ເພງຄຣິດສະຕຽນ “ວິທີການສະຫງົບງຽບຕໍ່ໜ້າພຣະເຈົ້າ”

28 ເດືອນມີນາ 2023

ນີ້ໝາຍຄວາມວ່າ ພວກເຈົ້າທຸກຄົນ ຕ້ອງມີເວລາສຳລັບການອຸທິດຕົນຂອງພວກເຈົ້າ,

ເວລາທີ່ທ່ານປະວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ;

ເຮັດໃຫ້ຫົວຂອງໃຈສະຫງົບ

ແລະ ເຮັດໃຫ້ຕົນເອງງຽບຢູ່ຕໍ່ໜ້າພຣະເຈົ້າ.

ທຸກຄົນຕ້ອງເກັບຮັກສາປຶ້ມບັນທຶກ ການອຸທິດຕົນສ່ວນຕົວ ໂດຍບັນທຶກຄວາມຮູ້ ຂອງຕົນກ່ຽວກັບພຣະທໍາຂອງພຣະເຈົ້າ

ແລະ ວິທີທີ່ຈິດວິນຍານຂອງພວກເຈົ້າຖືກດົນບັນດານ

ບໍ່ວ່າສິ່ງທີ່ພວກເຈົ້າບັນທຶກນັ້ນຈະເລິກເຊິ່ງ ຫຼື ເປັນໄປຕາມຜິວເຜີນກໍຕາມ;

ທຸກຄົນຕ້ອງສະຫງົບໃຈ ຂອງພວກເຂົາຢ່າງມີສະຕິຕໍ່ໜ້າພຣະເຈົ້າ.

ຖ້າເຈົ້າສາມາດອຸທິດເວລາໜຶ່ງ ຫຼື ສອງຊົ່ວໂມງ

ໃນແຕ່ລະມື້ສຳລັບຊີວິດທາງຈິດວິນຍານທີ່ແທ້ຈິງ,

ແລ້ວຊີວິດຂອງເຈົ້າໃນມື້ນັ້ນກໍຈະຮູ້ສຶກສົມບູນ

ແລະ ຫົວໃຈຂອງເຈົ້າກໍຈະສົດໃສ ແລະ ປອດໂປ່ງ.

ແລ້ວຫົວໃຈຂອງເຈົ້າ ກໍຈະສາມາດກັບຄືນຫາພຣະເຈົ້າຫຼາຍຂຶ້ນ,

ຈິດວິນຍານຂອງເຈົ້າກໍຈະເຂັ້ມແຂງຍິ່ງຂຶ້ນເລື້ອຍໆ, ສະພາບຂອງເຈົ້າກໍຈະດີຂຶ້ນຢ່າງສະໝໍ່າສະເໝີ,

ເຈົ້າຈະສາມາດຍ່າງຕາມເສັ້ນທາງ ທີ່ພຣະວິນຍານບໍລິສຸດນໍາພາໄປໄດ້ຫຼາຍຂຶ້ນ

ແລະ ພຣະເຈົ້າຈະປະທານພອນໃຫ້ເຈົ້າຫຼາຍຂຶ້ນ.

ໃນໄລຍະເລີ່ມຕົ້ນ ເຈົ້າອາດຈະບໍ່ສາມາດບັນລຸຜົນ

ໄດ້ເປັນຢ່າງດີໃນການສະແຫວງຫານີ້,

ແຕ່ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖົດຖອຍ ຫຼື ຈົມຢູ່ໃນຄວາມຄິດລົບ,

ເຈົ້າຕ້ອງສືບຕໍ່ເຮັດວຽກໃຫ້ໜັກຂຶ້ນ!

ຖ້າພວກເຈົ້າປາຖະໜາ ທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ

ແລ້ວພວກເຈົ້າກໍຕ້ອງເຮັດວຽກ ແຫ່ງການຮ່ວມມືຢ່າງມີສະຕິ.

ຍິ່ງເຈົ້າມີຊີວິດທາງຈິດວິນຍານຫຼາຍເທົ່າໃດ,

ຫົວໃຈຂອງເຈົ້າກໍຍິ່ງຖືກເຂົ້າຍຶດໂດຍ ພຣະທໍາຂອງພຣະເຈົ້າຫຼາຍເທົ່ານັ້ນ,

ກັງວົນກັບສິ່ງເຫຼົ່ານີ້ສະເໝີ,

ແບກຮັບເອົາພາລະນີ້ຢູ່ສະເໝີ.

ຫຼັງຈາກນັ້ນ ກໍເປີດເຜີຍຄວາມຈິງພາຍໃນທີ່ສຸດ

ຂອງເຈົ້າຕໍ່ພຣະເຈົ້າຜ່ານຊີວິດທາງຈິດວິນຍານຂອງເຈົ້າ;

ບອກພຣະອົງເຖິງສິ່ງທີ່ເຈົ້າເຕັມໃຈເຮັດ, ສິ່ງທີ່ເຈົ້າໄດ້ຄິດຄໍານຶງ,

ຄວາມເຂົ້າໃຈ ແລະ ມຸມມອງຂອງເຈົ້າທີ່ມີຕໍ່ພຣະທໍາຂອງພຣະເຈົ້າ.

ຢ່າອົດກັ້ນສິ່ງໃດໄວ້, ບໍ່ ແມ່ນແຕ່ໜ້ອຍດຽວ!

ເຝິກເວົ້າຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງເຈົ້າ

ແລະ ເປີດເຜີຍຄວາມຮູ້ສຶກທີ່ແທ້ຈິງ ຂອງເຈົ້າໃຫ້ພຣະເຈົ້າ;

ຖ້າມັນຢູ່ໃນຫົວໃຈຂອງເຈົ້າ, ແລ້ວໃຫ້ເວົ້າມັນໃນທຸກຮູບແບບ.

ຍິ່ງເຈົ້າເວົ້າໃນລັກສະນະນີ້ຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ

ແລະ ພຣະເຈົ້າຈະດຶງຫົວໃຈຂອງເຈົ້າຢ່າງໜັກແໜ້ນຂຶ້ນ.

ເມື່ອສິ່ງນີ້ເກີດຂຶ້ນ ເຈົ້າຈະຮູ້ສຶກວ່າ ພຣະເຈົ້າມີຄ່າຕໍ່ເຈົ້າຫຼາຍກວ່າຄົນອື່ນ.

ເຈົ້າຈະບໍ່ຈາກພຣະອົງໄປຈັກເທື່ອ ເຖິງວ່າຈະເກີດຫຍັງຂຶ້ນກໍຕາມ.

ຖ້າເຈົ້າປະຕິບັດການອຸທິດທາງຈິດວິນຍານ ໃນລັກສະນະນີ້ທຸກມື້

ແລະ ບໍ່ເອົາອອກຈາກຄວາມຄິດຂອງເຈົ້າ

ແຕ່ປະຕິບັດກັບສິ່ງນັ້ນ ຄືດັ່ງວ່າມັນມີຄວາມສຳຄັນຫຼາຍໃນຊີວິດຂອງເຈົ້າ,

ແລ້ວພຣະທໍາຂອງພຣະເຈົ້າ ກໍຈະສະຖິດຢູ່ໃນຫົວໃຈຂອງເຈົ້າ.

ມັນຄືກັບວ່າຫົວໃຈຂອງເຈົ້າມີຄວາມຮັກຢູ່ສະເໝີ.

ບໍ່ມີຜູ້ໃດສາມາດເອົາຄວາມຮູ້ສຶກນັ້ນໄປຈາກເຈົ້າໄດ້.

ເມື່ອສິ່ງນີ້ເກີດຂຶ້ນ ພຣະເຈົ້າຈະອາໄສຢູ່ໃນໂຕເຈົ້າຢ່າງແທ້ຈິງ

ແລະ ມີພື້ນທີ່ພາຍໃນຫົວໃຈຂອງເຈົ້າ.

ຖ້າພວກເຈົ້າປາຖະໜາ ທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ

ແລ້ວພວກເຈົ້າກໍຕ້ອງເຮັດວຽກ ແຫ່ງການຮ່ວມມືຢ່າງມີສະຕິ.

ຖ້າພວກເຈົ້າປາຖະໜາ ທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ

ແລ້ວພວກເຈົ້າກໍຕ້ອງເຮັດວຽກ ແຫ່ງການຮ່ວມມືຢ່າງມີສະຕິ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ