ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 394
11 ເດືອນກໍລະກົດ 2025
ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ. ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ເປັນເປົ້າໝາຍແຫ່ງການສະແຫວງຫາຂອງມະນຸດ. ເຈົ້າຄວນພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະເກີດໝາກຜົນໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະບໍ່ມີຄ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະຖືວ່າສົມບູນ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນເສັ້ນທາງນີ້ ຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢູ່ຈົນແກ່ເຖົ້າຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ຫຼື ເປັນພະຍານໃຫ້ກັບພຣະເຈົ້າໄດ້; ກົງກັນຂ້າມ, ພວກເຂົາທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ ແລະ ເມື່ອພວກເຂົາໃກ້ຕາຍເທົ່ານັ້ນ ພວກເຂົາຈຶ່ງເຫັນໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ຜູ້ຄົນສາມາດເຮັດໄດ້ ພຽງແຕ່ເຂົາທຸ້ມເທຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຍ້ອນຫົວໃຈຂອງຜູ້ຄົນເຄີຍຖືກຄອບງຳໂດຍຜີຮ້າຍ ພວກເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້ ແລະ ຟ້າວຟັ່ງເພື່ອເຫັນແກ່ເນື້ອໜັງຂອງຕົນຢູ່ເລື້ອຍໆ ໂດຍມີຫຍັງທີ່ຈະສະແດງໃຫ້ເຫັນໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ຜູ້ຄົນຈຶ່ງປະສົບກັບບັນຫາ ແລະ ຄວາມຍາກລຳບາກຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນຄວາມເສື່ອມຊາມຂອງເນື້ອໜັງບໍ? ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ເຮັດແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ດິ້ນລົນເພື່ອຜົນປະໂຫຍດ ແລະ ຊື່ສຽງ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ