ເພງຄຣິດສະຕຽນ “ການປະຕິເສດເວລາສຸດທ້າຍຂອງພຣະຄຣິດເປັນການໝິ່ນປະໝາດ”

12 ເດືອນເມສາ 2022

ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ

ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງ

ຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ.

ພາລະກິດຂອງພຣະອົງແມ່ນ

ເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ

ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງ

ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່.

ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ,

ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ,

ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ

ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ.

ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງ

ຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ,

ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດ

ຂອງພຣະອົງເທິງແຜ່ນດິນໂລກ

ແລະ ດ້ວຍເຫດນັ້ນ ພຣະເຈົ້າເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບ

ທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ,

ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ.

ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດ

ພຣະວິນຍານບໍລິສຸດຈະໄດ້ຮັບ

ແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ.

ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດ

ພຣະວິນຍານບໍລິສຸດຈະໄດ້ຮັບ

ແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ.

ພ້ອມນີ້ ພຣະເຈົ້າຂໍບອກເຈົ້າວ່າ

ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ,

ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ,

ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້.

ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ

ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບ

ຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ;

ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ,

ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ.

ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ,

ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ

ແຕ່ເປັນພຣະຄຣິດ.

ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ?

ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ

ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ.

ດ້ວຍເຫດນີ້ ພຣະເຈົ້າຈຶ່ງຂໍແນະນຳໃຫ້ທຸກຄົນຍິ່ງແຂ້ວ

ຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ

ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້

ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້

ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າ

ເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ