ການສະແດງການເຕັ້ນລຳ “ປະຊາຊົນທັງໝົດຂອງພຣະເຈົ້າສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ” ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ມີບຸດມະນຸດອົງໜຶ່ງທີ່ສະແດງອອກເຖິງຄວາມຈິງໃນແຕ່ລະມື້
ແລະ ຜູ້ນີ້ກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ.
ພວກເຮົາໄດ້ຍິນສຸລະສຽງຂອງພຣະເຈົ້າ ແລະ ໃນທີ່ສຸດກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ,
ຊ່າງເປັນຄວາມປິຕິຍິນດີອັນຍິ່ງໃຫຍ່ແທ້!
ການໄດ້ເຫັນພຣະພັກຂອງພຣະເຈົ້າທີ່ແທ້ຈິງແມ່ນເກີນກວ່າທີ່ພວກເຮົາເຄີຍຝັນໄວ້!
ໂອ້, ພວກເຮົາຊ່າງໄດ້ຮັບພຣະພອນແທ້!
ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່!
ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ!
ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້!
2
ພວກເຮົາໄດ້ຖືກຍົກຂຶ້ນໄປຕໍ່ໜ້າບັນລັງຂອງພຣະເຈົ້າ
ແລະ ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ.
ພວກເຮົາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າທຸກໆ ມື້ ແລະ ເຂົ້າໃຈຄວາມຈິງຫຼາຍຢ່າງ,
ຫົວໃຈຂອງພວກເຮົາກໍຮູ້ສຶກສະຫວ່າງແຈ້ງຂຶ້ນຢ່າງແທ້ຈິງ!
ພຣະທໍາຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍຮູ້ຈັກຕົນເອງ ແລະ ເຫັນຄວາມເສື່ອມຊາມອັນເລິກເຊິ່ງຂອງຂ້ານ້ອຍ,
ຂ້ານ້ອຍກົ້ມຂາບລົງຕໍ່ໜ້າພຣະເຈົ້າດ້ວຍຄວາມສໍານຶກຜິດຢ່າງຍິ່ງ.
ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່!
ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ!
ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້!
3
ການຕິດຕາມພຣະຄຣິສ ແລະ ການປະຕິບັດໜ້າທີ່ຂອງຂ້ານ້ອຍ
ເຮັດໃຫ້ຊີວິດຂອງຂ້ານ້ອຍມີຄຸນຄ່າ ແລະ ມີຄວາມໝາຍ.
ໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າ
ແລະ ໄດ້ຮັບຄວາມສະຫວ່າງຂອງພຣະວິນຍານບໍລິສຸດ; ຊີວິດຂອງຂ້ານ້ອຍເຕີບໂຕຂຶ້ນຢ່າງໄວວາ!
ການຖືກຊໍາລະໃຫ້ສະອາດຜ່ານການພິພາກສາ ເຮັດໃຫ້ຂ້ານ້ອຍສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ,
ນີ້ຄືພຣະພອນຂອງພຣະເຈົ້າ!
ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່!
ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ!
ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້!
4
ການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ
ເປີດເຜີຍຄວາມບໍລິສຸດ ແລະ ຄວາມຊອບທໍາຂອງພຣະອົງຢ່າງຄົບຖ້ວນ.
ຜູ້ທີ່ຮັກພຣະເຈົ້າກໍຖືກເຮັດໃຫ້ສົມບູນ, ໃນຂະນະທີ່ຜູ້ເຮັດຄວາມຊົ່ວກໍຖືກລົງໂທດ.
ເວລາໄດ້ມາເຖິງແລ້ວ!
ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເອົາຊະນະຊາຕານ ແລະ ໄດ້ສ້າງກຸ່ມຜູ້ທີ່ມີໄຊຊະນະ.
ພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າໄດ້ສໍາເລັດແລ້ວ!
ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່!
ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ!
ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້!
5
ປະຊາຊົນທັງໝົດຂອງພຣະເຈົ້າໂຫ່ຮ້ອງຍິນດີສຽງດັງ
ແລະ ຮ້ອງເພງສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ.
ຄວາມຫາຍະນະໃຫຍ່ໄດ້ມາເຖິງແລ້ວ
ແລະ ພຣະເຈົ້າກໍປະທານລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຊ້າ.
ຂໍສັນລະເສີນຄວາມຊອບທໍາຂອງພຣະເຈົ້າ!
ຜູ້ທີ່ຕໍ່ຕ້ານພຣະເຈົ້າກໍຖືກທໍາລາຍ ແລະ ອານາຈັກຂອງພຣະເຈົ້າກໍໄດ້ປາກົດຂຶ້ນ.
ຂໍສັນລະເສີນພຣະເຈົ້າທີ່ໄດ້ຮັບສະຫງ່າລາສີ!
ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່!
ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ!
ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້!
(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ