ເພງຄຣິດສະຕຽນ “ພຣະນາມຂອງພຣະເຈົ້າຈະໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວຢ່າງແນ່ນອນ” ສຽງແຫ່ງການສັນລະເສີນ 2026
17 ເດືອນມັງກອນ 2026
1
ຈຸດປະສົງໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາໄດ້ດີຂຶ້ນ ແລະ ຈຸດປະສົງໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດບັນລຸການປ່ຽນແປງໄດ້ດີຍິ່ງຂຶ້ນ. ເຖິງແມ່ນວ່າທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍປະຕິບັດພາລະກິດໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີບ່ອນຢືນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ; ມັນແມ່ນພາລະກິດຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈກ່ຽວກັບສິ່ງດັ່ງກ່າວ ແລະ ແທນທີ່ຈະເປັນແນວນັ້ນ ກັບສົນໃຈກ່ຽວກັບອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ຜູ້ຄົນກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແທນທີ່ຈະເປັນແນວນັ້ນ ກັບສຸມໃສ່ແຕ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາຢ່າງສຸດໃຈ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະເຜີຍແຜ່ໄປໄດ້ແນວໃດ? ພຣະກິດຕິຄຸນຂອງເຮົາຈະຖືກເທດສະໜາໄປທົ່ວໂລກໄດ້ແນວໃດ?
2
ພວກເຈົ້າຄວນຮູ້ວ່າ ເມື່ອພາລະກິດຂອງເຮົາເຜີຍແຜ່ອອກໄປ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະຕີພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາໄດ້ຕີແຕ່ລະຊົນເຜົ່າຂອງອິດສະຣາເອນ. ທັງໝົດນີ້ຈະຖືກເຮັດເພື່ອໃຫ້ພຣະກິດຕິຄຸນຂອງເຮົາເຜີຍແຜ່ອອກໄປທົ່ວແຜ່ນດິນໂລກ ເພື່ອໃຫ້ພາລະກິດຂອງເຮົາເຜີຍແຜ່ໄປເຖິງຊາດທີ່ບໍ່ແມ່ນຊາວຢິວ, ດັ່ງນັ້ນຈຶ່ງເຮັດໃຫ້ພຣະນາມຂອງເຮົາໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ໃນທ່າມກາງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ພຣະນາມອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນໃນປາກຜູ້ຄົນຈາກທຸກຊົນເຜົ່າ ແລະ ທຸກຊາດ. ໃນຍຸກສຸດທ້າຍນີ້, ຈົ່ງໃຫ້ພຣະນາມຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນວ່າຍິ່ງໃຫຍ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ຈົ່ງໃຫ້ຜູ້ຄົນຂອງຊາດທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ຈົ່ງໃຫ້ພວກເຂົາເອີ້ນເຮົາວ່າ ອົງຊົງລິດທານຸພາບສູງສຸດ ຍ້ອນການກະທຳຂອງເຮົາ ແລະ ຈົ່ງໃຫ້ພຣະທຳຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງຜູ້ຄົນຂອງທຸກຊາດທີ່ບໍ່ແມ່ນຊາວຢິວ ແມ່ນແຕ່ບັນດາຊາດທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າ ເຮົາແມ່ນພຣະເຈົ້າຂອງສິ່ງທີ່ຖືກສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ເຮົາປາຖະໜາເຮັດໃຫ້ສຳເລັດໃນຍຸກສຸດທ້າຍ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ