ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 410

28 ເດືອນເມສາ 2021

ໃນການເຊື່ອພຣະເຈົ້າ, ເຈດຕະນາ ແລະ ມຸມມອງຂອງເຈົ້າຕ້ອງຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ການປະຕິບັດທີ່ຖືກຕ້ອງຕໍ່ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທີ່ຈັດແຈງໂດຍພຣະເຈົ້າ, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ຕໍ່ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ຢືນຢູ່ຈຸດຂອງເຈົ້າໃນຖານະຜູ້ທີ່ຖືກສ້າງຂອງພຣະເຈົ້າ ແລະ ຍອມຮັບພາລະກິດທັງໝົດຂອງພຣະເຈົ້າ. ຖ້າເຈົ້າຕ້ອງການສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ, ມີສິນທໍາ, ບໍ່ເຮັດຕາມຊາຕານ, ບໍ່ປ່ອຍໂອກາດໃຫ້ຊາຕານເຮັດພາລະກິດຂອງມັນ ແລະ ບໍ່ປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ.

ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ວ່າເຈົ້າຈະກາຍເປັນຜູ້ຂັດຂວາງພາລະກິດຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະຖືກຮັບໂດຍພຣະເຈົ້າ ແລະ ໃຊ້ຊີວິດທີ່ມີຄວາມໝາຍ ຫຼື ວ່າເຈົ້າເຕັມໃຈທີ່ຈະໃຊ້ຊີວິດທີ່ບໍ່ມີຄ່າ ແລະ ຫວ່າງເປົ່າບໍ? ເຈົ້າເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ວ່າເຕັມໃຈທີ່ຈະຖືກຊາຕານເອົາປຽບ? ເຈົ້າເຕັມໃຈໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າຕື່ມເຕັມໃນຕົວເຈົ້າ ຫຼື ວ່າປ່ອຍໃຫ້ບາບ ແລະ ຊາຕານຕື່ມເຕັມໃນຕົວເຈົ້າ? ຈົ່ງພິຈາລະນາ ແລະ ຊັ່ງຊາສິ່ງນີ້ເບິ່ງ. ໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຕ້ອງເຂົ້າໃຈວ່າ ຄຳເວົ້າໃດທີ່ເຈົ້າເວົ້າ ແລະ ສິ່ງໃດທີ່ເຈົ້າເຮັດແມ່ນອາດເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນບໍ່ເປັນປົກກະຕິ, ຈາກນັ້ນແກ້ໄຂຕົວຂອງເຈົ້າເອງ ແລະ ເຂົ້າສູ່ວິທີທີ່ຖືກຕ້ອງ. ກວດສອບຄຳເວົ້າຂອງເຈົ້າ, ການກະທຳຂອງເຈົ້າ, ທຸກໆການເຄື່ອນໄຫວຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດຂອງເຈົ້າຕະຫຼອດເວລາ. ເຂົ້າໃຈສະພາບທີ່ແທ້ຈິງຂອງເຈົ້າເອງ ແລະ ເຂົ້າສູ່ສາຍທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ມີພຽງໃນທາງນີ້ເທົ່ານັ້ນເຈົ້າຈິ່ງສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໄດ້. ດ້ວຍການຊັ່ງຊາເບິ່ງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ, ເຈົ້າຈຶ່ງຈະສາມາດແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງໄດ້, ເຂົ້າໃຈທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຂົ້າໃຈຕົວຕົນຂອງເຈົ້າເອງໄດ້ຢ່າງແທ້ຈິງ; ຜ່ານສິ່ງນີ້, ເຈົ້າຈະສາມາດເຂົ້າສູ່ປະສົບການອັນແທ້ຈິງ, ປະຖິ້ມຕົນເອງໃນວິທີທີ່ແທ້ຈິງ ແລະ ມີເຈດຕະນາຍອມ. ໃນຂະນະທີ່ເຈົ້າຜະເຊີນກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈະສາມາດຫາໂອກາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້, ເຈົ້າຈະສາມາດເຂົ້າໃຈພາຍໃຕ້ສະຖານະການຕ່າງໆ ເຊິ່ງພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດຢູ່ ແລະ ເຈົ້າຈະສາມາດເຫັນຜ່ານກົນອຸບາຍ ແລະ ການສົມຮູ້ຮ່ວມຄິດຕ່າງໆຂອງຊາຕານ. ມີພຽງຜ່ານທາງນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້າຖືກຕ້ອງ ເພື່ອວ່າເຈົ້າຈະໄດ້ຍອມຮັບເອົາການຈັດແຈງທັງໝົດຂອງພຣະເຈົ້າ. ດ້ວຍເຫດນັ້ນ ເຈົ້າຈະເຂົ້າສູ່ປະສົບການອັນເລິກເຊິ່ງ ແລະ ແທ້ຈິງຍິ່ງກວ່າເກົ່າ ແລະ ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍຂຶ້ນ. ເມື່ອເຈົ້າປະຕິບັດການມີຄວາມສຳພັນປົກກະຕິກັບພຣະເຈົ້າ ສ່ວນໃຫຍ່ ເຈົ້າຈະບັນລຸຜົນກັບສິ່ງນີ້ໂດຍການປະຖິ້ມເນື້ອໜັງ ແລະ ຜ່ານການຮ່ວມມືທີ່ແທ້ຈິງຂອງເຈົ້າກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ “ປາດສະຈາກຫົວໃຈທີ່ໃຫ້ການຮ່ວມມື, ມັນເປັນການຍາກທີ່ຈະໄດ້ຮັບພາລະກິດຂອງພຣະເຈົ້າ; ຖ້າເນື້ອໜັງບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ກໍ່ຈະບໍ່ມີການອວຍພອນຈາກພຣະເຈົ້າ; ຫາກວິນຍານບໍ່ສູ້ຊົນ, ຊາຕານກໍ່ຈະບໍ່ລະອາຍໃຈ.” ຖ້າເຈົ້າປະຕິບັດ ແລະ ເຂົ້າໃຈຫຼັກການເຫຼົ່ານີ້ຢ່າງແຈ່ມແຈ້ງແລ້ວ, ມຸມມອງກ່ຽວກັບຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍ່ຈະຖືກຕ້ອງ. ໃນການປະຕິບັດໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຕ້ອງປະຖິ້ມມຸມມອງຂອງ “ການສະແຫວງຫາເຂົ້າຈີ່ເພື່ອສະໜອງຄວາມຫິວ,” ພວກເຈົ້າຕ້ອງປະຖິ້ມມຸມມອງຂອງ “ທຸກສິ່ງໄດ້ສຳເລັດລົງໂດຍພຣະວິນຍານບໍລິສຸດ ແລະ ຜູ້ຄົນບໍ່ສາມາດແຊກແຊງໄດ້.” ຜູ້ຄົນທີ່ກ່າວໃນທາງນີ້ ທັງໝົດຄິດວ່າ, “ພວກເຂົາສາມາດເຮັດຫຍັງກໍ່ໄດ້ທີ່ພວກເຂົາເຕັມໃຈເຮັດ ແລະ ເມື່ອເວລາມາເຖິງ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດຂອງພຣະອົງ. ຜູ້ຄົນບໍ່ຈຳເປັນຕ້ອງຍັບຍັ້ງເນື້ອໜັງ, ພວກເຂົາບໍ່ຈຳເປັນຕ້ອງຮ່ວມມື ແລະ ພຽງແຕ່ຕ້ອງການໃຫ້ພຣະວິນຍານບໍລິສຸດດົນໃຈພວກເຂົາ.” ມຸມມອງເຫຼົ່ານີ້ແມ່ນບໍ່ມີເຫດຜົນທັງໝົດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໄດ້. ມັນແມ່ນມຸມມອງແບບນີ້ທີ່ກາຍເປັນອຸປະສັກອັນໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ສ່ວນໃຫຍ່, ພາລະກິດຂອງພຣະວິນຍານບໍລິສຸດແມ່ນບັນລຸຜ່ານການຮ່ວມມືຈາກຜູ້ຄົນ. ຄົນທີ່ບໍ່ໃຫ້ການຮ່ວມມື ແລະ ບໍ່ໄດ້ຕັ້ງໃຈ ແຕ່ປາຖະໜາທີ່ຈະບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວາງ ແລະ ແສງເຍືອງທາງຈາກພຣະເຈົ້າ, ທັງໝົດນີ້ແມ່ນຄວາມຄິດເກີນເຫດຜົນ. ສິ່ງນີ້ເອີ້ນວ່າ “ການປ່ອຍປະຕົວເອງ ແລະ ການໃຫ້ອະໄພຊາຕານ.” ຄົນແບບນີ້ບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ. ເຈົ້າຄວນພົບເຫັນການເປີດເຜີຍ ແລະ ການສະແດງອອກຕ່າງໆຂອງອຸປະນິໄສແບບຊາຕານພາຍໃນຕົວເຈົ້າ ແລະ ຄົ້ນພົບການປະຕິບັດໃດໜຶ່ງທີ່ເຈົ້າມີເຊິ່ງຢູ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າຮຽກຮ້ອງໃນຕອນນີ້. ເຈົ້າສາມາດປະຖິ້ມຊາຕານໃນຕອນນີ້ໄດ້ບໍ? ບັນລຸຄວາມສຳພັນປົກກະຕິກັບພຣະເຈົ້າ, ເຮັດຕາມຄວາມປະສົງຂອງພຣະເຈົ້າ, ກາຍເປັນຄົນໃໝ່ ແລະ ມີຊີວິດໃໝ່, ຢ່າເບິ່ງການລ່ວງລະເມີດໃນອະດີດ, ຢ່າເສຍໃຈຫຼາຍເກີນໄປ, ສາມາດຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ