ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 409

28 ເດືອນເມສາ 2021

ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ປາດສະຈາກການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງໂດຍການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ສົງໃສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ຍອມຮັບມັນ ແລະ ຍິ່ງໄປກວ່ານັ້ນ ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ຄິດເຫັນແກ່ຕົວເຈົ້າເອງ, ມີຄວາມສົນໃຈຕໍ່ຄອບຄົວຂອງພຣະເຈົ້າສະເໝີ ເໝືອນກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ບໍ່ວ່າເຈົ້າກຳລັງເຮັດຫຍັງຢູ່ກໍ່ຕາມ, ຍອມຮັບການກວດສອບຂອງພຣະເຈົ້າ ແລະ ຍອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າເມື່ອໃດກໍຕາມທີ່ເຈົ້າເຮັດສິ່ງໃດໜຶ່ງ; ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າກໍ່ຕາມ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ ດ້ວຍສຸດຄວາມສາມາດຂອງເຈົ້າ. ທັນທີທີ່ຄວາມປະສົງຂອງພຣະເຈົ້າໄດ້ຖືກເປີດເຜີຍໃຫ້ແກ່ເຈົ້າ, ໃຫ້ປະຕິບັດມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ທຸກສິ່ງໄດ້ຖືກສ້າງຂຶ້ນມາບົນພຶ້ນຖານແຫ່ງພຣະທຳຂອງພຣະເຈົ້າ. ຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ປະຕິບັດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງພຣະເຈົ້າ, ວາງມຸມມອງຂອງເຈົ້າໃຫ້ຖືກຕ້ອງ ແລະ ບໍ່ເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະເຈົ້າ ຫຼື ລົບກວນຄຣິສຕະຈັກ. ຢ່າເຮັດໃນສິ່ງທີ່ບໍ່ເປັນປະໂຫຍດແກ່ຊີວິດຂອງອ້າຍເອື້ອຍນ້ອງ, ຢ່າເວົ້າໃນສິ່ງທີ່ບໍ່ສ້າງປະໂຫຍດໃຫ້ຄົນອື່ນ ແລະ ຢ່າເຮັດໃນສິ່ງທີ່ໜ້າອັບອາຍ. ຈົ່ງມີຄວາມຍຸດຕິທຳ ແລະ ມີກຽດເມື່ອເຮັດສິ່ງຕ່າງໆທັງໝົດ ແລະ ເຮັດໃຫ້ມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າກໍ່ສາມາດໃຫ້ຄວາມສຳຄັນຢ່າງສຸດເພື່ອຜົນປະໂຫຍດຂອງຄອບຄົວພຣະເຈົ້າ, ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ດຳເນີນຕາມຄວາມຊອບທຳ. ຖ້າເຈົ້າສາມາດປະຕິບັດໃນທາງນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ເມື່ອໃດກໍ່ຕາມທີ່ເຈົ້າເຮັດສິ່ງໃດສິ່ງໜຶ່ງ, ເຈົ້າຕ້ອງກວດສອບເບິ່ງວ່າແຮງຈູງໃຈຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ເມື່ອນັ້ນຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນເງື່ອນໄຂຕໍ່າສຸດ. ຖ້າວ່າ, ເມື່ອເຈົ້າກວດສອບແຮງຈູງໃຈຂອງເຈົ້າ, ແລ້ວເກີດມີສິ່ງທີ່ບໍ່ຖືກຕ້ອງ ແລະ ຖ້າເຈົ້າສາມາດຫັນຫຼັງໃສ່ສິ່ງນັ້ນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອປະໂຫຍດຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຕົວເຈົ້າເອງ. ເມື່ອໃດກໍ່ຕາມທີ່ເຈົ້າເຮັດ ຫຼື ເວົ້າສິ່ງໃດໜຶ່ງ, ເຈົ້າຕ້ອງວາງຫົວໃຈໃຫ້ຖືກຕ້ອງ, ຊອບທຳ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປາດຖະໜາຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ແຮງຈູງໃຈ ແລະ ວຸດທິພາວະຂອງຄົນໆໜຶ່ງສາມາດຖືກເປີດເຜີຍຈາກສິ່ງເລັກນ້ອຍ, ດັ່ງນັ້ນ, ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ກ່ອນອື່ນໝົດພວກເຂົາຕ້ອງແກ້ໄຂແຮງຈູງໃຈ ແລະ ຄວາມສຳພັນຂອງພວກເຂົາເອງກັບພຣະເຈົ້າເສຍກ່ອນ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິເທົ່ານັ້ນເຈົ້າຈິ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້, ເມື່ອນັ້ນການຈັດການ, ລິຮານ, ວິໄນ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າໃນຕົວເຈົ້າຈິ່ງຈະສາມາດບັນລຸຜົນໄດ້ດັ່ງປາດຖະໜາ. ເຊິ່ງເວົ້າໄດ້ວ່າ, ຜູ້ຄົນສາມາດມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ, ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໝາຍເຖິງຄວາມຄິດຂອງເນື້ອໜັງ) ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າ. ດ້ວຍວິທີນີ້, ຈຸດປະສົງທີ່ເຈົ້າສະແຫວງຫາຈິ່ງຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈິ່ງເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການປົວແປງຄວາມສຳພັນກັບພຣະເຈົ້າຂອງຜູ້ຄົນແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງຝ່າຍຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນກຳມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ພວກເຂົາບໍ່ສາມາດປ່ຽນແປງໄດ້, ເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ເຮັດໃຫ້ໄດ້ຮັບ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ບາງທີອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ບໍ່ເຊື່ອຟັງ ແຕ່ວາຕາບໃດທີ່ທັດສະນະຂອງເຈົ້ານັ້ນຊອບທໍາ ແລະ ແຮງຈູງໃຈຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ເຈົ້າວາງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ຖືກຕ້ອງ ແລະ ເຮັດໃຫ້ມັນເປັນປົກກະຕິ, ເມື່ອນັ້ນເຈົ້າຈິ່ງຈະຄູ່ຄວນຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າເຊື່ອເພື່ອຜົນປະໂຫຍດຂອງໃຜ ແລະ ເປັນຫຍັງເຈົ້າຈິ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ສາມາດກຳນົດມຸມມອງ ແລະ ການປະຕິບັດຂອງເຈົ້າໃຫ້ຖືກຕ້ອງ, ແລ້ວຊີວິດຂອງເຈົ້າກໍ່ຈະກ້າວໜ້າ ແລະ ແນ່ນອນວ່າ ເຈົ້າຈະສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນບໍ່ປົກກະຕິ ແລ້ວສິ່ງເຫຼົ່ານີ້ຈະເຮັດໃຫ້ທຸກສິ່ງໝົດໂອກາດລົງ. ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າແບບໃດ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ພຽງແຕ່ວ່າ ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າກໍຈະຖືກຮັບໂດຍພຣະເຈົ້າ ເມື່ອເຈົ້າຫັນຫຼັງໃສ່ເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ເຊື່ອຟັງ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ອຸທິດຄວາມພະຍາຍາມໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆ. ສິ່ງທີ່ເຈົ້າເຮັດຈະມີຄຸນຄ່າ ຫຼື ມີຄວາມໝາຍ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ມຸມມອງຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ທຸກວັນນີ້, ການເຊື່ອໃນພຣະເຈົ້າຂອງຫຼາຍຄົນ ແມ່ນຄ້າຍຄືກັບການງ່ຽງຫົວເບິ່ງໂມງ, ມຸມມອງຂອງພວກເຂົາແມ່ນບໍ່ປົກກະຕິ. ທຸກສິ່ງທຸກຢ່າງຈະດີ ຖ້າມີການພັດທະນາໃຫ້ດີຂຶ້ນໃນນີ້, ທຸກສິ່ງທຸກຢ່າງຈະດີ ຖ້າສິ່ງນີ້ຖືກແກ້ໄຂ, ຖ້າສິ່ງນີ້ບໍ່ໄດ້ຮັບການແກ້ໄຂ ທຸກສິ່ງທຸກຢ່າງກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນປະພຶດດີຕໍ່ໜ້າເຮົາ, ແຕ່ລັບຫຼັງເຮົາ ທຸກສິ່ງທີ່ພວກເຂົາເຮັດແມ່ນເປັນການຕໍ່ຕ້ານ. ສິ່ງເຫຼົ່ານີ້ແມ່ນສະແດງເຖິງຄວາມຄົດໂກງ ແລະ ການຫຼອກລວງ ແລະ ຄົນປະເພດນີ້ແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານໂດຍແທ້ ເພື່ອທົດລອງພຣະເຈົ້າ. ເຈົ້າເປັນພຽງຄົນຊອບທຳຄົນໜຶ່ງຖ້າເຈົ້າສາມາດຍອມຮັບພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາ. ຕາບໃດທີ່ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຕາບໃດທີ່ທຸກໆສິ່ງທີ່ເຈົ້າເຮັດນັ້ນປາກົດຕໍ່ໜ້າພຣະເຈົ້າ, ທຸກສິ່ງທີ່ເຈົ້າເຮັດນັ້ນຊອບທໍາ ແລະ ມີກຽດ, ຕາບໃດທີ່ເຈົ້າບໍ່ເຮັດໃນສິ່ງທີ່ໜ້າອັບອາຍ, ບໍ່ເຮັດໃນສິ່ງທີ່ເປັນອັນຕະລາຍແກ່ຊີວິດຂອງຜູ້ຄົນ, ຕາບໃດທີ່ເຈົ້າດຳລົງຊີວິດຢູ່ໃນຄວາມສະຫວ່າງ ແລະ ບໍ່ຖືກຊາຕານນຳໃຊ້, ເມື່ອນັ້ນຄວາມສຳພັນຂອງເຈົ້າກັບພຣະເຈົ້າຈິ່ງຈະຖືກຕ້ອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ