ເພງຄຣິດສະຕຽນ “ຫົວໃຈທີ່ຈົງຮັກພັກດີຕໍ່ພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026

17 ເດືອນມັງກອນ 2026

1

ໂອ້ ພຣະເຈົ້າ! ເຖິງແມ່ນຊີວິດຂອງຂ້ານ້ອຍຈະບໍ່ມີຄຸນຄ່າຫຍັງຫຼາຍສໍາລັບພຣະອົງ, ຂ້ານ້ອຍຂໍອຸທິດຊີວິດນີ້ໃຫ້ກັບພຣະອົງ. ເຖິງແມ່ນວ່າມະນຸດຈະບໍ່ຄູ່ຄວນທີ່ຈະຮັກພຣະອົງ ແລະ ຄວາມຮັກ ແລະ ຫົວໃຈຂອງພວກເຂົາຈະໄຮ້ຄ່າ ຂ້ານ້ອຍເຊື່ອວ່າພຣະອົງເຂົ້າໃຈເຈດຕະນາຂອງມະນຸດ. ແລ້ວເຖິງແມ່ນວ່າເນື້ອໜັງຂອງມະນຸດບໍ່ອາດຈະໄດ້ຮັບການຍອມຮັບຈາກພຣະອົງ, ຂ້ານ້ອຍຂໍໃຫ້ພຣະອົງຍອມຮັບເອົາຫົວໃຈຂອງຂ້ານ້ອຍດ້ວຍເທີດ. ຂ້ານ້ອຍເຕັມໃຈທີ່ຈະອຸທິດຫົວໃຈຂອງຂ້ານ້ອຍທັງໝົດໃຫ້ກັບພຣະເຈົ້າ. ເຖິງແມ່ນວ່າຂ້ານ້ອຍຈະບໍ່ສາມາດເຮັດສິ່ງໃດເພື່ອພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢ່າງຈົງຮັກພັກດີ ແລະ ມີຫົວໃຈ ແລະ ຈິດໃຈໜຶ່ງດຽວກັນສຳລັບພຣະເຈົ້າ. ຂ້ານ້ອຍເຊື່ອວ່າພຣະອົງຈະຕ້ອງສຳຫຼວດເບິ່ງຫົວໃຈຂອງຂ້ານ້ອຍ.

2

ໂອ້ ພຣະເຈົ້າ! ຂ້ານ້ອຍບໍ່ຂໍສິ່ງໃດໃນຊີວິດນີ້ ແຕ່ວ່າຄວາມຄິດຮັກຂອງຂ້ານ້ອຍສຳລັບພຣະເຈົ້າ ແລະ ຂໍໃຫ້ຄວາມປາຖະໜາໃນຫົວໃຈຂອງຂ້ານ້ອຍຖືກຍອມຮັບເອົາໂດຍພຣະເຈົ້າດ້ວຍເທີດ. ຂ້ານ້ອຍໄດ້ຢູ່ກັບພຣະເຈົ້າເປັນເວລາດົນນານ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ; ນັ້ນຄືໜີ້ໃຫຍ່ທີ່ສຸດຂອງຂ້ານ້ອຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ຢູ່ກັບພຣະອົງ ຂ້ານ້ອຍກໍບໍ່ໄດ້ຮູ້ຈັກພຣະອົງ ແລະ ຂ້ານ້ອຍເຖິງກັບເວົ້າສິ່ງທີ່ບໍ່ເໝາະສົມລັບຫຼັງພຣະອົງອີກ. ການຄິດເຖິງເລື່ອງນີ້ແລ້ວເຮັດໃຫ້ຂ້ານ້ອຍຮູ້ສຶກເປັນໜີ້ພຣະຄຸນຕໍ່ພຣະເຈົ້າຕື່ມອີກ. ຂ້ານ້ອຍຕໍ່າຕ້ອຍກວ່າຂີ້ຝຸ່ນ. ຂ້ານ້ອຍບໍ່ສາມາດເຮັດສິ່ງໃດໄດ້ນອກຈາກອຸທິດຫົວໃຈທີ່ຈົງຮັກພັກດີນີ້ໃຫ້ກັບພຣະເຈົ້າ.

(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ