ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 396

18 ເດືອນກໍລະກົດ 2025

ຊີວິດຝ່າຍວິນຍານແມ່ນຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈກັບຄວາມຮັກຂອງພຣະເຈົ້າ. ມັນເປັນຊີວິດທີ່ເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດຄອບຄອງຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງເຈົ້າ. ຊີວິດດັ່ງກ່າວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເກີດມີຄວາມຫ່າງເຫີນກັນຂຶ້ນ, ມັນອາດເຖິງກັບແຕກຫັກ ແລະ ເຈົ້າຈະບໍ່ມີຊີວິດຝ່າຍວິນຍານທີ່ທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາບໍ? ເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິບໍ? ເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າສາມາດຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວເຈົ້າກໍ່ເປັນຄົນທີ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະປະຕິບັດພາລະກິດພາຍໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍ່ຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາຈັກເທື່ອ ແລະ ມີດ້ານລົບ. ໃນປັດຈຸບັນ ເຈົ້າຕິດຕາມກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຢູ່ໃນກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຫຼຸດພົ້ນຈາກສະພາວະດ້ານລົບແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າເປັນພື້ນຖານ ແລະ ຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາທຸກຄົນຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍ່ຕາມ ແລ້ວເຈົ້າກໍ່ເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ ດ້ວຍວິທີນີ້ ເຈົ້າຈຶ່ງຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ.

ເພື່ອເຂົ້າສູ່ກະແສຂອງພຣະວິນຍານບໍລິສຸດ ເຈົ້າຕ້ອງມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ເຈົ້າຕ້ອງກຳຈັດສະພາວະດ້ານລົບໃຫ້ອອກຈາກຕົວເຈົ້າກ່ອນ. ບາງຄົນເຮັດຕາມຄົນສ່ວນຫຼາຍຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍ່ຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ; ຄົນເຫຼົ່ານັ້ນບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ ແລະ ມາດຕະຖານທີ່ພວກເຂົາສະແຫວງຫາກໍ່ຕໍ່າເກີນໄປ. ມີພຽງແຕ່ການສະແຫວງຫາເພື່ອຮັກພຣະເຈົ້າ ແລະ ເພື່ອໃຫ້ພຣະເຈົ້າຮັບເອົາຈຶ່ງແມ່ນເຈດຕະນາຂອງພຣະເຈົ້າ. ມີຄົນພຽງແຕ່ໃຊ້ຈິດສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ສາມາດບັນລຸຕາມເຈດຕະນາຂອງພຣະເຈົ້າໄດ້; ຍິ່ງມາດຕະຖານທີ່ເຈົ້າສະແຫວງຫາສູງພຽງໃດ ມັນກໍ່ຈະຍິ່ງສອດຄ່ອງກັບເຈດຕະນາຂອງພຣະເຈົ້າຫຼາຍພຽງນັ້ນ. ສໍາລັບຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ພະຍາຍາມຮັກພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍມາເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າຄືອະນາຄົດທີ່ແທ້ຈິງຂອງພວກເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າພວກເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ມື້ນີ້ ເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜເທິງແຜ່ນດິນໂລກທີ່ສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍແບບນັ້ນໄດ້. ຍ້ອນເຈົ້າຖືກຄັດເລືອກໂດຍພຣະເຈົ້າ ແລະ ຖືກພຣະເຈົ້າຍົກຂຶ້ນ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມຮັກທີ່ພຣະເຈົ້າມີໃຫ້ກັບເຈົ້າ, ເຈົ້າຈຶ່ງໄດ້ເຂົ້າໃຈຊີວິດຢ່າງແທ້ຈິງ ແລະ ຮູ້ຈັກໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ. ນີ້ບໍ່ແມ່ນຍ້ອນການສະແຫວງຫາຂອງເຈົ້ານັ້ນດີ ແຕ່ຍ້ອນພຣະຄຸນຂອງພຣະເຈົ້າ; ຍ້ອນພຣະເຈົ້າເປັນຜູ້ທີ່ເປີດຕາແຫ່ງຈິດວິນຍານຂອງເຈົ້າ ແລະ ນັ້ນຄືພຣະວິນຍານຂອງພຣະເຈົ້າທີ່ສຳຜັດຫົວໃຈຂອງເຈົ້າ ໂດຍມອບໂອກາດທີ່ດີໃຫ້ເຈົ້າໄດ້ມາຢູ່ຕໍ່ໜ້າພຣະອົງ. ຖ້າພຣະວິນຍານຂອງພຣະເຈົ້າບໍ່ໃຫ້ສ່ອງແສງໃຫ້ແກ່ເຈົ້າ, ແລ້ວເຈົ້າຈະບໍ່ສາມາດເຫັນໃນສິ່ງທີ່ງົດງາມກ່ຽວກັບພຣະເຈົ້າໄດ້ ຫຼື ມັນເປັນໄປບໍ່ໄດ້ທີ່ເຈົ້າຈະຮັກພຣະເຈົ້າ. ທັງໝົດນີ້ກໍ່ຍ້ອນພຣະວິນຍານຂອງພຣະເຈົ້າໄດ້ສຳຜັດຫົວໃຈຂອງຄົນ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາຫັນມາຫາພຣະເຈົ້າ. ບາງເທື່ອ ເມື່ອເຈົ້າກໍາລັງຊື່ນຊົມກັບພຣະທຳຂອງພຣະເຈົ້າ ຈິດວິນຍານຂອງເຈົ້າໄດ້ສຳຜັດ ແລະ ເຈົ້າຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກຮັກພຣະເຈົ້າ, ມີກຳລັງແຮງກ້າທີ່ໃຫຍ່ຫຼວງພາຍໃນຕົວເຈົ້າ ແລະ ບໍ່ມີສິ່ງໃດທີ່ເຈົ້າບໍ່ສາມາດປ່ອຍວາງໄດ້. ຖ້າເຈົ້າຮູ້ສຶກແບບນີ້, ແລ້ວເຈົ້າແມ່ນໄດ້ຖືກພຣະວິນຍານຂອງພຣະເຈົ້າສຳຜັດ ແລະ ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ກ່າວວ່າ: “ໂອ ພຣະເຈົ້າ! ພວກຂ້ານ້ອຍໄດ້ຖືກກຳນົດຊະຕາໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະອົງຢ່າງແທ້ຈິງ. ສະຫງ່າລາສີຂອງພຣະອົງມອບຄວາມພາກພູມໃຈໃຫ້ແກ່ຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເປັນກຽດທີ່ໄດ້ເປັນໜຶ່ງໃນປະຊາຊົນຄົນຂອງພຣະອົງ. ຂ້ານ້ອຍຈະສະຫຼະທຸກສິ່ງ ແລະ ມອບທຸກຢ່າງເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ຈະອຸທິດເວລາໝົດປີຂອງຂ້ານ້ອຍ ແລະ ຕະຫຼອດຊີວິດໃຫ້ກັບພຣະອົງ”. ເມື່ອເຈົ້າອະທິຖານແບບນີ້, ມັນກໍ່ຈະມີຄວາມຮັກທີ່ບໍ່ສິ້ນສຸດ ແລະ ຄວາມອ່ອນນ້ອມເຊື່ອຟັງທີ່ແທ້ຈິງຕໍ່ພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເຄີຍມີປະສົບການດັ່ງກ່າວນີ້ບໍ? ຖ້າຄົນມັກໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າຢູ່ຕະຫຼອດ, ແລ້ວພວກເຂົາກໍ່ເຕັມໃຈເປັນພິເສດທີ່ຈະອຸທິດຕົນເອງຕໍ່ພຣະເຈົ້າດ້ວຍຄຳອະທິຖານຂອງພວກເຂົາ: “ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຫັນມື້ແຫ່ງຄວາມສະຫງ່າລາສີຂອງພຣະອົງ ແລະ ຂ້ານ້ອຍປາຖະໜາທີ່ຈະມີຊີວິດຢູ່ເພື່ອພຣະອົງ, ບໍ່ມີສິ່ງໃດທີ່ມີຄ່າ ຫຼື ມີຄວາມໝາຍໄປກວ່າການມີຊີວິດຢູ່ເພື່ອພຣະອົງ ແລະ ຂ້ານ້ອຍບໍ່ມີຄວາມປາຖະໜາແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່ເພື່ອຊາຕານ ແລະ ເນື້ອໜັງ. ພຣະອົງຍົກຂ້ານ້ອຍຂຶ້ນໂດຍເຮັດໃຫ້ຂ້ານ້ອຍສາມາດມີຊີວິດຢູ່ເພື່ອພຣະອົງໄດ້ໃນມື້ນີ້”. ເມື່ອເຈົ້າໄດ້ອະທິຖານໃນລັກສະນະນີ້ ເຈົ້າກໍ່ຈະຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ເຈົ້າຕ້ອງຮັບເອົາພຣະເຈົ້າ ແລະ ໃນຂະນະທີ່ເຈົ້າມີຊີວິດຢູ່ ເຈົ້າບໍ່ຢາກຕາຍຖ້າບໍ່ໄດ້ຮັບເອົາພຣະເຈົ້າເທື່ອ. ເມື່ອກ່າວຄຳອະທິຖານແບບນັ້ນ ມັນກໍ່ຈະມີກໍາລັງທີ່ບໍ່ຮູ້ຈັກໝົດພາຍໃນຕົວເຈົ້າ ແລະ ເຈົ້າຈະບໍ່ຮູ້ວ່າມັນມາຈາກໃສ; ໃນຫົວໃຈຂອງເຈົ້າ ມັນຈະມີລິດອຳນາດທີ່ບໍ່ມີຂີດຈຳກັດ ແລະ ເຈົ້າຈະມີຄວາມຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ ແລະ ພຣະອົງເໝາະສົມກັບຄວາມຮັກ. ນີ້ແມ່ນເວລາທີ່ເຈົ້າຈະໄດ້ຮັບການສຳຜັດຈາກພຣະເຈົ້າ. ທຸກຄົນທີ່ມີປະສົບການດັ່ງກ່າວແມ່ນໄດ້ຮັບການສຳຜັດຈາກພຣະເຈົ້າ. ສຳລັບຄົນທີ່ມັກໄດ້ຮັບການສຳຜັດຈາກພຣະເຈົ້າ ການປ່ຽນແປງກໍ່ຈະເກີດຂຶ້ນໃນຊີວິດຂອງພວກເຂົາ, ພວກເຂົາສາມາດຕັ້ງໃຈ ແລະ ເຕັມໃຈທີ່ຈະຮັບພຣະເຈົ້າຢ່າງສົມບູນ, ຫົວໃຈທີ່ຮັກພຣະເຈົ້າຂ້ອນຂ້າງມີຄວາມເຂັ້ມແຂງ ແລະ ຫົວໃຈຂອງພວກເຂົາກໍ່ຫັນມາຫາພຣະເຈົ້າຢ່າງສົມບູນ. ພວກເຂົາບໍ່ສົນໃຈຄອບຄົວ, ໂລກ, ຄວາມຫຍຸ້ງຍາກ ຫຼື ອະນາຄົດຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດໃຫ້ກັບພຣະເຈົ້າ. ທຸກຄົນທີ່ໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າກໍ່ເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ມີຄວາມຫວັງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ