ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 399
18 ເດືອນກໍລະກົດ 2025
ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງທີ່ຕໍ່ເນື່ອງຂອງພຣະວິນຍານບໍລິສຸດຕໍ່ມະນຸດໃນລະຫວ່າງຊ່ວງເວລານີ້ແມ່ນແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ. ມີຫຼາຍຂັ້ນຕອນເພື່ອເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ:
1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບພວກມັນກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ຖ້າມີຄົນທີ່ຍັງປາດຖະໜາຈະອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດເທດສະໜາອື່ນໆຈາກອະດີດ ແລະ ເປັນຄົນທີ່ບໍ່ຕິດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ແລ້ວພວກເຂົາກໍ່ເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວໃຫ້ເທຫົວໃຈຂອງເຈົ້າໃສ່ຖ້ອຍຄຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ນີ້ຄືສິ່ງທໍາອິດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ.
2. ເຈົ້າຕ້ອງອະທິຖານບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ຕັ້ງໃຈຕໍ່ໜ້າພຣະເຈົ້າ, ສ້າງມາດຕະຖານທີ່ເຈົ້າປາດຖະໜາຈະສະແຫວງໃຫ້ສຳເລັດ.
3. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບຖ້ອຍຄຳທີ່ຫຼ້າສະໄໝ ແລະ ທິດສະດີຈາກອະດີດ.
4. ເຈົ້າຕ້ອງສະແຫວງຫາເພື່ອຮັບເອົາການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ.
5. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນ.
ແລ້ວເຈົ້າຈະສະແຫວງຫາການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍ່ຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍ່ຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ແລ້ວມັນກໍ່ຈະບໍ່ເກີດໝາກຜົນຫຍັງເລີຍ. ເຈົ້າຄວນອະທິຖານ ແລະ ເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ; ຂ້ານ້ອຍກະບົດຫຼາຍ ແລະ ບໍ່ເຄີຍເຮັດໃຫ້ພຣະອົງພໍໃຈ. ໂອ ພຣະເຈົ້າ, ຂ້ານ້ອຍປາດຖະໜາໃຫ້ພຣະອົງຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ຂ້ານ້ອຍປາດຖະໜາຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ຂ້ານ້ອຍປາດຖະໜາທີ່ຈະຕາຍເພື່ອພຣະອົງ. ພຣະອົງຕັດສິນຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ຂ້ານ້ອຍບໍ່ມີຄຳຕໍ່ວ່າໃດໆ; ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍສົມຄວນຕາຍ ເພື່ອວ່າທຸກຄົນອາດເຫັນອຸປະນິໄສອັນທ່ຽງທຳຂອງພຣະອົງໃນຄວາມຕາຍຂອງຂ້ານ້ອຍ”. ເມື່ອເຈົ້າອະທິຖານຈາກຫົວໃຈຂອງເຈົ້າໃນລັກສະນະນີ້, ພຣະເຈົ້າຈະໄດ້ຍິນເຈົ້າ ແລະ ຈະນຳພາເຈົ້າ; ຖ້າເຈົ້າບໍ່ອະທິຖານບົນພື້ນຖານພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ມັນກໍ່ເປັນໄປບໍ່ໄດ້ທີ່ພຣະວິນຍານບໍລິສຸດຈະສຳຜັດເຈົ້າ. ຖ້າເຈົ້າອະທິຖານຕາມເຈດຕະນາຂອງພຣະອົງ ແລະ ຕາມສິ່ງທີ່ພຣະເຈົ້າປາດຖະໜາຢາກເຮັດໃນປັດຈຸບັນ, ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍປາດຖະໜາທີ່ຈະຍອມຮັບການຝາກຝັງຂອງພຣະອົງ ແລະ ຊື່ສັດກັບການຝາກຝັງຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍເພື່ອສະຫງ່າລາສີຂອງພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຂ້ານ້ອຍເຮັດຈະສາມາດບັນລຸຕາມມາດຕະຖານຂອງປະຊາຊົນຂອງພຣະເຈົ້າ. ຂໍໃຫ້ຫົວໃຈຂອງຂ້ານ້ອຍໄດ້ຮັບການສຳຜັດຈາກພຣະອົງ. ຂ້ານ້ອຍປາດຖະໜາໃຫ້ພຣະວິນຍານຂອງພຣະອົງໃຫ້ສ່ອງແສງສະຫວ່າງໃຫ້ແກ່ຕົວຂ້ານ້ອຍ, ເຮັດໃຫ້ສິ່ງທີ່ຂ້ານ້ອຍເຮັດທັງໝົດນໍາຄວາມອັບອາຍໄປສູ່ຊາຕານ, ເພື່ອໃນທີ່ສຸດ ຂ້ານ້ອຍຈະຖືກຮັບເອົາໂດຍພຣະອົງ”. ຖ້າເຈົ້າອະທິຖານໃນລັກສະນະນີ້, ໃນລັກສະນະທີ່ເນັ້ນໃສ່ເຈດຕະນາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ມັນບໍ່ກ່ຽວກັບວ່າໃນຄໍາອະທິຖານຂອງເຈົ້າມີຄຳເວົ້າຫຼາຍພຽງໃດ, ສິ່ງທີ່ສໍາຄັນກໍ່ຄືເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ພວກເຈົ້າທຸກຄົນອາດມີປະສົບການດັ່ງຕໍ່ໄປນີ້: ບາງເທື່ອ ໃນຂະນະທີ່ອະທິຖານຢູ່ໃນບ່ອນຊຸມນຸມ, ພະລັງໃນພາລະກິດຂອງພຣະວິນຍານບໍລິສຸດແຂງກ້າເຖິງຈຸດສູງສຸດ ເຮັດໃຫ້ທຸກຄົນມີກໍາລັງລຸກຂຶ້ນ. ບາງຄົນຮ້ອງໄຫ້ຢ່າງຂົມຂື່ນ ແລະ ສະອື້ນດ້ວຍນໍ້າຕາໃນຂະນະທີ່ກຳລັງອະທິຖານ, ມີຄວາມສຳນຶກຜິດຕໍ່ໜ້າພຣະເຈົ້າ ແລະ ບາງຄົນສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ກ່າວຄຳໝັ້ນສັນຍາ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ. ໃນມື້ນີ້ ມັນຈຳເປັນທີ່ທຸກຄົນຈະເທຫົວໃຈຂອງພວກເຂົາໃສ່ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ຢ່າໃສ່ໃຈກັບພຣະທຳທີ່ຖືກກ່າວກ່ອນໜ້ານີ້; ຖ້າເຈົ້າຍັງຍຶດຕິດກັບສິ່ງທີ່ມາກ່ອນໜ້ານີ້, ແລ້ວພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດພາຍໃນຕົວເຈົ້າ. ເຈົ້າເຫັນບໍວ່າ ສິ່ງນີ້ສຳຄັນພຽງໃດ?
ເຈົ້າຮູ້ຈັກເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນບໍ? ຫົວຂໍ້ຫຼາຍຢ່າງຂ້າງເທິງແມ່ນສິ່ງທີ່ພຣະວິນຍານບໍລິສຸດຈະເຮັດໃຫ້ສຳເລັດໃນປັດຈຸບັນ ແລະ ໃນອະນາຄົດ; ຫົວຂໍ້ເຫຼົ່ານັ້ນແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນ ແລະ ທາງເຂົ້າທີ່ມະນຸດຄວນສະແຫວງຫາ. ໃນການເຂົ້າສູ່ຊີວິດຂອງເຈົ້າ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຮັບການພິພາກສາ ແລະ ການຕີສອນຈາກພຣະທຳຂອງພຣະເຈົ້າ; ຫົວໃຈຂອງເຈົ້າຕ້ອງປາດຖະໜາຫາພຣະເຈົ້າ, ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ຈຸດປະສົງທີ່ພຣະເຈົ້າຕ້ອງການ. ເມື່ອເຈົ້າມີກຳລັງນີ້ ແລ້ວມັນກໍ່ສະແດງໃຫ້ເຫັນວ່າເຈົ້າໄດ້ຮັບການສຳຜັດໂດຍພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍ່ເລີ່ມຫັນມາຫາພຣະເຈົ້າແລ້ວ.
ຂັ້ນຕອນທຳອິດຂອງການເຂົ້າສູ່ຊີວິດຄືການເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າຢ່າງສົມບູນ ແລະ ຂັ້ນຕອນທີສອງຄືການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ. ແມ່ນຫຍັງຄືຜົນທີ່ຈະໄດ້ຮັບຈາກການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ? ມັນຄືຄວາມສາມາດທີ່ຈະປາດຖະໜາ, ສະແຫວງຫາ ແລະ ຄົ້ນຫາຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ຄວາມສາມາດທີ່ຈະຮ່ວມມືກັບພຣະເຈົ້າໃນລັກສະນະທີ່ດີ. ໃນປັດຈຸບັນ ເຈົ້າຮ່ວມມືກັບພຣະເຈົ້າ ເຊິ່ງໝາຍຄວາມວ່າມີຈຸດປະສົງໃນການສະແຫວງຫາຂອງເຈົ້າ, ຄຳອະທິຖານຂອງເຈົ້າ ແລະ ການສົນທະນາຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າປະຕິບັດໜ້າທີ່ຂອງເຈົ້າໂດຍສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າ, ມີພຽງແຕ່ສິ່ງນີ້ຈຶ່ງເປັນການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າພຽງແຕ່ເວົ້າເຖິງການປ່ອຍໃຫ້ພຣະເຈົ້າເຮັດ, ແຕ່ບໍ່ໄດ້ລົງມືປະຕິບັດ ຫຼື ອະທິຖານ ຫຼື ສະແຫວງຫາ, ແລ້ວສິ່ງນີ້ຈະສາມາດເປັນການຮ່ວມມືບໍ? ຖ້າເຈົ້າບໍ່ມີການຮ່ວມມືໃດໆໃນຕົວເຈົ້າ ແລະ ປາສະຈາກການຝຶກຝົນສຳລັບທາງເຂົ້າທີ່ມີຈຸດປະສົງ, ແລ້ວເຈົ້າກໍ່ບໍ່ໄດ້ໃຫ້ຄວາມຮ່ວມມື. ບາງຄົນກ່າວວ່າ: “ທຸກສິ່ງຂຶ້ນຢູ່ກັບການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ, ນັ້ນຄືພຣະເຈົ້າເຮັດທຸກສິ່ງດ້ວຍພຣະອົງເອງ; ຖ້າພຣະເຈົ້າບໍ່ເຮັດມັນ, ແລ້ວມະນຸດຈະເຮັດໄດ້ແນວໃດ?” ພາລະກິດຂອງພຣະເຈົ້າທຳມະດາ ແລະ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ ແລະ ມີພຽງແຕ່ຜ່ານການສະແຫວງຫາທີ່ກະຕືລືລົ້ນຂອງເຈົ້າເທົ່ານັ້ນ, ພຣະວິນຍານບໍລິສຸດຈຶ່ງປະຕິບັດພາລະກິດ, ຍ້ອນພຣະເຈົ້າບໍ່ບັງຄັບມະນຸດ ນັ້ນກໍ່ຄື ເຈົ້າຕ້ອງມອບໂອກາດໃຫ້ພຣະເຈົ້າປະຕິບັດພາລະກິດ ແລະ ຖ້າເຈົ້າບໍ່ສະແຫວງຫາ ຫຼື ເຂົ້າ ແລະ ຖ້າບໍ່ມີຄວາມປາດຖະໜາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ, ແລ້ວພຣະເຈົ້າກໍຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດໄດ້. ເຈົ້າສາມາດສະແຫວງຫາການສຳຜັດຈາກພຣະເຈົ້າໂດຍເສັ້ນທາງໃດ? ຜ່ານຄຳອະທິຖານ ແລະ ການເຂົ້າໃກ້ຊິດພຣະເຈົ້າ. ແຕ່ໃຫ້ຈື່ໄວ້ວ່າ ສິ່ງທີ່ສຳຄັນກໍ່ຄືມັນຕ້ອງຢູ່ບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໄວ້ເທົ່ານັ້ນ. ເມື່ອເຈົ້າຖືກສຳຜັດໂດຍພຣະເຈົ້າຢູ່ຕະຫຼອດ, ເຈົ້າກໍ່ບໍ່ຖືກຈໍາກັດໂດຍເນື້ອໜັງ: ສາມີ, ພັນລະຍາ, ລູກ ແລະ ເງິນ ນັ້ນກໍ່ຄື ສິ່ງເຫຼົ່ານີ້ຈະບໍ່ສາມາດຈໍາກັດເຈົ້າໄດ້ ແລະ ເຈົ້າກໍ່ຈະພຽງແຕ່ປາດຖະໜາທີ່ຈະສະແຫວງຫາຄວາມຈິງ ແລະ ມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ໃນເວລານີ້, ເຈົ້າຈະເປັນຄົນທີ່ມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ