ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 415

03 ເດືອນທັນວາ 2025

ເພື່ອມີຊີວິດຝ່າຍວິນຍານປົກກະຕິ, ເຈົ້າຕ້ອງມີຄວາມສາມາດຍອມຮັບເອົາຄວາມສະຫວ່າງໃໝ່ໃນແຕ່ລະມື້ ແລະ ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງມີຄວາມສາມາດເຂົ້າໃຈຄວາມຈິງຢ່າງຊັດເຈນ, ຊອກຫາເສັ້ນທາງການປະຕິບັດໃນທຸກສິ່ງ, ຄົ້ນພົບບັນຫາໃໝ່ຜ່ານການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້ ແລະ ຮັບຮູ້ຂໍ້ບົກຜ່ອງຂອງເຈົ້າເອງ ເພື່ອວ່າເຈົ້າອາດມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາທີ່ຂັບເຄື່ອນການເປັນຢູ່ທັງໝົດຂອງເຈົ້າ ແລະ ເພື່ອວ່າເຈົ້າອາດສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ທຸກເວລາ, ຢ້ານກົວຢູ່ເລິກໆວ່າຈະຖືກປະໄວ້ຢູ່ທາງຫຼັງ. ບຸກຄົນທີ່ມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາ, ຜູ້ທີ່ເຕັມໃຈຈະຮັບທາງເຂົ້າຢ່າງຕໍ່ເນື່ອງ, ແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານ. ຄົນທີ່ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ, ຜູ້ທີ່ປາຖະໜາຈະເຮັດດີຂຶ້ນ, ຜູ້ທີ່ເຕັມໃຈສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂຶ້ນ, ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ກົງກັນຂ້າມຄືຈ່າຍລາຄາທີ່ແທ້ຈິງ, ຜູ້ທີ່ສະແດງໃຫ້ເຫັນເຖິງການຄໍານຶງຕໍ່ເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ໄດ້ເຂົ້າສູ່ຢ່າງແທ້ຈິງ ເພື່ອວ່າປະສົບການພວກເຂົາຈະເປັນຈິງ ແລະ ແທ້ຈິງ, ຜູ້ທີ່ບໍ່ສະແຫວງຫາຖ້ອຍຄຳທີ່ວ່າງເປົ່າ ແລະ ຫຼັກຄໍາສອນ ຫຼື ສະແຫວງຫາເພື່ອຮູ້ສຶກເຖິງສິ່ງເໜືອທຳມະຊາດ, ຜູ້ທີ່ບໍ່ບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸການເຕີບໂຕໃນຊີວິດ ແລະ ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາ ແລະ ພວກເຂົາສາມາດເຂົ້າສູ່ຢ່າງຫ້າວຫັນຢູ່ສະເໝີ. ພວກເຂົາກໍມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໂດຍບໍ່ຮູ້ຕົວ. ຄົນທີ່ມີຊີວິດຝ່າຍວິນຍານປົກກະຕິຄົ້ນພົບຄວາມຫຼຸດພົ້ນ ແລະ ອິດສະຫຼະໃນວິນຍານໃນທຸກໆວັນ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນອິດສະຫຼະເພື່ອເຮັດໃຫ້ພຣະອົງພໍໃຈ. ສຳລັບຄົນເຫຼົ່ານີ້, ການອະທິຖານບໍ່ແມ່ນສິ່ງທີ່ເປັນທາງການ ຫຼື ລະບຽບການ; ໃນແຕ່ລະມື້, ພວກເຂົາສາມາດຕາມທັນແສງສະຫວ່າງໃໝ່. ຕົວຢ່າງ: ຜູ້ຄົນຝຶກຝົນຕົວເອງໃຫ້ສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍງຽບສະຫງົບຕໍ່ໜ້າພຣະອົງໄດ້ຢ່າງແທ້ຈິງ ແລະ ຈະບໍ່ມີໃຜສາມາດລົບກວນພວກເຂົາໄດ້. ບໍ່ມີຜູ້ຄົນ, ເຫດການ ຫຼື ສິ່ງໃດກໍຕາມທີ່ສາມາດຢັບຢັ້ງຊີວິດຝ່າຍວິນຍານປົກກະຕິຂອງພວກເຂົາໄດ້. ການຝຶກຝົນດັ່ງກ່າວແມ່ນມີເຈດຕະນາເພື່ອບັນລຸຜົນ; ມັນບໍ່ໄດ້ມີເຈດຕະນາເພື່ອສ້າງກົດລະບຽບໃຫ້ຜູ້ຄົນປະຕິບັດຕາມ. ການປະຕິບັດແບບນີ້ບໍ່ແມ່ນກ່ຽວກັບການປະຕິບັດຕາມກົດລະບຽບ, ແຕ່ແມ່ນກ່ຽວກັບການສົ່ງເສີມການເຕີບໂຕໃນຊີວິດຂອງຜູ້ຄົນ. ຖ້າເຈົ້າພຽງແຕ່ເຫັນການປະຕິບັດນີ້ເປັນພຽງກົດລະບຽບໃຫ້ປະຕິບັດ, ຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງຈັກເທື່ອ. ເຈົ້າອາດເຂົ້າຮ່ວມໃນການປະຕິບັດແບບດຽວກັບຄົນອື່ນ, ແຕ່ໃນຂະນະທີ່ພວກເຂົາສາມາດຕາມທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ໃນທີ່ສຸດ, ເຈົ້າຈະຖືກກໍາຈັດຈາກກະແສຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ໄດ້ກຳລັງຫຼອກລວງຕົວເອງບໍ? ຈຸດປະສົງຂອງພຣະທຳເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ, ເພື່ອວ່າພາລະກິດຂອງພຣະເຈົ້າໃນພວກເຂົາອາດບໍ່ມີສິ່ງຂັດຂວາງ ແລະ ອາດເກີດດອກອອກຜົນ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງສາມາດມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ