ການສະແດງການເຕັ້ນລຳ “ຈັກກະວານດັງກ້ອງໄປດ້ວຍການສັນລະເສີນພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026

19 ເດືອນມັງກອນ 2026

1

ບົດເພງຫຼາຍບົດ, ການຟ້ອນທີ່ສວຍງາມຫຼາຍ

ຈັກກະວານໄດ້ກາຍເປັນທະເລແຫ່ງຄວາມສຸກທີ່ຟົດຟື້ນ!

ດວງດາວຕ່າງໆກໍໂລດເຕັ້ນ ດວງເດືອນກໍຍິ້ມແຍ້ມ ຈັກກະວານກໍເຕັມໄປດ້ວຍການສັນລະເສີນ;

ພວກເຮົາໂຮຮ້ອງ ແລະ ໂດດເຕັ້ນໄປມາດ້ວຍຄວາມສຸກ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິສແຫ່ງຍຸກສຸດທ້າຍ

ໄດ້ສະແດງອອກເຖິງຄວາມຈິງ ສັ່ນສະເທືອນທຸກຊາດ ແລະ ທຸກນິກາຍ.

ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຍິນສຸລະສຽງຂອງພຣະອົງ

ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງເພື່ອນະມັດສະການເປັນໜຶ່ງດຽວ.

ໃນຊີໂອນ ພຣະເຈົ້າປະເຊີນກັບຈັກກະວານທັງໝົດ

ເປີດເຜີຍຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ.

ປະຊາຊົນທັງໝົດຂອງພຣະເຈົ້າກໍເຕັມໄປດ້ວຍຄວາມສຸກ ສັນລະເສີນພຣະອົງຢ່າງບໍ່ມີທີ່ສິ້ນສຸດ.

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! ຮາເລລູຢາ!

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ!

2

ເພື່ອທີ່ຈະຮັກພຣະເຈົ້າ, ພວກເຮົາຕ້ອງປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ

ແລະ ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ.

ຫົວໃຈຂອງອ້າຍເອື້ອຍນ້ອງຂອງພວກເຮົາກໍເຊື່ອມໂຍງກັນຢ່າງໃກ້ຊິດ

ແລະ ທຸກຄົນກໍສັນລະເສີນພຣະເຈົ້າເປັນໜຶ່ງດຽວກັນ ທັງຊາຍ ແລະ ຍິງ ທັງໜຸ່ມ ແລະ ແກ່.

ເຈົ້າຖວາຍບົດເພງ ແລະ ຂ້ອຍກໍຖວາຍການຟ້ອນ;

ເຈົ້າເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຂ້ອຍກໍຮ່ວມມື.

ພວກເຮົາເຮັດໃຫ້ມານຮ້າຍ, ມັງກອນແດງໃຫຍ່ ໄດ້ຮັບຄວາມອັບອາຍ

ແລະ ຖວາຍກຽດແດ່ພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ພວກເຮົາທຸກຄົນໄດ້ເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າຜ່ານທາງວຽກງານຂອງພຣະອົງ.

ປະຊາຊົນທັງໝົດຂອງພຣະເຈົ້າໄດ້ເຫັນພຣະພັກອັນຮຸ່ງເຮືອງຂອງພຣະອົງ

ແລະ ທຸກຄົນກໍໄລ່ຕາມທີ່ຈະຮັກພຣະອົງ ແລະ ເຮັດໃຫ້ພຣະອົງພໍພຣະໄທ.

ພວກເຮົາຍິນດີທີ່ຈະຈົງຮັກພັກດີຕໍ່ພຣະເຈົ້າຕະຫຼອດໄປ.

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! ຮາເລລູຢາ!

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ!

3

ພຣະເຈົ້າໄດ້ຮັບສະຫງ່າລາສີເທິງແຜ່ນດິນໂລກ

ແລະ ທຸກຊາດ ແລະ ປະຊາຊົນທັງໝົດຂອງພຣະເຈົ້າກໍຊື່ນຊົມຍິນດີນຳກັນ.

ຊີວິດແຫ່ງອານາຈັກຊ່າງສວຍງາມຫຼາຍ!

ສະຫວັນໃໝ່, ແຜ່ນດິນໂລກໃໝ່, ອານາຈັກໃໝ່.

ພວກເຮົາຟ້ອນ ແລະ ຮ້ອງເພງໃໝ່ຖວາຍແດ່ພຣະເຈົ້າ, ຊ່າງມີຄວາມສຸກຫຼາຍ.

ບົດເພງທີ່ສວຍງາມທີ່ສຸດຮ້ອງຖວາຍແດ່ພຣະເຈົ້າ

ການຟ້ອນທີ່ສວຍງາມທີ່ສຸດຖວາຍແດ່ພຣະເຈົ້າ.

ພວກເຮົາຖວາຍຫົວໃຈທີ່ຈິງໃຈຂອງພວກເຮົາແດ່ພຣະເຈົ້າ

ແລະ ພວກເຮົາຮັກພຣະອົງຢ່າງບໍລິສຸດ ແລະ ຢ່າງຊື່ສັດ.

ປະຊາຊົນທັງໝົດຂອງພຣະເຈົ້າ ແລະ ສິ່ງທັງປວງຈະສັນລະເສີນພຣະອົງຕະຫຼອດໄປ ບໍ່ມີວັນຢຸດຢັ້ງ!

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! ຮາເລລູຢາ!

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ!

ໂອ້ ຊີໂອນ, ໂອ້ ຊີໂອນ, ຊ່າງເປັນສະຫງ່າລາສີແທ້!

ທີ່ປະທັບຂອງພຣະເຈົ້າສ່ອງແສງຢ່າງສະຫວ່າງສະໄຫວ,

ແສງສະຫວ່າງອັນຮຸ່ງເຮືອງສ່ອງສະຫວ່າງໄປທົ່ວທັງຈັກກະວານ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດປະທັບຢູ່ເທິງບັນລັງຂອງພຣະອົງດ້ວຍຮອຍຍິ້ມ

ທອດພຣະເນດພາບລັກໃໝ່ຂອງຈັກກະວານ.

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! ຮາເລລູຢາ!

ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ!

(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ