ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 416

28 ເດືອນເມສາ 2021

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ, ມະນຸດພຽງແຕ່ເຮັດໄປໂດຍບໍ່ມີຄວາມຮູ້ສຶກຫຍັງຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາທັງໝົດຕໍ່ໜ້າພຣະເຈົ້າ ແລະ ຮ່ວມອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນພຽງແຕ່ອະທິຖານເຖິງພຣະເຈົ້າເມື່ອເວລາມີບາງສິ່ງເກີດຂຶ້ນກັບພວກເຂົາ. ຕະຫຼອດເວລາຜ່ານມານີ້ ເຈົ້າເຄີຍອະທິຖານເຖິງພຣະເຈົ້າຢ່າງແທ້ຈິງບໍ່? ເຈົ້າເຄີຍຮ້ອງໄຫ້ນໍ້າຕາໄຫຼກັບຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ່? ເຈົ້າເຄີຍຮູ້ຈັກຕົນເອງຕໍ່ໜ້າພຣະເຈົ້າບໍ? ເຈົ້າເຄີຍເປີດອົກເປີດໃຈອະທິຖານເຖິງພຣະເຈົ້າບໍ່? ການອະທິຖານຕ້ອງຜ່ານການປະຕິບັດ: ຖ້າເຈົ້າອະທິຖານຢູ່ເຮືອນເປັນປະຈໍາ, ເຈົ້າບໍ່ມີທາງທີ່ຈະອະທິຖານຢູ່ໃນໂບດ ແລະ ຖ້າເຈົ້າບໍ່ອະທິຖານໃນເວລາມີການປະຊຸມຫມວດນ້ອຍ, ແລ້ວເຈົ້າຈະບໍ່ສາມາດອະທິຖານໃນເວລາມີການປະຊຸມໝວດໃຫຍ່. ຖ້າເຈົ້າບໍ່ເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ນຶກເຖິງພຣະທໍາຂອງພຣະເຈົ້າ ແລ້ວເຈົ້າຈະບໍ່ມີຫຍັງຈະກ່າວເມື່ອເຖິງເວລາອະທິຖານ ແລະ ເຖິງແມ່ນວ່າຖ້າ ເຈົ້າອະທິຖານ, ເຈົ້າກໍຈະພຽງແຕ່ອະຖິຖານແຕ່ປາກ; ເຈົ້າບໍ່ໄດ້ອະທິຖານຢ່າງແທ້ຈິງ.

ການອະທິຖານໂດຍແທ້ຈິງໝາຍຄວາມວ່າແນວໃດ? ໝາຍເຖິງການກ່າວຄໍາໃນໃຈຂອງ ເຈົ້າຕໍ່ພຣະເຈົ້າ ແລະ ການສື່ສານກັບພຣະເຈົ້າເພື່ອຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະສົງຂອງພຣະອົງ ແລະ ໂດຍອີງຕາມພຣະທໍາຂອງພຣະເຈົ້າ. ໝາຍເຖິງການມີຄວາມຮູ້ສຶກພິເສດໃກ້ຊິດຕິດພັນກັບພຣະເຈົ້າ, ການມີຄວາມຮູ້ສຶກວ່າພຣະອົງຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າມີບາງສິ່ງຈະກ່າວຕໍ່ພຣະອົງ. ໝາຍຄວາມວ່າຈິດໃຈຂ້ອງເຈົ້າເຕັມໄປດ້ວຍຄວາມແຈ່ມໃສເປັນພິເສດ ແລະ ໝາຍຄວາມວ່າການມີຄວາມຮູ້ສຶກວ່າພຣະເຈົ້າຄືສິ່ງທີ່ພິເສດສະງ່າງາມ. ເຈົ້າຈະມີຄວາມຮູ້ສຶກດົນບັນດານໃຈເປັນພິເສດ ແລະ ຫລັງຈາກໄດ້ຍິນຄໍາກ່າວອະທິຖານຂອງເຈົ້າ ເພື່ອນມິດ ແລະ ຍາດຕິພີ່ນ້ອງຂອງເຈົ້າກໍຈະມີຄວາມຮູ້ສຶກປິຕິຍິນດີ, ພວກເຂົາຈະມີຄວາມຮູ້ສຶກວ່າຄໍາກ່າວອະທິຖານຂອງເຈົ້າຄືຄໍາກ່າວອະທິຖານໃນໃຈຂອງພວກເຂົາ ທີ່ຕ້ອງການກ່າວເຊັ່ນກັນ. ສະນັ້ນ ຄໍາອະທິຖານທີ່ເຈົ້າກ່າວກໍຄືສິ່ງທີ່ພວກເຂົາຕ້ອງການກ່າວ. ນີ້ຄືຄວາມໝາຍຂອງການອະທິຖານທີ່ແທ້ຈິງ. ຫລັງຈາກເຈົ້າໄດ້ອະທິຖານຢ່າງແທ້ຈິງແລ້ວ, ຈິດໃຈຂອງເຈົ້າກໍຈະມີຄວາມສະຫງົບ ແລະ ມີຄວາມສຸກ. ພະລັງຄວາມຮັກທີ່ມີຕໍ່ພຣະເຈົ້າກໍຈະເພີ່ມທະວີຂຶ້ນ ແລະ ເຈົ້າກໍຈະຮູ້ສຶກວ່າໃນຊີວິດນີ້ບໍ່ມີຫຍັງອີກແລ້ວທີ່ມີຄຸນຄ່າ ຫຼື ສໍາຄັນໄປກວ່າຄວາມຮັກທີ່ມີໃຫ້ແກ່ພຣະເຈົ້າ ແລະ ທັງໝົດນີ້ຈະພິສູດວ່າຄໍາອະທິຖານຂອງເຈົ້າແມ່ນມີປະສິດທິຜົນ. ເຈົ້າເຄີຍໄດ້ອະທິຖານແນວນັ້ນແລ້ວບໍ່?

ເນື້ອໃນຂອງຄໍາອະທິຖານມີຫຍັງແດ່? ເຈົ້າຄວນອະທິຖານຕາມຂັ້ນຕອນອີງຕາມສະພາບຄວາມເປັນຈິງຂອງເຈົ້າ ແລະ ພຣະວິນຍານບໍລິສຸດຈະເປັນຜູ້ນໍາພາເຈົ້າເອງ. ເຈົ້າຄວນສື່ສານກັບພຣະເຈົ້າຕາມຄວາມປະສົງຂອງພຣະອົງ ແລະ ຕາມຂໍ້ຮຽກຮ້ອງຂອງພຣະອົງທີ່ມີຕໍ່ມະນຸດ. ເມື່ອ ເຈົ້າເລິ່ມປະຕິບັດກ່າວຄໍາອະທິຖານຂອງເຈົ້າ ກ່ອນອື່ນໝົດຕ້ອງມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າກ່ອນ. ຢ່າໄດ້ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຽງແຕ່ພະຍາຍາມກ່າວຄໍາທີ່ຢູ່ໃນໃຈຂອງເຈົ້ານັ້ນຕໍ່ພຣະເຈົ້າ. ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າແລ້ວ, ກ່າວດັ່ງນີ້: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍຫາກຫາກໍຮູ້ມື້ນີ້ວ່າຂ້ານ້ອຍບໍ່ເຄີຍເຊື່ອຟັງພຣະອົງເຈົ້າເລີຍ. ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ແລະເປັນຄົນເສື່ອມຊາມໜ້າລັງກຽດທີ່ສຸດ. ຜ່ານມາ ຂ້ານ້ອຍໄດ້ເສຍເວລາຂອງຂ້ານ້ອຍ ແລະ ເລິ່ມແຕ່ມື້ນີ້ເປັນຕົ້ນໄປ ຂ້ານ້ອຍຈະຂໍດໍາລົງຊີວິດຢູ່ເພື່ອພຣະອົງເຈົ້າ. ຂ້ານ້ອຍຈະຂໍໃຊ້ຊີວິດຢ່າງມີຄວາມໝາຍ ແລະ ຢ່າງເພິງພໍພຣະໄທຕາມພຣະປະສົງຂອງພຣະອົງເຈົ້າ. ຂ້ານ້ອຍຂໍໃຫ້ພຣະວິນຍານຂອງພຣະອົງຈົງປະຕິບັດຢູ່ໃນຕົວຂ້ານ້ອຍຕະຫຼອດໄປດ້ວຍເທີ້ນ ແລະ ຊ່ວຍເຍືອງທາງໃຫ້ຄວາມສະຫວ່າງແກ່ຂ້ານ້ອຍເພື່ອຂ້ານ້ອຍຈະສາມາດປະຈັກພະຍານດ້ວຍຄວາມແຂງກ້າ ແລະ ຄວາມໜັກແໜ້ນຕໍ່ພຣະອົງເຈົ້າ, ສະແດງໃຫ້ຊາຕານເຫັນລັດສະໝີພາບຂອງພຣະອົງເຈົ້າ, ໃຫ້ເຫັນປະຈັກພະຍານຂອງພຣະອົງເຈົ້າ ແລະ ພິສູດໃຫ້ເຫັນວ່າພຣະອົງເຈົ້າໄດ້ເອົາໄຊຊະນະໃນຕົວພວກຂ້ານ້ອຍແລ້ວ”. ເມື່ອເຈົ້າອະທິຖານດ້ວຍວິທີນີ້ ຫົວໃຈຂອງເຈົ້າຈະຖືກປ່ອຍເປັນອິສະລະຢ່າງແທ້ຈິງ. ການອະທິຖານດ້ວຍວິທີນີ້ຫົວໃຈຂອງເຈົ້າກໍຈະໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ ແລະ ດ້ວຍການອະທິຖານແບບນີ້ຕະຫຼອດ ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວ ເຈົ້າຢ່າງຫຼິກເວັ້ນບໍ່ໄດ້. ຖ້າຫາກເຈົ້າເອີ້ນເຖິງພຣະເຈົ້າດ້ວຍວິທີນີ້ຕະຫຼອດ ແລະ ຕັ້ງເປົ້າໝາຍຂອງເຈົ້າຕໍ່ໜ້າພຣະເຈົ້າ ກໍຈະມີມື້ໜຶ່ງທີ່ເປົ້າໝາຍຂອງເຈົ້າຈະຖືກຮັບເອົາຕໍ່ໜ້າພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າ ແລະ ຊີວິດຈິດໃຈຂອງເຈົ້າທັງໝົດຖືກຮັບເອົາໂດຍພຣະເຈົ້າແລ້ວ ສຸດທ້າຍພຣະເຈົ້າກໍຈະເຮັດໃຫ້ ເຈົ້າກາຍເປັນຜູ້ບໍລິສຸດ. ການອະທິຖານແມ່ນສໍາຄັນທີ່ສຸດສໍາລັບພວກເຈົ້າ. ເມື່ອເຈົ້າອະທິຖານ ເຈົ້າຮັບເອົາພາລະກິດຈາກພຣະວິນຍານບໍລິສຸດ ດ້ວຍເຫດນັ້ນຫົວໃຈຂອງເຈົ້າຈຶ່ງຖືກສໍາພັດໂດຍພຣະເຈົ້າ ແລະ ພະລັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະເກີດຂຶ້ນ. ຖ້າຫາກເຈົ້າບໍ່ອະທິຖານດ້ວຍໃຈຂອງເຈົ້າ ແລະ ບໍ່ເປີດອົກເປີດໃຈຂອງເຈົ້າສື່ສານກັບພຣະເຈົ້າ, ພຣະອົງຈະບໍ່ມີວິທີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ຖ້າຫາກໃນລະຫວ່າງການອະທິຖານ ເຈົ້າໄດ້ກ່າວທຸກຄໍາອອກຈາກຫົວໃຈຂອງເຈົ້າໄປແລ້ວ ແລະ ພຣະວິນຍານຂອງພຣະເຈົ້າຍັງບໍ່ໄດ້ປະຕິບັດ ແລະ ຖ້າຫາກເຈົ້າບໍ່ຮູ້ສຶກດົນໃຈຫຍັງເລີຍ, ນີ້ກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ທັນຈິງຈັງ ແລະ ຄໍາກ່າວອະທິຖານຂອງເຈົ້າຍັງບໍ່ເປັນຄວາມຈິງ ແລະ ຍັງບໍ່ບໍລິສຸດເທື່ອ. ຖ້າຫາກໃນລະຫວ່າງການອະທິຖານ ເຈົ້າມີຄວາມເພິ່ງພໍໃຈ ກໍແປວ່າຄໍາອະທິຖານຂອງເຈົ້າໄດ້ຖືກຮັບເອົາໂດຍພຣະເຈົ້າແລ້ວ ແລະ ພຣະວິນຍານຂອງພຣະເຈົ້າແມ່ນໄດ້ຢູ່ໃນຕົວເຈົ້າແລ້ວ. ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງພຣະເຈົ້າໄດ້ຖ້າຫາກເຈົ້າບໍ່ມີການອະທິຖານ. ຖ້າຫາກເຈົ້າເຫັນວ່າການມີມິດຕະພາບຕໍ່ພຣະເຈົ້າແທ້ຈິງເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າ ເຈົ້າຈະປະຖິ້ມການອະທິຖານໄດ້ບໍ? ບໍ່ມີຜູ້ໃດສາມາດເປັນຜູ້ຮັບໃຊ້ພຣະເຈົ້າໄດ້ໂດຍຂາດການສື່ສານຕໍ່ພຣະເຈົ້າ. ບໍ່ມີການອະທິຖານ ເຈົ້າກໍພຽງແຕ່ດໍາລົງຊີວິດຢູ່ໃນຮ່າງກາຍແຫ່ງເນື້ອຫນັງທີ່ຂາດຈິດວິນຍານ ທິ່ດໍາລົງຊີວິດຢູ່ໃນການເປັນທາດຂອງຊາຕານ. ບໍ່ມີການອະທິຖານຢ່າງແທ້ຈິງ ເຈົ້າກໍພຽງແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ເຮົາຫວັງວ່າເຈົ້າທັງຫຼາຍຈະສາມາດອະທິຖານທຸກມື້ຢ່າງແທ້ຈິງ. ນີ້ບໍ່ແມ່ນການຍຶດຖືໃນພຣະທໍາ ແຕ່ເປັນເຫດຜົນທີ່ຕ້ອງກະທໍາໃຫ້ສໍາເລັດ. ເຈົ້າເຕັມໃຈທີ່ຈະເສຍສະລະການຫຼັບນອນ ແລະ ຄວາມສຸກເລັກນ້ອຍເພື່ອລຸກຂຶ້ນມາກ່າວຄໍາອະທິຖານໃນຕອນເຊົ້າ ແລ້ວມີຄວາມປິຕິຍິນດີກັບພຣະທໍາຂອງພຣະເຈົ້າບໍ່? ຖ້າຫາກເຈົ້າອະທິຖານດ້ວຍໃຈບໍລິສຸດ, ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າແບບນີ້, ເຈົ້າກໍຈະເໝາະສົມທີ່ຈະຖືກຮັບເອົາໂດຍພຣະອົງ. ຖ້າເຈົ້າເຮັດແບບນີ້ທຸກເຊົ້າ, ຖ້າແຕ່ລະມື້ ເຈົ້າປະຕິບັດເພື່ອມອບຫົວໃຈໃຫ້ກັບພຣະອົງ, ສື່ສານ ແລະ ປະຕິບັດຮ່ວມກັບພຣະອົງ, ແລ້ວແນ່ນອນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະເພິ່ມທະວີຂຶ້ນ ແລະ ເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະອົງດີຂຶ້ນ. ເຈົ້າຄວນກ່າວຄໍາອະທິຖານວ່າ: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍປະສົງບັນລຸໜ້າທີ່ຂອງຂ້ານ້ອຍ ເພື່ອວ່າພຣະອົງເຈົ້າອາດສັນລະເສີນໃນຕົວພວກຂ້ານ້ອຍ ແລະ ອາດຊື່ນຊົມຄວາມປະຈັກພະຍານໃນຕົວພວກຂ້ານ້ອຍ, ພ້ອມຜູ້ຄົນເຫຼົ່ານີ້ ແລະ ຂ້ານ້ອຍຂໍອຸທິດທັງກາຍ ແລະ ໃຈໃຫ້ກັບພຣະອົງ. ຂ້ານ້ອຍຂໍອ້ອນວອນພຣະອົງເຈົ້າຂໍໃຫ້ປະຕິບັດພາລະກິດໃນຕົວຂ້ານ້ອຍເພື່ອວ່າຂ້ານ້ອຍຈະສາມາດຮັກ ແລະ ເປັນທີ່ເພິ່ງພໍໃຈພຣະອົງເຈົ້າຢ່າງແທ້ຈິງ ແລະ ຂໍຮັບເອົາພຣະອົງເຈົ້າໃຫ້ເປັນຈຸດປະສົງທີ່ຂ້ານ້ອຍຕ້ອງສະແຫວງຫາ”. ເມື່ອເຈົ້າໄດ້ອະທິຖານ ແລະ ປະຕິບັດຕາມຄໍາອະທິຖານຂອງເຈົ້າຢ່າງແທ້ຈິງ ແນ່ນອນພຣະເຈົ້າກໍຈະເຮັດໃຫ້ເຈົ້າເປັນຜູ້ບໍລິສຸດ. ເຈົ້າບໍ່ຄວນພຽງແຕ່ອະທິຖານເພື່ອຜົນປະໂຫຍດສ່ວນຕົວຂອງເຈົ້າເທົ່ານັ້ນ ແຕ່ອະທິຖານເພື່ອການປະຕິບັດຕໍ່ຈູດປະສົງຂອງພຣະເຈົ້ານໍາດ້ວຍ ແລະ ເພື່ອຄວາມຮັກທີ່ມີຕໍ່ພຣະອົງ. ນັ້ນຄືວິທີການອະທິຖານຢ່າງແທ້ຈິງ. ແລ້ວ ເຈົ້າອະທິຖານເພື່ອປະຕິບັດຕໍ່ຄວາມປະສົງຂອງພຣະເຈົ້າບໍ່?

ຜ່ານມາພວກເຈົ້າບໍ່ຮູ້ຈັກວິທີອະທິຖານ ແລະ ເບິ່ງຂ້າມການອະທິຖານ. ມື້ນີ້ພວກເຈົ້າຕ້ອງປະຕິບັດໃຫ້ດີທີ່ສຸດທີ່ພວກເຈົ້າຈະເຮັດໄດ້ເພື່ອຝຶກຝົນຕົນເອງກັບການອະທິຖານ. ຖ້າຫາກເຈົ້າບໍ່ສາມາດລວບລວມກໍາລັງໃຈໃນຕົວເຈົ້າໃຫ້ຮັກພຣະເຈົ້າໄດ້ ແລ້ວເຈົ້າຈະສາມາດອະທິຖ່ານໄດ້ແນວໃດ? ເຈົ້າຄວນກ່າວຄໍາອະທິຖານວ່າ: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຫົວໃຈຂ້ອງຂ້ານ້ອຍບໍ່ສາມາດຮັກພຣະອົງເຈົ້າໄດ້ໂດຍແທ້ຈິງ, ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງເຈົ້າ ແຕ່ຂ້ານ້ອຍຂາດກໍາລັງໃຈ. ຂ້ານ້ອຍຄວນປະຕິບັດຕົນແນວໃດດີ? ຂ້ານ້ອຍຂໍໃຫ້ພຣະອົງເຈົ້າຈົ່ງໃຫ້ຄວາມສະຫວ່າງແດ່ວິນຍານຂອງຂ້ານ້ອຍດ້ວຍເທິດ, ຂ້ານ້ອຍຂໍໃຫ້ພຣະວິນຍານຂອງພຣະອົງເຈົ້າສໍາພັດຈິດໃຈຂອງຂ້ານ້ອຍດ້ວຍເທິດ ເພາະວ່າຕໍ່ໜ້າພຣະອົງເຈົ້າຂ້ານ້ອຍໄດ້ປົດຕົວເອງອອກຈາກສະພາບການອ່ອນແອທັງໝົດແລ້ວ ແລະ ບໍ່ໄດ້ຖືກບັງຄັບໂດຍຜູ້ໃດ, ບໍ່ວ່າເລື່ອງໃດ ຫຼື ສິ່ງໃດທັງສິ້ນ, ຈິດໃຈຂອງຂ້ານ້ອຍໄດ້ເປີດເຜີຍອອກໝົດແລ້ວຕໍ່ໜ້າພຣະອົງເຈົ້າ, ດັ່ງນັ້ນຊີວິດຈິດໃຈຂ້ອງຂ້ານ້ອຍທັງໝົດທັງສິ້ນແມ່ນໄດ້ອຸທິດຕົນໃຫ້ກັບພຣະອົງເຈົ້າໄປໝົດແລ້ວ ແລະ ຂໍໃຫ້ພຣະອົງເຈົ້າຊົງທົດລອງຂ້ານ້ອຍດ້ວຍວິທີໃດກໍແລ້ວແຕ່ທີ່ພຣະອົງຊົງເຫັນຊອບ. ດຽວນີ້ ຂ້ານ້ອຍບໍ່ໄດ້ຄິດນໍາອະນາຄົດ ຫຼື ມີຄວາມຜູກພັນກັບຄວາມຕາຍອີກແລ້ວ. ດ້ວຍມີຈິດໃຈທີ່ຮັກພຣະອົງເຈົ້າ ຂ້ານ້ອຍຂໍສະແຫວງຫາແຕ່ແນວທາງຊີວິດ. ທຸກສິ່ງຢ່າງ ແລະ ທຸກເຫດການແມ່ນຂຶ້ນຢູ່ກັບພຣະອົງເຈົ້າ, ຄວາມສັດທາແມ່ນຢູ່ໃນກໍາມືຂອງພຣະອົງເຈົ້າ. ດຽວນີ້ຂ້ານ້ອຍຂໍສະແຫວງຫາຄວາມຮັກຂອງພຣະອົງ ແລະ ເຖິງຢ່າງໃດກໍດີບໍ່ວ່າພຣະອົງເຈົ້າຈະຊົງອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ຂ້ານ້ອຍຮັກພຣະອົງເຈົ້າກໍດີ, ຫຼືບໍ່ວ່າຊາຕານຈະກີດກັ້ນແນວໃດກໍຕາມ, ຂ້ານ້ອຍຈະຂໍຮັກພຣະອົງເຈົ້າເປັນນິດ”. ເມື່ອເຈົ້າພະເຊີນກັບສິ່ງດັ່ງກ່າວ ເຈົ້າກໍອະທິຖານດ້ວຍວິທີນີ້. ຖ້າຫາກເຈົ້າເຮັດດ້ວຍວິທີນີ້ທຸກມື້ ພະລັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະຄ່ອຍໆທະວິຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ