ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 397
18 ເດືອນກໍລະກົດ 2025
ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ພະຍາຍາມເຂົ້າສູ່ບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອີກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ເຫັນດີກັບພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ຕິດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສຂອງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ນອກຂອງກະແສຂອງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າກໍ່ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ພຣະເຈົ້າຕ້ອງການການຮັບໃຊ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດຕິດຕາມບາດກ້າວໃນພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍ່ມີຊີວິດຢູ່ທ່າມກາງແນວຄິດຕ່າງໆ. ການຮັບໃຊ້ຂອງຄົນດັ່ງກ່າວຂັດຂວາງ ແລະ ລົບກວນ ແລະ ການຮັບໃຊ້ດັ່ງກ່າວຢູ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າກໍ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້. “ການຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈເຈດຕະນາຂອງພຣະເຈົ້າໃນປັດຈຸບັນ, ການທີ່ສາມາດປະຕິບັດຕາມຄວາມຕ້ອງການໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສາມາດໃນການອ່ອນນ້ອມ ແລະ ຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຕາມຖ້ອຍຄຳຫຼ້າສຸດທີ່ພຣະເຈົ້າກ່າວ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຄົນນັ້ນຈຶ່ງຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການພົບເຫັນພຣະເຈົ້າ, ແຕ່ຍັງສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າຈາກພາລະກິດຫຼ້າສຸດຂອງພຣະອົງ ແລະ ສາມາດຮູ້ຈັກແນວຄິດ ແລະ ຄວາມກະບົດຂອງມະນຸດ ແລະ ທຳມະຊາດ ແລະ ແກ່ນແທ້ຂອງມະນຸດຈາກພາລະກິດຫຼ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດບັນລຸການປ່ຽນແປງເທື່ອລະໜ້ອຍໃນອຸປະນິໄສຂອງພວກເຂົາໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງເປັນຄົນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ຄົ້ນພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດຫຼ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍ່ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາຂອງສິ່ງນີ້ກໍ່ຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ຕັດສິນພຣະອົງ ເຊິ່ງສົ່ງຜົນໃຫ້ພຣະເຈົ້າກຽດຊັງພວກເຂົາ. ການມີຄວາມຮູ້ກ່ຽວກັບພາລະກິດຫຼ້າສຸດຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍ, ແຕ່ຖ້າຄົນມີຈິດໃຈທີ່ຈະອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍ່ຈະມີໂອກາດທີ່ຈະເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ຫຼ້າສຸດຈາກພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນຈະສາມາດຮັບພາລະກິດຫຼ້າສຸດຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ