ເພງຄຣິດສະຕຽນ “ທຸກສິ່ງຢູ່ໃນມືຂອງພຣະເຈົ້າ”

16 ເດືອນມີນາ 2022

ດັ່ງທີ່ພຣະເຈົ້າໄດ້ກ່າວມາກ່ອນໜ້ານີ້

ພຣະເຈົ້າຍຶດໝັ້ນໃນສິ່ງທີ່ພຣະອົງກ່າວ

ສິ່ງທີ່ພຣະເຈົ້າຍຶດໝັ້ນ ພຣະອົງເຮັດໃຫ້ສໍາເລັດສະເໝີ

ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້.

ບໍ່ວ່າຈະເປັນພຣະທໍາທີ່ພຣະເຈົ້າກ່າວໃນອະດີດ

ຫຼື ພຣະທໍາທີ່ພຣະເຈົ້າຈະກ່າວໃນອະນາຄົດ

ພຣະເຈົ້າຈະເຮັດໃຫ້ທຸກສິ່ງເປັນຈິງເທື່ອລະກ້າວ

ແລະ ເຮັດໃຫ້ມະນຸດຊາດທຸກຄົນເຫັນສິ່ງດັ່ງກ່າວເປັນຈິງ.

ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳ

ແລະ ພາລະກິດຂອງພຣະເຈົ້າ.

ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ

ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງພຣະເຈົ້າ.

ມີສິ່ງໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະເຈົ້າ?

ທຸກສິ່ງທີ່ພຣະເຈົ້າເວົ້າໄປແມ່ນຖືກເຮັດໃຫ້ສໍາເລັດ

ແລະ ໃນທ່າມກາງມະນຸດ

ມີໃຜບໍທີ່ສາມາດປ່ຽນແປງຄວາມຄິດຂອງພຣະເຈົ້າໄດ້?

ມັນອາດຈະແມ່ນສັນຍາທີ່ພຣະເຈົ້າສ້າງຂຶ້ນເທິງແຜ່ນດິນໂລກບໍ?

ບໍ່ມີຫຍັງສາມາດຂັດຂວາງແຜນການ

ຂອງພຣະເຈົ້າໃຫ້ກ້າວໄປຂ້າງໜ້າ.

ພຣະເຈົ້າຢູ່ໃນພາລະກິດຂອງພຣະອົງຕະຫຼອດໄປ

ພ້ອມທັງຢູ່ໃນແຜນການແຫ່ງການຄຸ້ມຄອງຂອງພຣະອົງ.

ໃນທ່າມກາງມະນຸດມີຜູ້ໃດແດ່ທີ່ສາມາດຍື່ນມືເຂົ້າມາແຊກແຊງ?

ໃນທ່າມກາງມະນຸດມີຜູ້ໃດແດ່ທີ່ສາມາດຍື່ນມືເຂົ້າມາແຊກແຊງ?

ບໍ່ແມ່ນພຣະເຈົ້າບໍທີ່ໄດ້ປັ້ນແຕ່ງສິ່ງເຫຼົ່ານີ້ດ້ວຍຕົວພຣະອົງເອງ?

ໃນປັດຈຸບັນ ການເຂົ້າສູ່ໂລກນີ້ບໍ່ໄດ້ອອກຫ່າງ

ຈາກແຜນການຂອງພຣະເຈົ້າ

ຫຼື ນອກເໜືອສິ່ງທີ່ພຣະເຈົ້າໄດ້ທໍານາຍໄວ້

ທຸກສິ່ງລ້ວນແລ້ວແຕ່ຖືກພຣະອົງ

ກຳນົດມາເປັນເວລາດົນນານແລ້ວ.

ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຢັ່ງເຖິງຂັ້ນຕອນນີ້

ຂອງແຜນການຂອງພຣະເຈົ້າບໍ?

ປະຊາຊົນຂອງພຣະເຈົ້າຈະຟັງສຽງຂອງພຣະອົງ

ແລະ ທຸກຄົນທີ່ຮັກພຣະເຈົ້າດ້ວຍຄວາມຈິງໃຈ

ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງຢ່າງແນ່ນອນ

ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງຢ່າງແນ່ນອນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ