ເພງຄຣິດສະຕຽນ “ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ” ສຽງແຫ່ງການສັນລະເສີນ 2026
17 ເດືອນມັງກອນ 2026
1
ພຣະເຈົ້າໄດ້ສະເດັດມາຢູ່ເທິງແຜ່ນດິນໂລກກັບມະນຸດເພື່ອສະແດງຄວາມຈິງຫຼາຍຢ່າງ.
ຂ້ານ້ອຍຈຶ່ງບໍ່ສະແຫວງຫາໃນຄວາມເລື່ອນລອຍອີກຕໍ່ໄປ, ເພາະຂ້ານ້ອຍມີພຣະທຳຂອງພຣະເຈົ້າຊົງນຳພາຂ້ານ້ອຍ.
ໃນແຕ່ລະມື້, ຂ້ານ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ;
ພຣະວິນຍານບໍລິສຸດກໍໃຫ້ຄວາມສະຫວ່າງ ແລະ ໃຫ້ແສງເຍືອງທາງແກ່ຂ້ານ້ອຍ.
ຂ້ານ້ອຍເຂົ້າໃຈຄວາມຈິງໄດ້ແຈ່ມແຈ້ງຍິ່ງຂຶ້ນ ແລະ ຊີວິດຂອງຂ້ານ້ອຍກໍກ້າວໜ້າຂຶ້ນທຸກໆວັນ.
ພຣະທຳຂອງພຣະເຈົ້າເປີດໂປງຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຢ່າງຄົບຖ້ວນ,
ເຮັດໃຫ້ທຸກຄົນຍອມຮັບຢ່າງສິ້ນເຊີງ.
ຜ່ານການພິພາກສາຈາກພຣະທຳຂອງພຣະເຈົ້າ ແລະ ທົນທຸກກັບການລອງໃຈຫຼາຍຄັ້ງ,
ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍກໍຖືກຊຳລະລ້າງ.
ເມື່ອໄດ້ຊື່ນຊົມກັບຄວາມອຸດົມສົມບູນແຫ່ງພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ຮັບຫຼາຍແທ້ໆ.
ເມື່ອໄດ້ເຫັນເຖິງຄວາມຊອບທຳ ແລະ ຄວາມບໍລິສຸດແຫ່ງອຸປະນິໄສຂອງພຣະເຈົ້າ,
ຂ້ານ້ອຍກໍຢຳເກງພຣະເຈົ້າ ແລະ ເທິດທູນພຣະອົງ.
ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ.
2
ການອ່ານພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍເຂົ້າໃຈຄວາມຈິງ
ແລະ ກ້າວຂ້າມຂໍ້ຈຳກັດຂອງເນື້ອໜັງ.
ເມື່ອສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ານ້ອຍ,
ຂ້ານ້ອຍກໍໃຊ້ຊີວິດທີ່ເປັນເໝືອນມະນຸດຂອງຄົນຊື່ສັດ.
ຂ້ານ້ອຍເຂົ້າໃຈຄວາມຈິງ ແລະ ຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ;
ຄວາມຈິງແຫ່ງພຣະທຳຂອງພຣະເຈົ້ານັ້ນລ້ຳຄ່າຫຼາຍ.
ເມື່ອປະຕິບັດຕາມພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ຮັບຄວາມຈິງ ແລະ ຊີວິດ
ແລະ ຫົວໃຈຂອງຂ້ານ້ອຍກໍບໍ່ປາຖະໜາສິ່ງໃດອີກແລ້ວ.
ເມື່ອໄດ້ເຫັນວ່າຄວາມຮັກຂອງພຣະເຈົ້ານັ້ນຍິ່ງໃຫຍ່ ແລະ ແທ້ຈິງພຽງໃດ,
ຂ້ານ້ອຍກໍຍິນດີມອບຫົວໃຈທີ່ແທ້ຈິງຂອງຕົນໃຫ້ແກ່ພຣະເຈົ້າ.
ບໍ່ວ່າເສັ້ນທາງຂ້າງໜ້າຈະລຳບາກ ແລະ ຂຸຂະພຽງໃດ,
ຂ້ານ້ອຍກໍຈະຕິດຕາມພຣະເຈົ້າດ້ວຍຄວາມເຊື່ອອັນສູງສຸດ.
ຂ້ານ້ອຍໄລ່ຕາມທີ່ຈະຮັກພຣະເຈົ້າ, ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ;
ເສັ້ນທາງຂ້າງໜ້າກໍຈະສົດໃສຍິ່ງຂຶ້ນເລື້ອຍໆ.
ຂ້ານ້ອຍຈະຕິດຕາມພຣະຄຣິສຈົນເຖິງທີ່ສຸດ ແລະ ທຸ້ມເທສຸດຄວາມຈົງຮັກພັກດີຂອງຕົນ
ເພື່ອຕ້ອນຮັບການປາກົດຂອງພຣະພັກທີ່ຍິ້ມແຍ້ມຂອງພຣະເຈົ້າ.
ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ.
(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ