ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 429
12 ທັນວາ 2025
ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າມີຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຊີວິດຕາມ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄຳທີ່ສະແດງອອກແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸດທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຊີວິດຕາມລັກສະນະຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຊີວິດຕາມຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈຶ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ ກໍາລັງຈະເພພັງລົງ. ມະນຸດແມ່ນມີຄວາມເປັນຈິງໜ້ອຍເກີນໄປ; ມັນເກືອບເປັນໄປບໍ່ໄດ້ ທີ່ຈະຊອກຫາຄວາມເປັນຈິງໃດໆໃນມະນຸດ. ຄວາມເປັນຈິງ ທີ່ໄຫຼອອກຈາກມະນຸດໂດຍທໍາມະຊາດແມ່ນມີໜ້ອຍເກີນໄປ ແລະ ຄວາມເປັນຈິງທັງໝົດທີ່ພວກເຂົາດໍາລົງຊີວິດຕາມແມ່ນຖືກບັງຄັບ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ມີຄວາມເປັນຈິງ. ເຖິງແມ່ນວ່າ ຜູ້ຄົນອ້າງວ່າ ຫົວໃຈທີ່ຮັກພຣະເຈົ້າຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍປ່ຽນແປງຈັກເທື່ອ, ນີ້ເປັນພຽງສິ່ງທີ່ພວກເຂົາເວົ້າກ່ອນທີ່ພວກເຂົາຈະຜະເຊີນກັບການທົດລອງ. ເມື່ອພວກເຂົາຜະເຊີນກັບການທົດລອງໃນມື້ໃດມື້ໜຶ່ງຢ່າງກະທັນຫັນ, ສິ່ງທີ່ພວກເຂົາເວົ້າເຖິງກໍຈະບໍ່ສາມາດເຂົ້າກັບຄວາມເປັນຈິງໄດ້ອີກຄັ້ງ ແລະ ນີ້ຈະພິສູດໃຫ້ເຫັນອີກຄັ້ງວ່າ ມະນຸດບໍ່ມີຄວາມເປັນຈິງ. ສາມາດເວົ້າໄດ້ວ່າ ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງທີ່ບໍ່ເຂົ້າກັບຄວາມຄິດຂອງເຈົ້າ ແລະ ຕ້ອງການໃຫ້ເຈົ້າປ່ອຍປະຕົນເອງ, ສິ່ງເຫຼົ່ານັ້ນແມ່ນການທົດລອງຂອງເຈົ້າ. ກ່ອນເຈດຕະນາຂອງພຣະເຈົ້າຈະຖືກເປີດເຜີຍ, ທຸກຄົນແມ່ນຜ່ານການທົດສອບຢ່າງຮຸນແຮງ ແລະ ການທົດລອງຢ່າງໜັກ. ເຈົ້າສາມາດເຂົ້າໃຈສິ່ງນີ້ບໍ? ໃນເວລາທີ່ພຣະເຈົ້າຕ້ອງການທົດລອງມະນຸດ, ພຣະອົງປ່ອຍໃຫ້ພວກເຂົາເລືອກດ້ວຍຕົວເອງສະເໝີ ກ່ອນທີ່ຄວາມຈິງຈະຖືກເປີດເຜີຍ. ນີ້ໝາຍຄວາມວ່າ ເມື່ອພຣະເຈົ້າທົດລອງມະນຸດ, ພຣະອົງຈະບໍ່ບອກເຈົ້າຄວາມຈິງຈັກເທື່ອ; ນີ້ແມ່ນວິທີທີ່ຜູ້ຄົນຖືກເປີດເຜີຍ. ນີ້ແມ່ນວິທີໜຶ່ງ ທີ່ພຣະເຈົ້າດໍາເນີນພາລະກິດຂອງພຣະອົງ ເພື່ອເບິ່ງວ່າ ເຈົ້າເຂົ້າໃຈພຣະເຈົ້າໃນປັດຈຸບັນ ຫຼື ບໍ່ ແລະ ເພື່ອເບິ່ງວ່າ ເຈົ້າມີຄວາມເປັນຈິງ ຫຼື ບໍ່. ເຈົ້າປາສະຈາກຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຈະສາມາດຢືນຢ່າງໝັ້ນຄົງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາຮອດເຈົ້າໄດ້ບໍ? ໃຜກ້າເວົ້າວ່າ “ຂ້ານ້ອຍຮັບປະກັນວ່າ ຈະບໍ່ມີບັນຫາ”? ໃຜກ້າເວົ້າວ່າ “ຄົນອື່ນອາດຈະສົງໄສ ແຕ່ຂ້ານ້ອຍຈະບໍ່ມີວັນສົງໄສ”? ມັນຄ້າຍຄືກັບເມື່ອເປໂຕຖືກທົດລອງ: ລາວເວົ້າໃຫຍ່ສະເໝີກ່ອນຄວາມຈິງຈະຖືກເປີດເຜີຍ. ນີ້ບໍ່ແມ່ນຂໍ້ບົກຜ່ອງສະເພາະສ່ວນຕົວຂອງເປໂຕ; ນີ້ແມ່ນຄວາມລໍາບາກທີ່ຍິ່ງໃຫຍ່ທີ່ມະນຸດທຸກຄົນໃນປັດຈຸບັນຜະເຊີນຢູ່. ຖ້າເຮົາໄປຢ້ຽມຢາມຫຼາຍບ່ອນ ຫຼື ຖ້າເຮົາໄປຢ້ຽມຢາມອ້າຍເອື້ອຍນ້ອງຫຼາຍຄົນ ເພື່ອເບິ່ງວ່າ ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພວກເຈົ້າຈະສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າຢ່າງແນ່ນອນ ແລະ ມັນກໍຈະປາກົດວ່າ ພວກເຈົ້າບໍ່ມີຂໍ້ສົງໄສຫຍັງເລີຍ. ຖ້າເຮົາຕ້ອງຖາມເຈົ້າວ່າ: “ເຈົ້າສາມາດຕັດສິນວ່າ ພຣະເຈົ້າເປັນຜູ້ປະຕິບັດພາລະກິດໃນປັດຈຸບັນດ້ວຍພຣະອົງເອງແທ້ບໍ? ບໍ່ມີຂໍ້ສົງໄສຫຍັງບໍ?” ແນ່ນອນຢູ່ແລ້ວ ເຈົ້າກໍຈະຕອບວ່າ: “ບໍ່ມີຂໍ້ສົງໄສຫຍັງເລີຍ, ມັນແມ່ນພາລະກິດທີ່ປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ”. ເມື່ອເຈົ້າໄດ້ຕອບຄໍາຖາມດ້ວຍວິທີດັ່ງກ່າວນີ້, ແນ່ນອນ ເຈົ້າຈະບໍ່ສົງໄສອີກ ແລະ ເຈົ້າອາດຈະຍັງຮູ້ສຶກມີຄວາມສຸກຫຼາຍ, ຄິດວ່າຕົນເອງໄດ້ຮັບຄວາມເປັນຈິງໜ້ອຍໜຶ່ງ. ຜູ້ທີ່ມັກເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ ແມ່ນຜູ້ທີ່ມີຄວາມເປັນຈິງໜ້ອຍຫຼາຍ; ຍິ່ງຄົນໆໜຶ່ງຄິດວ່າຕົນເອງໄດ້ຮັບມັນ ຄົນໆນັ້ນກໍຍິ່ງບໍ່ສາມາດຢືນຢ່າງໝັ້ນຄົງເມື່ອຜະເຊີນກັບການທົດລອງ. ຂໍໃຫ້ຄົນທີ່ອວດດີ ແລະ ຈອງຫອງພົບແຕ່ຄວາມໂສກເສົ້າ ແລະ ຂໍໃຫ້ຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງພົບແຕ່ຄວາມໂສກເສົ້າ; ເພາະຄົນດັ່ງກ່າວແມ່ນເກັ່ງແຕ່ເວົ້າ ແຕ່ຂີ້ຮ້າຍທີ່ສຸດໃນການນໍາເອົາຄໍາເວົ້າຂອງເຂົາໄປປະຕິບັດ. ເມື່ອມີຄວາມຫຍຸ້ງຍາກພຽງເລັກນ້ອຍ, ຄົນເຫຼົ່ານີ້ກໍຈະເລີ່ມມີຂໍ້ສົງໄສ ແລະ ຄວາມຄິດລົ້ມເລີກກໍເລືອເຂົ້າສູ່ສະໝອງຂອງພວກເຂົາ. ພວກເຂົາບໍ່ມີຄວາມເປັນຈິງໃດໆເລີຍ; ພວກເຂົາມີພຽງທິດສະດີທີ່ນອກເໜືອສາສະໜາ ໂດຍປາສະຈາກຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງຕ້ອງການໃນປັດຈຸບັນ. ເຮົາລັງກຽດຄົນທີ່ເວົ້າແຕ່ທິດສະດີ ແລະ ບໍ່ມີຄວາມເປັນຈິງທີ່ສຸດ. ພວກເຂົາຮ້ອງສຽງດັງທີ່ສຸດໃນເວລາດໍາເນີນພາລະກິດຂອງພວກເຂົາ ແຕ່ທັນທີໃດທີ່ພວກເຂົາຜະເຊີນກັບຄວາມເປັນຈິງ ພວກເຂົາກໍລົ້ມເຫຼວ. ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງບໍ? ບໍ່ວ່າລົມ ແລະ ຄື້ນທະເລຈະຮຸນແຮງສໍ່າໃດກໍຕາມ, ຖ້າເຈົ້າຍັງສາມາດຢືນຢູ່ໂດຍບໍ່ມີຂໍ້ສົງໄສໃດໆໃນສະໝອງຂອງເຈົ້າ ແລະ ເຈົ້າສາມາດຢືນຢ່າງໝັ້ນຄົງ ແລະ ບໍ່ມີການປະຕິເສດ ເຖິງແມ່ນວ່າຈະບໍ່ມີໃຜຍັງຄົງເຫຼືອຢູ່ກໍຕາມ, ແລ້ວເຈົ້າກໍຈະຖືວ່າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຄວາມເປັນຈິງທີ່ແທ້ຈິງ. ຖ້າເຈົ້າຫັນຕາມທິດທາງຂອງລົມ, ຖ້າເຈົ້າເດີນຕາມຄົນສ່ວນໃຫຍ່ ແລະ ຮຽນເວົ້າຕາມຄວາມເວົ້າຂອງຜູ້ອື່ນ, ບໍ່ວ່າເຈົ້າຈະເວົ້າເກັ່ງສໍ່າໃດກໍຕາມ, ມັນກໍຈະບໍ່ໄດ້ພິສູດວ່າ ເຈົ້າມີຄວາມເປັນຈິງ. ດັ່ງນັ້ນ, ເຮົາຂໍແນະນໍາວ່າ ເຈົ້າຈົ່ງຢ່າຟ້າວຮ້ອງດ້ວຍຄໍາເວົ້າທີ່ວ່າງເປົ່າໄວເກີນໄປ. ເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າຈະປະຕິບັດບໍ? ຢ່າປະພຶດຕົນຄືກັບເປໂຕອີກຄົນ ເພາະຢ້ານວ່າ ເຈົ້າຈະນໍາເອົາຄວາມອັບອາຍມາສູ່ຕົວເອງ ແລະ ເຈົ້າຈະບໍ່ສາມາດເງີຍຫົວຂຶ້ນສູງໄດ້; ສິ່ງນີ້ຈະບໍ່ເປັນປະໂຫຍດໃຫ້ກັບໃຜເລີຍ. ມະນຸດສ່ວນໃຫຍ່ບໍ່ມີວຸດທິພາວະທີ່ແທ້ຈິງ. ເຖິງແມ່ນວ່າ ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແຕ່ພຣະອົງບໍ່ໄດ້ນໍາຄວາມເປັນຈິງມາສູ່ຜູ້ຄົນ; ຈະໃຫ້ຖືກຕ້ອງກວ່ານີ້ກໍຄື ພຣະອົງບໍ່ເຄີຍຂ້ຽນຕີຜູ້ໃດດ້ວຍຕົວພຣະອົງເອງຈັກເທື່ອ. ບາງຄົນຖືກເປີດເຜີຍໂດຍການທົດລອງດັ່ງກ່າວ, ດ້ວຍມືທີ່ບາບຂອງພວກເຂົາທີ່ຍື້ໄກອອກໄປເລື້ອຍໆ ໂດຍຄິດວ່າມັນງ່າຍທີ່ຈະເອົາຊະນະພຣະເຈົ້າ ແລະ ຄິດວ່າ ພວກເຂົາສາມາດເຮັດສິ່ງໃດກໍຕາມທີ່ພວກເຂົາຕ້ອງການ. ໃນເມື່ອພວກເຂົາບໍ່ສາມາດທົນແມ່ນແຕ່ກັບການທົດລອງປະເພດນີ້, ການທົດລອງທີ່ທ້າທາຍກວ່ານີ້ແມ່ນບໍ່ມີທາງທີ່ພວກເຂົາຈະທົນໄດ້ ແລະ ການມີຄວາມເປັນຈິງກໍເຊັ່ນກັນ. ພວກເຂົາບໍ່ແມ່ນພະຍາຍາມຫຼອກລວງພຣະເຈົ້າເທົ່ານັ້ນບໍ? ການມີຄວາມເປັນຈິງບໍ່ແມ່ນສິ່ງທີ່ສາມາດປອມແປງໄດ້ ຫຼື ຄວາມເປັນຈິງບໍ່ແມ່ນສິ່ງທີ່ເຈົ້າສາມາດໄດ້ຮັບໂດຍການຮູ້ຈັກມັນ. ມັນອີງຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ອີງຕາມວ່າ ເຈົ້າສາມາດທົນຕໍ່ການທົດລອງທັງໝົດໄດ້ ຫຼື ບໍ່. ເຈົ້າເຂົ້າໃຈບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ