ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 430

09 ທັນວາ 2025

ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມເປັນຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອານາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຊີວິດຕາມຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄວາມປາດຖະໜາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຄວາມເປັນຈິງທີ່ມະນຸດເຫັນແມ່ນຜິວເຜີນເກີນໄປ, ມັນບໍ່ມີຄຸນຄ່າ ແລະ ບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້. ມັນຕໍ່າຕ້ອຍຫຼາຍ ແລະ ບໍ່ມີຄ່າແມ່ນແຕ່ໃຫ້ກ່າວເຖິງ. ມັນຂາດແຄນຫຼາຍ ແລະ ຫ່າງໄກຫຼາຍຈາກມາດຕະຖານຂອງຄວາມຕ້ອງການຂອງພຣະເຈົ້າ. ພວກເຈົ້າແຕ່ລະຄົນຈະຖືກກວດກາຢ່າງໃຫຍ່ ເພື່ອເບິ່ງວ່າ ຜູ້ໃດທ່າມກາງພວກເຈົ້າທີ່ຮູ້ພຽງແຕ່ເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າເທົ່ານັ້ນ ແຕ່ບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງ ແລະ ພ້ອມນັ້ນ ກໍເພື່ອຄົ້ນເບິ່ງວ່າ ຜູ້ໃດໃນພວກເຈົ້າທີ່ເປັນຄົນບໍ່ມີຄ່າຄືກັບຂີ້ເຫຍື້ອ. ນັບຕັ້ງແຕ່ນີ້ໄປ ຈົ່ງຈົດຈໍາສິ່ງນີ້ໄວ້! ຢ່າເວົ້າກ່ຽວກັບຄວາມຮູ້ທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບເສັ້ນທາງໃນການປະຕິບັດ ແລະ ກ່ຽວກັບຄວາມເປັນຈິງເທົ່ານັ້ນ. ການປ່ຽນແປງຈາກຄວາມຮູ້ທີ່ແທ້ຈິງໄປເປັນການປະຕິບັດທີ່ແທ້ຈິງ ແລະ ຫຼັງຈາກນັ້ນ ກໍປ່ຽນແປງຈາກການປະຕິບັດໄປເປັນການດໍາລົງຊີວິດຕາມຄວາມເປັນຈິງ. ຢ່າໄປສັ່ງສອນຄົນອື່ນ ແລະ ຢ່າເວົ້າກ່ຽວກັບຄວາມຮູ້ທີ່ແທ້ຈິງ. ຖ້າຄວາມເຂົ້າໃຈຂອງເຈົ້າແມ່ນເສັ້ນທາງ, ແລ້ວຈົ່ງປ່ອຍຄໍາເວົ້າຂອງເຈົ້າອອກມາຕາມສະບາຍ; ຖ້າມັນບໍ່ແມ່ນເສັ້ນທາງ ກໍຈົ່ງກະລຸນາມິດງຽບ ແລະ ຢຸດເວົ້າ. ສິ່ງທີ່ເຈົ້າເວົ້າແມ່ນບໍ່ມີປະໂຫຍດ. ເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈເພື່ອຫຼອກລວງພຣະເຈົ້າ ແລະ ເພື່ອເຮັດໃຫ້ຄົນອື່ນອິດສາເຈົ້າ. ນັ້ນບໍ່ແມ່ນຄວາມທະເຍີທະຍານຂອງເຈົ້າບໍ? ນີ້ບໍ່ແມ່ນການຕັ້ງໃຈລໍ້ຫຼິ້ນກັບຜູ້ອື່ນບໍ? ແລ້ວມັນມີຄຸນຄ່າໃນສິ່ງນີ້ບໍ? ຖ້າເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈ ຫຼັງຈາກທີ່ເຈົ້າໄດ້ປະສົບກັບມັນ, ຈະບໍ່ມີການເບິ່ງເຈົ້າເປັນຄົນໂອ້ອວດ. ບໍ່ສະນັ້ນ ເຈົ້າຈະເປັນຄົນທີ່ເວົ້າດ້ວຍຄໍາເວົ້າທີ່ໂອ້ອວດ. ມີຫຼາຍສິ່ງໃນປະສົບການຕົວຈິງຂອງເຈົ້າທີ່ເຈົ້າບໍ່ສາມາດເອົາຊະນະໄດ້ ແລະ ເຈົ້າບໍ່ສາມາດກະບົດຕໍ່ເນື້ອໜັງຂອງຕົວເອງໄດ້; ເຈົ້າເຮັດໃນສິ່ງທີ່ເຈົ້າຕ້ອງການສະເໝີ ໂດຍບໍ່ເຄີຍເຮັດຕາມເຈດຕະນາຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງມີຄວາມໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈທາງທິດສະດີ. ຈັ່ງແມ່ນເຈົ້າບໍ່ມີຢ່າງອາຍ! ເຈົ້າຍັງໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າໃນພຣະທໍາຂອງພຣະເຈົ້າ. ຈັ່ງແມ່ນເຈົ້າບໍ່ອາຍແທ້ໆ! ການກ່າວປາໄສ ແລະ ການເວົ້າໂອ້ອວດໄດ້ກາຍເປັນທໍາມະຊາດຂອງເຈົ້າ ແລະ ເຈົ້າໄດ້ຄຸ້ນເຄີຍກັບການເຮັດສິ່ງນີ້. ເມື່ອໃດກໍຕາມທີ່ເຈົ້າຕ້ອງການຢາກເວົ້າ, ເຈົ້າກໍເວົ້າຢ່າງສະບາຍໃຈ, ແຕ່ເມື່ອເຖິງເວລາປະຕິບັດ ເຈົ້າກໍເອົາໃຈໃສ່ແຕ່ກັບເຄື່ອງປະດັບປະດາ. ນີ້ບໍ່ແມ່ນວິທີການຫຼອກລວງຄົນອື່ນບໍ? ເຈົ້າອາດຈະສາມາດຫຼອກລວງມະນຸດໄດ້ ແຕ່ບໍ່ສາມາດຫຼອກລວງພຣະເຈົ້າໄດ້. ມະນຸດບໍ່ຮູ້ ແລະ ບໍ່ມີການຢັ່ງຮູ້ ແຕ່ພຣະເຈົ້າຈິງຈັງກ່ຽວກັບບັນຫາດັ່ງກ່າວ ແລະ ພຣະອົງຈະບໍ່ລະເວັ້ນເຈົ້າ. ອ້າຍເອື້ອຍນ້ອງຂອງເຈົ້າອາດຈະສົ່ງເສີມເຈົ້າ, ຍົກຍ້ອງຄວາມເຂົ້າໃຈຂອງເຈົ້າ, ຊົມເຊີຍເຈົ້າ ແຕ່ຖ້າເຈົ້າບໍ່ມີຄວາມເປັນຈິງ, ພຣະວິນຍານບໍລິສຸດກໍຈະບໍ່ລະເວັ້ນເຈົ້າ. ບາງເທື່ອພຣະເຈົ້າທີ່ແທ້ຈິງຈະບໍ່ຊອກຫາຂໍ້ບົກຜ່ອງຂອງເຈົ້າ ແຕ່ພຣະວິນຍານຂອງພຣະເຈົ້າຈະເບິ່ງຂ້າມເຈົ້າ ແລະ ນັ້ນກໍພຽງພໍທີ່ຈະເຮັດໃຫ້ເຈົ້າຍາກທີ່ຈະທົນຮັບໄດ້. ເຈົ້າເຊື່ອໃນສິ່ງນີ້ບໍ? ຈົ່ງເວົ້າຫຼາຍໆກ່ຽວກັບຄວາມເປັນຈິງໃນການປະຕິບັດ; ເຈົ້າລືມມັນແລ້ວບໍ? ຈົ່ງເວົ້າຫຼາຍໆກ່ຽວກັບເສັ້ນທາງທີ່ແທ້ຈິງ; ເຈົ້າລືມມັນແລ້ວບໍ? “ຈົ່ງເວົ້າກ່ຽວກັບທິດສະດີທີ່ສູງສົ່ງ, ຄໍາເວົ້າໃຫຍ່ ແລະ ບໍ່ມີຄ່າໃຫ້ໜ້ອຍລົງ; ມັນດີທີ່ສຸດທີ່ຈະເລີ່ມປະຕິບັດແຕ່ດຽວນີ້ເລີຍ”. ເຈົ້າລືມພຣະທໍາເຫຼົ່ານີ້ແລ້ວບໍ? ເຈົ້າບໍ່ເຂົ້າໃຈເລີຍບໍ? ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ