ເພງຄຣິດສະຕຽນ “ພຣະເຈົ້າທົນທຸກຢ່າງຫຼວງຫຼາຍເພື່ອຊ່ວຍມະນຸດໃຫ້ລອດພົ້ນ”

28 ເດືອນມີນາ 2023

ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດ

ເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ.

ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ

ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ.

ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ ຄວາມທຸກທໍລະມານຂອງ ຄວາມສົກກະປົກໃນໂລກມະນຸດ

ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ.

ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ,

ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ.

ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ

ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ.

ຍ້ອນພາລະກິດຂອງພຣະເຈົ້າ ໄດ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດ ແລະ ກ່າວໃນບຸກຄົນຂອງພຣະອົງເອງ

ແລະ ຍ້ອນບໍ່ມີທາງທີ່ມະນຸດຈະແຊກແຊງໄດ້,

ພຣະເຈົ້າຈຶ່ງໄດ້ອົດທົນກັບການທົນທຸກ ທີ່ຮຸນແຮງເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ.

ມະນຸດບໍ່ສາມາດເຮັດແທນພາລະກິດຂອງພຣະເຈົ້າໄດ້.

ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ,

ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ.

ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ

ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ.

ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ຜ່ານຜ່າອັນຕະລາຍຫຼາຍກວ່າຄົນ ທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນສອງສາມພັນເທົ່າ

ເພື່ອລົງມາເທິງດິນແດນມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່

ເພື່ອປະຕິບັດພາລະກິດຂອງພຣະອົງເອງ, ໃຊ້ຄວາມຄິດ ແລະ ຄວາມຫ່ວງໃຍທັງໝົດຂອງພຣະອົງ

ເພື່ອໄຖ່ຜູ້ຄົນທຸກຍາກກຸ່ມນີ້, ຜູ້ຄົນກຸ່ມນີ້ທີ່ຈົມຢູ່ໃນກອງຂີ້ສັດ.

ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ,

ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ.

ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ

ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ.

ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ,

ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ.

ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ

ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ