ຮູບເງົາຂອງຊາວຄຣິດ “ລູກເອີຍ, ກັບເຮືອນເທາະ” ເລື່ອງລາວແທ້ຈິງຂອງເດັກຊາຍທີ່ມາຫາພຣະເຈົ້າ

15 ເດືອນກໍລະກົດ 2023

ລີ ຊິນກວງ ເປັນນັກຮຽນໃນໂຮງຮຽນມັດທະຍົມຕອນປາຍ. ລາວເປັນເດັກນ້ອຍທີ່ມີເຫດຜົນ ແລະ ປະພຶດຕົວດີຕັ້ງແຕ່ລາວຍັງນ້ອຍ. ພໍ່ແມ່ຂອງລາວ ແລະ ຄູອາຈານຂອງລາວກໍມັກລາວຫຼາຍ. ໃນຂະນະທີ່ໄປໂຮງຮຽນມັດທະຍົມຕອນກາງ, ລາວກໍຫຼົງໄຫຼກັບເກມຄອມພິວເຕີໃນອິນເຕີເນັດ. ລາວຈະຂາດຮຽນຢູ່ເລື້ອຍໆເພື່ອໄປຮ້ານອິນເຕີເນັດ. ພໍ່ແມ່ຂອງລາວເຮັດສຸດຄວາມສາມາດຂອງພວກເຂົາເພື່ອຊ່ວຍໃຫ້ລາວເຊົາຈາກການຕິດເກມຂອງລາວ. ໃນທີ່ສຸດ, ອາການຕິດເກມຂອງ ລີ ຊິນກວງ ກໍຮຸນແຮງຂຶ້ນເລື້ອຍໆ. ລາວສິ້ນຫວັງ ແລະ ປ່ຽນເປັນເດັກນ້ອຍທີ່ສ້າງບັນຫາຢ່າງຊ້າໆ... ເມື່ອພໍ່ແມ່ຂອງ ລີ ຊິນກວງ ຮູ້ສຶກວ່າພວກເຂົາເປັນທຸກໃຈຫຼາຍ, ພວກເຂົາກໍໄດ້ຍິນວ່າພຣະເຈົ້າສາມາດຊ່ວຍຜູ້ຄົນໄດ້, ຊ່ວຍໃຫ້ພວກເຂົາເປັນອິດສະຫຼະຈາກອາການຕິດເກມຂອງພວກເຂົາ ແລະ ເປັນອິດສະຫຼະຈາກຄວາມເສື່ອມຊາມຂອງຊາຕານ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຕັດສິນໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ຫຼຽວໄປເບິ່ງພຣະເຈົ້າເພື່ອໃຫ້ຊ່ວຍລູກຊາຍຂອງພວກເຂົາ. ຈາກພຣະທຳຂອງພຣະເຈົ້າ, ພວກເຂົາໄດ້ເຂົ້າໃຈແຫຼ່ງທີ່ມາຂອງຄວາມເສື່ອມຊາມ ແລະ ຄວາມສິ້ນຫວັງຂອງມະນຸດຊາດ. ພວກເຂົາເຫັນເຖິງຄວາມຈິງໃນຄວາມມືດມົວຂອງມະນຸດ ແລະ ສິ່ງຊົ່ວຮ້າຍ ແລະ ພວກເຂົາເຂົ້າໃຈວ່າມີພຽງແຕ່ພຣະເຈົ້າທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຄວາມເຈັບປວດຂອງຊາຕານ. ສິ່ງດຽວທີ່ ຊິນກວງ ຕ້ອງເຮັດດກໍຄືການເຊື່ອໃນພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ ແລະ ລາວຈະສາມາດເປັນອິດສະຫຼະຈາກອາການຕິດເກມຂອງລາວ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງເຜີຍແຜ່ຂ່າວປະເສີດໃຫ້ ຊິນກວງ ແລະ ຊີ້ນໍາ ຊິນກວງ ໃຫ້ອ່ານພຣະທຳຂອງພຣະເຈົ້າ. ພວກເຂົາອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງຊ່ວຍລູກຊາຍຂອງພວກເຂົາ ແລະ ຊ່ວຍໃຫ້ລາວເປັນອິດສະຫຼະຈາກອາການຕິດເກມຂອງລາວ... ຫຼັງຈາກການຕໍ່ສູ້, ຊິນກວງ ກໍເລີ່ມອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະເຈົ້າ. ພາຍໃຕ້ການຊີ້ນໍາຈາກພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ລາວກໍເປັນອິດສະຫຼະຈາກອາການຕິດເກມຂອງລາວ ແລະ ປົດປ່ອຍຕົນເອງຈາກຄວາມເສື່ອມຊາມ ແລະ ຄວາມເຈັບປວດຂອງຊາຕານ. ໃນທີ່ສຸດ, ລູກຊາຍຄົນນີ້ທີ່ຫຼົງທາງຢ່າງໝົດຫວັງໃນເກມອິນເຕີເນັດ ແລະ ຮ້ານອິນເຕີເນັດກໍກັບມາເຮືອນ!

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ