ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 422

09 ເດືອນທັນວາ 2025

ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ ແລະ ບໍ່ພະຍາຍາມມີປະສົບການກັບພຣະທຳຂອງພຣະເຈົ້າຜ່ານການພົບພໍ້ແທ້, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຄໍາສັບທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຄໍາສັບທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ແລະ ເຈົ້າຈະບໍ່ເຂົ້າໃຈເຈດຕະນາຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຄໍາສັບ ແລະ ຄຳສັ່ງສອນທີ່ວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ປະສົບກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະເປັນຈິງກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ. ໃນຄວາມເປັນຈິງແລ້ວ, ຂະບວນການຂອງການເຊື່ອໃນພຣະເຈົ້າແມ່ນຂະບວນການທີ່ພວກເຈົ້າປະສົບກັບພຣະທຳຂອງພຣະອົງ ພ້ອມທັງຖືກພຣະເຈົ້າຮັບເອົາ ຫຼື ເພື່ອເວົ້າໃຫ້ຊັດເຈນຂຶ້ນກວ່ານີ້ກໍຄື ການເຊື່ອໃນພຣະເຈົ້າແມ່ນການມີຄວາມຮູ້ ແລະ ຄວາມເຂົ້າໃຈໃນພຣະທຳຂອງພຣະອົງ ແລະ ການປະສົບກັບ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ; ນັ້ນແມ່ນຄວາມເປັນຈິງທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ. ຖ້າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ພຽງແຕ່ຫວັງມີຊີວິດຕະຫຼອດໄປເປັນນິດ ໂດຍບໍ່ສະແຫວງຫາເພື່ອປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ, ແລ້ວພວກເຈົ້າກໍໂງ່ຈ້າ. ນີ້ເປັນຄືກັບການໄປງານລ້ຽງສະຫຼອງ ແລະ ເບິ່ງອາຫານ ແລະ ຮຽນຮູ້ສິ່ງຂອງແຊບໆດ້ວຍໃຈເທົ່ານັ້ນ ໂດຍບໍ່ໄດ້ຊີມມັນເລີຍ, ມັນຈະຄືກັບການບໍ່ກິນ ຫຼື ການບໍ່ດື່ມຫຍັງເລີຍ. ຄົນປະເພດນັ້ນບໍ່ແມ່ນຄົນໂງ່ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ