ເພງຄຣິດສະຕຽນ “ສະຖານທີ່ພັກຜ່ອນທີ່ແຕກຕ່າງກັນສໍາລັບພຣະເຈົ້າ ແລະ ມະນຸດ”

19 ເດືອນເມສາ 2022

ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່

ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ

ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ

ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດ

ຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ.

ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ

ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ.

ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ

ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ;

ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ.

ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ

ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ.

ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ

ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ.

ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ

ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ.

ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດ

ໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ

ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ,

ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ.

ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ

ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າ

ໃນຈຸດໝາຍປາຍທາງຂອງພຣະອົງໄດ້.

ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ;

ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະ

ການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ.

ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ

ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງ

ພາລະກິດການຄຸ້ມຄອງຂອງພຣະເຈົ້າ.

ມະນຸດຊາດຄືຜູ້ທີ່ຖືກນໍາພາ

ແລະ ບໍ່ມີທາດແທ້ຄືກັນກັບພຣະເຈົ້າ.

ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ

ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ.

ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າ

ໃນບ່ອນພັກເຊົາຂອງພຣະອົງ,

ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ

ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດທຸກຄົນ

ໃນບ່ອນພັກເຊົາຂອງພວກເຂົາ,

ພຣະອົງຈະນໍາພາພວກເຂົາຈາກສະຫວັນ

ແລະ ບໍ່ແມ່ນຈາກແຜ່ນດິນໂລກ.

ພຣະເຈົ້າຍັງຄົງຈະເປັນພຣະວິນຍານ

ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ.

ພຣະເຈົ້າ ແລະ ມະນຸດແມ່ນພັກເຊົາໃນລັກສະນະທີ່ແຕກຕ່າງກັນ.

ໃນຂະນະທີ່ພຣະເຈົ້າພັກເຊົາ,

ພຣະອົງຈະສະເດັດມາ ແລະ ປາກົດຢູ່ທ່າມກາງມະນຸດ;

ໃນຂະນະທີ່ມະນຸດພັກເຊົາ,

ພວກເຂົາຈະຖືກນໍາພາໂດຍພຣະເຈົ້າເພື່ອໄປສູ່ສະຫວັນ

ແລະ ພ້ອມທັງເພື່ອມີຄວາມສຸກກັບຊີວິດໃນສະຫວັນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ