ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 418

09 ທັນວາ 2025

ຄວາມຮູ້ພື້ນຖານທີ່ສຸດກ່ຽວກັບຄຳອະທິຖານ:

1. ຢ່າຫຼັບຫູຫຼັບຕາເວົ້າແມ່ນຫຍັງກໍ່ຕາມທີ່ອອກມາຈາກແນວຄິດ. ມັນຕ້ອງມີພາລະໃນຫົວໃຈຂອງເຈົ້າ ນັ້ນກໍ່ຄື ເຈົ້າຕ້ອງມີຈຸດປະສົງເມື່ອເຈົ້າອະທິຖານ.

2. ຄຳອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ; ມັນຕ້ອງຕັ້ງຢູ່ບົນພຣະທໍາຂອງພຣະເຈົ້າ.

3. ເມື່ອກຳລັງອະທິຖານ, ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝແລ້ວ. ຄຳອະທິຖານຂອງເຈົ້າຄວນກ່ຽວຂ້ອງກັບພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລະ ເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າກ່ຽວກັບຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ.

4. ການອະທິຖານເປັນກຸ່ມຕ້ອງກ່ຽວກັບຈຸດສູນກາງ ເຊິ່ງຈຳເປັນຕ້ອງແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ.

5. ທຸກຄົນຕ້ອງຮຽນຮູ້ຄຳອະທິຖານເພື່ອຜູ້ອື່ນ. ນີ້ຍັງເປັນວິທີທີ່ຈະສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ.

ຊີວິດຄຳອະທິຖານຂອງຄົນໆໜຶ່ງແມ່ນອີງໃສ່ການເຂົ້າໃຈຄວາມໝາຍຂອງຄຳອະທິຖານ ແລະ ຄວາມຮູ້ພື້ນຖານຂອງຄຳອະທິຖານ. ໃນຊີວິດປະຈຳວັນ, ໃຫ້ອະທິຖານຢູ່ເລື້ອຍໆສຳລັບຂໍ້ບົກຜ່ອງຂອງເຈົ້າເອງ, ອະທິຖານເພື່ອກໍ່ໃຫ້ເກີດການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ ແລະ ອະທິຖານບົນພື້ນຖານຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ລະຄົນຄວນສ້າງຕັ້ງຊີວິດແຫ່ງຄຳອະທິຖານຂອງພວກເຂົາເອງ, ພວກເຂົາຄວນອະທິຖານເພື່ອເຫັນແກ່ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄວນອະທິຖານເພື່ອສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ເປີດເຜີຍສະຖານະການສ່ວນຕົວຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ເຮັດຕົວໃຫ້ເປັນຈິງໂດຍບໍ່ວິຕົກກັງວົນກ່ຽວກັບວິທີການທີ່ເຈົ້າອະທິຖານ ແລະ ບັນຫາຫຼັກກໍ່ຄືເພື່ອບັນລຸຄວາມເຂົ້າໃຈທີ່ແທ້ຈິງ ແລະ ເພື່ອຮັບເອົາປະສົບການຕົວຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຊີວິດຝ່າຍວິນຍານຕ້ອງສາມາດອະທິຖານໃນຫຼາຍວິທີທີ່ແຕກຕ່າງກັນ. ການອະທິຖານງຽບໆ, ການຄຸ່ນຄິດຕາມພຣະທຳຂອງພຣະເຈົ້າ, ການມາຮູ້ຈັກພາລະກິດຂອງພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕົວຢ່າງຂອງພາລະກິດແຫ່ງການສົນທະນາຝ່າຍວິນຍານທີ່ມີເປົ້າໝາຍເພື່ອເຫັນແກ່ການບັນລຸທາງເຂົ້າສູ່ຊີວິດຝ່າຍວິນຍານທີ່ເປັນປົກກະຕິ ເຊິ່ງປັບປຸງສະພາວະຂອງຄົນໆໜຶ່ງທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງຜັກດັນໃຫ້ຄົນໆໜຶ່ງກ້າວໜ້າຫຼາຍຂຶ້ນໃນຊີວິດ. ເວົ້າສັ້ນໆກໍ່ຄື ທຸກສິ່ງທີ່ເຈົ້າເຮັດ ບໍ່ວ່າມັນຈະເປັນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື ການອະທິຖານຢ່າງງຽບໆ ຫຼື ການປະກາດອອກດັງໆ ແມ່ນເພື່ອເຮັດໃຫ້ເຈົ້າສາມາດເຫັນເຖິງພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງປາຖະໜາຈະບັນລຸໃນຕົວເຈົ້າຢ່າງຊັດເຈນ. ສິ່ງທີ່ສຳຄັນໄປກວ່ານັ້ນ ທຸກສິ່ງທີ່ເຈົ້າເຮັດແມ່ນເກີດຂຶ້ນເພື່ອບັນລຸມາດຕະຖານທີ່ພຣະເຈົ້າຮຽກຮ້ອງ ແລະ ເພື່ອຍົກຊີວິດຂອງເຈົ້າໃຫ້ສູງຂຶ້ນອີກ. ເງື່ອນໄຂຂັ້ນຕໍ່າທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍ່ຄືໃຫ້ມະນຸດສາມາດເປີດຫົວໃຈຂອງເຂົາຕໍ່ພຣະອົງ. ຖ້າມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ແກ່ພຣະເຈົ້າ ແລະ ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຂົາຢ່າງແທ້ຈິງ, ແລ້ວພຣະເຈົ້າກໍ່ເຕັມໃຈທີ່ຈະເຮັດພາລະກິດໃນຕົວເຂົາ. ສິ່ງທີ່ພຣະເຈົ້າປາຖະໜາບໍ່ແມ່ນຫົວໃຈທີ່ບິດງໍຂອງມະນຸດ, ແຕ່ເປັນຫົວໃຈທີ່ບໍລິສຸດ ແລະ ຊື່ສັດ. ຖ້າມະນຸດບໍ່ເວົ້າຈາກຫົວໃຈຂອງເຂົາຕໍ່ພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ດົນບັນດານຫົວໃຈຂອງເຂົາ ຫຼື ເຮັດພາລະກິດໃນຕົວເຂົາ. ສະນັ້ນ, ປະເດັນສຳຄັນຂອງຄຳອະທິຖານກໍ່ຄືການເວົ້າກັບພຣະເຈົ້າຈາກຫົວໃຈຂອງເຈົ້າ, ບອກພຣະອົງກ່ຽວກັບຂໍ້ບົກຜ່ອງ ຫຼື ອຸປະນິໄສທີ່ກະບົດຂອງເຈົ້າ, ເປີດເຜີຍຕົນເອງຕໍ່ໜ້າພຣະອົງຢ່າງສົມບູນ; ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສົນໃຈໃນຄຳອະທິຖານຂອງເຈົ້າ ຫຼື ຖ້າບໍ່ດັ່ງນັ້ນ ພຣະອົງກໍ່ຈະເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ. ເກນເງື່ອນໄຂຂັ້ນຕໍ່າສຳລັບຄຳອະທິຖານກໍ່ຄືເຈົ້າຕ້ອງສາມາດຮັກສາໃຫ້ຫົວໃຈຂອງເຈົ້າໃຫ້ສະຫງົບງຽບຢູ່ຕໍ່ໜ້າພຣະເຈົ້າ ແລະ ມັນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ. ມັນອາດເປັນໄປໄດ້ວ່າ ໃນລະຫວ່າງໄລຍະນີ້ ເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈໃໝ່ຂຶ້ນ ຫຼື ສູງສົ່ງຂຶ້ນ, ແຕ່ຫຼັງຈາກນັ້ນ ເຈົ້າຕ້ອງໃຊ້ຄຳອະທິຖານເພື່ອຮັກສາສະຖານະພາບໃນປັດຈຸບັນ ນັ້ນກໍ່ຄື ເຈົ້າຕ້ອງບໍ່ຖອຍຫຼັງ. ຢ່າງໜ້ອຍທີ່ສຸດເຈົ້າຕ້ອງບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າບໍ່ສາມາດເຮັດສຳເລັດແມ່ນແຕ່ສິ່ງນີ້, ແລ້ວມັນກໍ່ພິສູດວ່າຊີວິດຝ່າຍວິນຍານຂອງເຈົ້າບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຜົນຕາມມາກໍ່ຄື ເຈົ້າຈະບໍ່ສາມາດຍຶດໝັ້ນກັບນິມິດທີ່ເຈົ້າມີໃນຕອນທຳອິດ, ເຈົ້າຈະສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຕັ້ງໃຈຂອງເຈົ້າຈະຫຼຸດລົງໃນພາຍຫຼັງ. ໜຶ່ງສັນຍານທີ່ບົ່ງບອກວ່າເຈົ້າໄດ້ເຂົ້າສູ່ຊີວິດຝ່າຍວິນຍານແລ້ວ ຫຼື ບໍ່ນັ້ນ ແມ່ນຕ້ອງເບິ່ງວ່າຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່. ທຸກຄົນຕ້ອງເຂົ້າສູ່ຄວາມເປັນຈິງນີ້; ພວກເຂົາທຸກຄົນຕ້ອງເຮັດພາລະກິດແຫ່ງການຝຶກຝົນຕົນເອງຢ່າງມີສະຕິໃນຄຳອະທິຖານ, ບໍ່ແມ່ນລໍຖ້າຢ່າງຂີ້ຄ້ານ, ແຕ່ສະແຫວງຫາເພື່ອທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດຢ່າງມີສະຕິ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະເປັນຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງ.

ເມື່ອເຈົ້າເລີ່ມອະທິຖານ, ຢ່າບັງຄັບຕົນເອງເກີນຄວາມຈຳເປັນ ແລະ ຄາດຫວັງທີ່ຈະບັນລຸທຸກສິ່ງໃນຄັ້ງດຽວ. ເຈົ້າບໍ່ສາມາດຮຽກຮ້ອງຢ່າງເກີນຕົວ ໂດຍຄາດຫວັງວ່າ ໃນທັນທີທີ່ເຈົ້າອ້າປາກຂອງເຈົ້າອອກ ເຈົ້າຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດ ຫຼື ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ຫຼື ພຣະເຈົ້າຈະຖອກເທຄວາມກະລຸນາລົງມາໃຫ້ເຈົ້າ. ສິ່ງນັ້ນຈະບໍ່ເກີດຂຶ້ນ; ພຣະເຈົ້າບໍ່ເຮັດສິ່ງທີ່ເໜືອທຳມະຊາດ. ພຣະເຈົ້າເຮັດໃຫ້ຄຳອະທິຖານຂອງຜູ້ຄົນກາຍເປັນຈິງໃນເວລາຂອງພຣະອົງເອງ ແລະ ບາງເທື່ອ ພຣະອົງກໍ່ທົດສອບຄວາມເຊື່ອຂອງເຈົ້າເພື່ອເບິ່ງວ່າເຈົ້າຈົງຮັກພັກດີຕໍ່ໜ້າພຣະອົງ ຫຼື ບໍ່. ເມື່ອເຈົ້າອະທິຖານ, ເຈົ້າຕ້ອງມີຄວາມເຊື່ອ, ຄວາມພາກພຽນ ແລະ ຄວາມຕັ້ງໃຈ. ເມື່ອຫາກໍ່ເລີ່ມຕົ້ນຝຶກຝົນ, ຄົນສ່ວນໃຫຍ່ໝົດກຳລັງໃຈ ເພາະພວກເຂົາລົ້ມເຫຼວທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ. ມັນຈະບໍ່ເປັນແບບນີ້! ເຈົ້າຕ້ອງພາກພຽນ; ເຈົ້າຕ້ອງໃຫ້ຄວາມສຳຄັນກັບການຮູ້ສຶກເຖິງການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ການສະແຫວງຫາ ແລະ ການຄົ້ນຫາ. ບາງເທື່ອ, ເສັ້ນທາງການປະຕິບັດຂອງເຈົ້າບໍ່ຖືກຕ້ອງ ແລະ ບາງເທື່ອ ແຮງຈູງໃຈສ່ວນຕົວ ແລະ ແນວຄິດຂອງເຈົ້າບໍ່ສາມາດຍຶດໝັ້ນໄດ້ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະວິນຍານຂອງພຣະເຈົ້າກໍ່ລົ້ມເຫຼວທີ່ຈະດົນບັນດານເຈົ້າ. ໃນເວລາອື່ນ, ພຣະເຈົ້າຫຼຽວເບິ່ງວ່າເຈົ້າຈົງຮັກພັກດີ ຫຼື ບໍ່. ເວົ້າສັ້ນໆກໍ່ຄື ໃນການຝຶກຝົນ ເຈົ້າຄວນຈ່າຍລາຄາທີ່ສູງຂຶ້ນ. ຖ້າເຈົ້າຄົ້ນພົບວ່າເຈົ້າກຳລັງຫັນເຫອອກຈາກເສັ້ນທາງປະຕິບັດຂອງເຈົ້າ, ເຈົ້າກໍສາມາດປ່ຽນວິທີການທີ່ເຈົ້າອະທິຖານໄດ້. ຕາບໃດທີ່ເຈົ້າສະແຫວງຫາດ້ວຍຫົວໃຈທີ່ຈິງໃຈ ແລະ ປາຖະໜາທີ່ຈະຮັບເອົາ, ແລ້ວພຣະວິນຍານບໍລິສຸດກໍ່ຈະພາເຈົ້າໄປສູ່ຄວາມເປັນຈິງນີ້ຢ່າງແນ່ນອນ. ບາງເທື່ອ ເຈົ້າອະທິຖານດ້ວຍຫົວໃຈທີ່ຈິງໃຈ ແຕ່ບໍ່ຮູ້ສຶກຄືກັບວ່າເຈົ້າໄດ້ຮັບການດົນບັນດານເປັນພິເສດ. ໃນເວລາແບບນີ້ ເຈົ້າຕ້ອງເພິ່ງພາຄວາມເຊື່ອ ໂດຍໄວ້ວາງໃຈວ່າພຣະເຈົ້າຈະເຝົ້າເບິ່ງຄຳອະທິຖານຂອງເຈົ້າ; ເຈົ້າຕ້ອງມີຄວາມພາກພຽນໃນຄຳອະທິຖານຂອງເຈົ້າ.

ໃຫ້ເປັນຄົນຊື່ສັດ; ອະທິຖານຫາພຣະເຈົ້າເພື່ອກໍາຈັດການຫຼອກລວງທີ່ຢູ່ໃນຫົວໃຈຂອງເຈົ້າ. ຊໍາລະຕົນເອງຜ່ານຄຳອະທິຖານຢູ່ຕະຫຼອດເວລາ, ຮັບເອົາການດົນບັນດານໃຈໂດຍພຣະວິນຍານຂອງພຣະເຈົ້າຜ່ານຄຳອະທິຖານ ແລະ ອຸປະນິໄສຂອງເຈົ້າຈະປ່ຽນແປງເທື່ອລະໜ້ອຍ. ຊີວິດຝ່າຍວິນຍານທີ່ແທ້ຈິງກໍ່ຄືຊີວິດແຫ່ງການອະທິຖານ, ມັນເປັນຊີວິດທີ່ໄດ້ຮັບການດົນບັນດານໂດຍພຣະວິນຍານບໍລິສຸດ. ຂະບວນການທີ່ຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດແມ່ນຂະບວນການປ່ຽນແປງອຸປະນິໄສຂອງມະນຸດ. ຊີວິດທີ່ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດບໍ່ແມ່ນຊີວິດຝ່າຍວິນຍານ, ແຕ່ເປັນຊີວິດແຫ່ງພິທີກຳທາງສາສະໜາເທົ່ານັ້ນ. ມີພຽງແຕ່ຄົນທີ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດເລື້ອຍໆເທົ່ານັ້ນຈຶ່ງໄດ້ເຂົ້າສູ່ຊີວິດຝ່າຍວິນຍານ. ອຸປະນິໄສຂອງມະນຸດປ່ຽນແປງຢູ່ສະເໝີເມື່ອເຂົາອະທິຖານ. ຍິ່ງພຣະວິນຍານຂອງພຣະເຈົ້າດົນບັນດານໃຈເຂົາຫຼາຍສໍ່າໃດ, ເຂົາກໍ່ຍິ່ງຫ້າວຫັນ ແລະ ອ່ອນນ້ອມຫຼາຍສໍ່ານັ້ນ. ແລ້ວດ້ວຍເຫດນັ້ນ ຫົວໃຈຂອງເຂົາຈຶ່ງຈະຖືກຊໍາລະລ້າງເທື່ອລະໜ້ອຍ ແລະ ອຸປະນິໄສຂອງເຂົາຈະປ່ຽນແປງເທື່ອລະໜ້ອຍ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກຄຳອະທິຖານທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ