ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 419

09 ເດືອນທັນວາ 2025

ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້:

1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.

2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.

3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.

ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ ແລະ ເຂົ້າໃຈພຣະທໍາດັ່ງກ່າວໂດຍບໍ່ມີການປ່ຽນແປງ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ, ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກໃນລະດັບໃດໜຶ່ງແລ້ວ, ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ ຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຕັມໄປດ້ວຍຄໍາສັນລະເສີນຫລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼາຍເທົ່າ. ແນ່ນອນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວິທີດັ່ງກ່າວ, ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ. ຖ້າເຈົ້າສາມາດຮັບສະພາວະທີ່ໄດ້ກ່າວມາຂ້າງເທິງນັ້ນກໍພິສູດໃຫ້ເຫັນແລ້ວວ່າ ຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ນີ້ຄືບົດຮຽນພື້ນຖານຢ່າງທຳອິດ. ພຽງແຕ່ຫຼັງຈາກທີ່ມະນຸດສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ, ລວມທັງການເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ. ເມື່ອການຝຶກຝົນຂອງພວກເຂົາເພື່ອໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ເຂົ້າເຖິງຈຸດໃດໜຶ່ງ ແລະ ເມື່ອພວກເຂົາສາມາດກະບົດຕໍ່ຕົວພວກເຂົາເອງ, ກຽດຊັງພວກເຂົາເອງ ແລະ ໃຊ້ຊີວິດຢູ່ກັບພຣະທຳຂອງພຣະເຈົ້າ ເມື່ອນັ້ນຫົວໃຈຂອງພວກເຂົາກໍຈະຢູ່ໃນຄວາມສະຫງົບຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ. ການທີ່ສາມາດກຽດຊັງຕົນເອງ, ສາບແຊ່ງຕົນເອງ ແລະ ກະບົດຕໍ່ຕົນເອງແມ່ນຜົນສຳເລັດມາຈາກພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດສຳເລັດໄດ້ດ້ວຍຕົນເອງ. ດ້ວຍເຫດນັ້ນ ການປະຕິບັດເຮັດໃຫ້ຫົວໃຈສະຫງົບຕໍ່ໜ້າພຣະເຈົ້າແມ່ນບົດຮຽນທີ່ມະນຸດຄວນເຂົ້າສູ່ໂດຍທັນທີທັນໃດ. ສໍາລັບບາງຄົນ ພວກເຂົາບໍ່ພຽງແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຢ່າງປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບຕໍ່ໜ້າພຣະເຈົ້າແມ່ນແຕ່ໃນເວລາທີ່ອະທິຖານ. ການກະທໍາແບບນີ້ແມ່ນຕ່ຳກວ່າລະດັບມາດຕະຖານຂອງພຣະເຈົ້າ! ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າສາມາດຖືກດົນໃຈໂດຍພຣະວິນຍານບໍລິສຸດໄດ້ບໍ? ຖ້າເຈົ້າເປັນຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍອາດຈະຖືກລົບກວນເມື່ອມີບາງຄົນມາຫາ ຫຼື ເມື່ອມີຄົນອື່ນລົມກັນ ແລະ ຈິດໃຈຂອງເຈົ້າກໍອາດຈະເລື່ອນລອຍຢູ່ກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ເຊິ່ງໃນກໍລະນີນີ້ເຈົ້າແມ່ນບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າເລີຍ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຖືກລົບກວນໂດຍສິ່ງໃດໆທີ່ເກີດຂຶ້ນໃນໂລກພາຍນອກ ຫຼື ຖືກຄອບຄອງໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ຖ້າເຈົ້າໄດ້ເຂົ້າສູ່ສິ່ງນີ້ ແລ້ວສະພາວະດ້ານລົບເຫຼົ່ານັ້ນ ແລະ ສິ່ງທີ່ເປັນດ້ານລົບທັງໝົດເຊັ່ນ: ແນວຄິດຂອງມະນຸດ, ປັດຊະຍາສຳລັບຄວາມສໍາພັນທາງໂລກ, ຄວາມສຳພັນທີ່ບໍ່ປົກກະຕິລະຫວ່າງມະນຸດ, ຄວາມຄິດ, ຄວາມເຫັນ ແລະ ອື່ນໆ ຈະຫາຍໄປຕາມທຳມະຊາດ. ຍ້ອນເຈົ້າໄຕ່ຕອງເຖິງພຣະທຳຂອງພຣະເຈົ້າຢູ່ເປັນປະຈຳ ແລະ ຫົວໃຈຂອງເຈົ້າຢູ່ໃກ້ພຣະເຈົ້າສະເໝີ ແລະ ຖືກຄອບຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນຕະຫຼອດ, ສິ່ງທີ່ເປັນລົບເຫຼົ່ານັ້ນກໍຈະອອກໄປຈາກເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເລີຍ. ເມື່ອມີສິ່ງໃໝ່ ແລະ ສິ່ງທີ່ເປັນບວກຢູ່ກັບເຈົ້າ, ສິ່ງເກົ່າທີ່ເປັນລົບກໍຈະຫາຍໄປ, ສະນັ້ນ ຢ່າສົນໃຈກັບສິ່ງເກົ່າທີ່ເປັນລົບເຫຼົ່ານັ້ນເລີຍ. ເຈົ້າບໍ່ຕ້ອງພະຍາຍາມຄວບຄຸມພວກມັນ. ເຈົ້າຄວນໃສ່ໃຈໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້; ຮ້ອງເພງສັນລະເສີນພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້ ແລະ ຈົ່ງປ່ອຍໃຫ້ພຣະເຈົ້າມີໂອກາດໄດ້ປະຕິບັດພາລະກິດໃນຕົວເຈົ້າ; ເພາະວ່າ ໃນປັດຈຸບັນ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນແບບດ້ວຍພຣະອົງເອງ ແລະ ພຣະອົງຕ້ອງການໄດ້ຮັບຫົວໃຈຂອງເຈົ້າ; ພຣະວິນຍານຂອງພຣະອົງດົນໃຈເຈົ້າ ແລະ ຖ້າເຈົ້າປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າສົນໃຈໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມພົວພັນສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນເພື່ອຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ແລ້ວແນວຄິດຕ່າງໆນາໆກ່ຽວກັບສາສະໜາເຫຼົ່ານັ້ນ ແລະ ຄວາມໂອ້ອວດວ່າຕົນເອງຖືກສະເໝີ ແລະ ການໃຫ້ຄວາມສຳຄັນແກ່ຕົນເອງກໍຈະຫາຍໄປໝົດສິ້ນ; ເຈົ້າຈະຮູ້ຈັກວິທີສະຫຼະຕົນເອງເພື່ອພຣະເຈົ້າ, ວິທີຮັກພຣະເຈົ້າ ແລະ ວິທີເຮັດໃຫ້ພຣະເຈົ້າພໍໃຈ. ນອກຈາກນັ້ນ, ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະເຈົ້າເຫຼົ່ານັ້ນຈະຫາຍໄປຈາກຈິດສຳນຶກຂອງເຈົ້າໂດຍບໍ່ຮູ້ຕົວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ