ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 398
18 ເດືອນກໍລະກົດ 2025
ທຸກຄົນທີ່ສາມາດອ່ອນນ້ອມຕໍ່ຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດພາລະກິດພາຍໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດຫຼ້າສຸດແມ່ນໄດ້ຮັບພອນຫຼາຍທີ່ສຸດ ແລະ ຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດຫຼ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການເວົ້າວ່າເຈົ້າຕ້ອງເປັນຍິງສາວບໍລິສຸດທີ່ຮັກສາພົມມະຈັນ? ຍິງສາວບໍລິສຸດທີ່ຮັກສາພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນແມ່ນສາມາດປະວາງແນວຄິດເກົ່າໆອອກໄປ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດໃນປັດຈຸບັນແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເບິ່ງເຫັນການປາກົດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວຍຸກຕ່າງໆ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າທີ່ເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະພາບການຂອງພວກເຈົ້າຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຂໍໃຫ້ສະຫງ່າລາສີ ແລະ ຄຳສັນລະເສີນທັງໝົດເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນຍ້ອນພຣະເຈົ້າຍົກເຈົ້າຂຶ້ນ. ເມື່ອຄິດຫາສິ່ງເຫຼົ່ານີ້ແລ້ວ, ເຈົ້າຍັງຈະມີດ້ານລົບຢູ່ອີກບໍ? ກຳລັງຂອງເຈົ້າຍັງຈະບໍ່ສາມາດເພີ່ມຂຶ້ນບໍ?
ການທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຫຼໍ່ຫຼອມຈາກພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍ່ຄືການທີ່ເຈົ້າສາມາດຮັບການຝາກຝັງຂອງພຣະເຈົ້າແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າກ່ອນທີ່ຍຸກຕ່າງໆຈະເລີ່ມຂຶ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເມື່ອເຈົ້າຖືກຕີສອນ. ບໍ່ມີໃຜສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວເຈົ້າ ແລະ ພອນທີ່ໄດ້ມອບໃຫ້ກັບເຈົ້າໄປໃສໄດ້ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ໄດ້ມອບໃຫ້ກັບເຈົ້ານັ້ນໄປໃສໄດ້. ຄົນທີ່ເຄັ່ງສາສະໜາບໍ່ມີທາງທຽບກັບເຈົ້າໄດ້. ເຈົ້າບໍ່ມີຄວາມຊ່ຽວຊານຫຼາຍໃນພຣະຄຳພີ ແລະ ບໍ່ປະກອບມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວເຈົ້າ, ເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນຍຸກທັງໝົດ ແລະ ດັ່ງນັ້ນ, ນີ້ຄືພອນທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ. ຍ້ອນສິ່ງນີ້, ເຈົ້າຈຶ່ງຕ້ອງອຸທິດຕົນໃຫ້ກັບພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ເຖິງກັບຈົງຮັກພັກດີກັບພຣະເຈົ້າຫຼາຍຂຶ້ນ. ຍ້ອນພຣະເຈົ້າຍົກເຈົ້າຂຶ້ນ, ເຈົ້າຈຶ່ງຕ້ອງເພີ່ມຄວາມພະຍາຍາມຂອງເຈົ້າ ແລະ ຕ້ອງກຽມພ້ອມວຸດທິພາວະຂອງເຈົ້າເພື່ອຍອມຮັບການຝາກຝັງຈາກພຣະເຈົ້າ. ເຈົ້າຕ້ອງຍຶດໝັ້ນໃນບ່ອນທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ, ສະແຫວງຫາເພື່ອກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຍອມຮັບການຝຶກຝົນແຫ່ງອານາຈັກ, ຖືກພຣະເຈົ້າຮັບເອົາ ແລະ ກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າໃນທີ່ສຸດ. ເຈົ້າມີຄວາມຕັ້ງໃຈເຫຼົ່ານີ້ບໍ? ຖ້າເຈົ້າມີຄວາມຕັ້ງໃຈເຫຼົ່ານັ້ນ ແລ້ວເຈົ້າກໍ່ຈະຖືກຮັບເອົາໂດຍພຣະເຈົ້າໃນທີ່ສຸດຢ່າງແນ່ນອນ ແລະ ຈະກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າການຝາກຝັງຫຼັກກໍ່ຄືການຖືກຮັບເອົາໂດຍພຣະເຈົ້າ ແລະ ການເປັນພະຍານທີ່ມີສະຫງ່າລາສີຕໍ່ພຣະເຈົ້າ. ນີ້ຄືເຈດຕະນາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ