຕໍ່ຕ້ານແບບນີ້ ຈະມີສິດໄດ້ຮັບຄວາມກະລຸນາຈາກພຣະເຈົ້າໄດ້ແນວໃດ? ຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນແມ່ນໄດ້ຕໍ່ຕ້ານພຣະເຈົ້າ ແລະ ເປັນໜີ້ພຣະອົງຢ່າງຫຼວງຫຼາຍ ແຕ່ພວກເຂົາຫັນຫລັງໃສ່ພຣະເຈົ້າ ແລ້ວກໍໂຈມຕີພຣະເຈົ້າວ່າຜິດ. ມະນຸດປະເພດນີ້ຈະມີຄຸນຄ່າໃນການເຮັດໃຫ້ສົມບູນແບບໄດ້ແນວໃດ? ນີ້ບໍ່ແມ່ນສິ່ງທີ່ມາກ່ອນການຖືກໂຍນອອກ ແລະ ລົງໂທດບໍ? ຜູ້ຄົນທີ່ບໍ່ປະຕິບັດໜ້າທີ່ຂອງຕົນຕໍ່ໜ້າພຣະເຈົ້າແມ່ນຖືວ່າ ມີຄວາມຜິດຢ່າງຮ້າຍແຮງຢ່າງອາຊະຍາກໍາຢູ່ແລ້ວ ເຊິ່ງແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງກ້າໂຕ້ຖຽງກັບພຣະເຈົ້າ ແລະ ຖືເອົາຕົວເອງມາທຽບເທົ່າກັບພຣະອົງ. ການເຮັດໃຫ້ຜູ້ຄົນດັ່ງກ່າວສົມບູນຈະມີຄ່າຫຍັງ? ເມື່ອຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດ, ພວກເຂົາຄວນຮູ້ສຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ; ພວກເຂົາຄວນກຽດຊັງຄວາມອ່ອນແອ ແລະ ຄວາມໄຮ້ປະໂຫຍດຂອງຕົນ, ຄວາມກະບົດ ແລະ ຄວາມເສື່ອມຊາມຂອງຕົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຄວນເສຍສະຫຼະຊີວິດຂອງຕົນເພື່ອພຣະເຈົ້າ. ເມື່ອນັ້ນເທົ່ານັ້ນ ມະນຸດ ພວກເຂົາຈຶ່ງແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຮັກພຣະເຈົ້າແທ້ຈິງ ແລະ ມີແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສົມຄວນມີຄວາມສຸກກັບພອນ ແລະ ຄໍາສັນຍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ພວກເຈົ້າສ່ວນຫຼາຍເປັນແນວໃດ? ພວກເຈົ້າປະຕິບັດຕໍ່ພຣະເຈົ້າ ທີ່ດໍາລົງຊີວິດຢູ່ທ່າມກາງພວກເຈົ້າແນວໃດ? ພວກເຈົ້າໄດ້ເຮັດໜ້າທີ່ຕໍ່ໜ້າພຣະອົງແນວໃດ? ພວກເຈົ້າໄດ້ເຮັດທຸກສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ເຮັດ ເຖິງສິ່ງນັ້ນຈະເປັນການສູນເສຍຊີວິດຂອງເຈົ້າເອງແລ້ວບໍ? ພວກເຈົ້າໄດ້ເສຍສະຫຼະຫຍັງແດ່? ພວກເຈົ້າບໍ່ໄດ້ຮັບຫຍັງຫຼາຍຈາກເຮົາບໍ? ພວກເຈົ້າສາມາດຈໍາແນກບໍ? ພວກເຈົ້າຈົງຮັກພັກດີຕໍ່ເຮົາຫຼາຍພຽງໃດ? ພວກເຈົ້າຮັບໃຊ້ເຮົາແບບໃດ? ມີຫຍັງແດ່ທີ່ເຮົາໄດ້ປະທານໃຫ້ພວກເຈົ້າ ແລະ ເຮັດເພື່ອພວກເຈົ້າ? ພວກເຈົ້າໄດ້ຮັບພິຈາລະນາເອົາສິ່ງນີ້ທັງໝົດແລ້ວບໍ? ພວກເຈົ້າໄດ້ຕັດສິນ ແລະ ປຽບທຽບສິ່ງນີ້ໃສ່ກັບສາມັນສໍານຶກອັນເລັກນ້ອຍທີ່ພວກເຈົ້າມີຢູ່ໃນຕົວພວກເຈົ້າແລ້ວບໍ? ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະຫຼະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງເຈດຕະນາທີ່ຊົ່ວຮ້າຍ ແລະ ສອງຈິດສອງໃຈຕໍ່ເຮົາ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດມີຄວາມຮັບຜິດຊອບຕໍ່ພຣະທໍາ ແລະ ພາລະກິດຂອງເຮົາ, ຜົນຮັບຂອງພວກເຈົ້າເອງຈະເປັນຜົນຮັບທີ່ຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ