ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 239
22 ເດືອນຕຸລາ 2025
ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກຕົມ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຢ່າງສະເໝີມາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ. ຢ່າງໃດກໍຕາມ, ເຖິງຈະລົ້ມລົງ ແຕ່ໃຈຂອງພວກເຂົາກໍບໍ່ກ້າທີ່ຈະຫຼົງທາງຈາກເຮົາ. ໃນທ່າມກາງສິ່ງຊົງສ້າງ, ມີໃຜແດ່ທີ່ບໍ່ຮັກເຮົາ ຍ້ອນການກະທໍາຂອງເຮົາ? ແມ່ນໃຜທີ່ບໍ່ປາດຖະໜາເຖິງເຮົາຍ້ອນພຣະທໍາຂອງເຮົາ? ໃນຜູ້ໃດທີ່ບໍ່ເກີດມີຄວາມຮູ້ສຶກຍຶດຕິດ ຍ້ອນຄວາມຮັກຂອງເຮົາ? ເນື່ອງຈາກຄວາມເສື່ອມຊາມຂອງຊາຕານເທົ່ານັ້ນ ມະນຸດຈຶ່ງບໍ່ສາມາດໄປຮອດສະພາບທີ່ເຮົາຕ້ອງການ. ແມ່ນແຕ່ມາດຕະຖານທີ່ຕໍ່າສຸດທີ່ເຮົາຮຽກຮ້ອງກໍຍັງເຮັດໃຫ້ຜູ້ຄົນມີຄວາມສົງໄສ, ແລ້ວນັບພາສາຫຍັງໃນປັດຈຸບັນ ເຊິ່ງເປັນຍຸກທີ່ຊາຕານສ້າງຄວາມວຸ້ນວາຍ ແລະ ກົດຂີ່ຂົ່ມເຫັງຢ່າງບ້າປ່ວງ ຫຼື ເປັນຊ່ວງເວລາທີ່ມະນຸດຖືກຊາຕານຢຽບຢ່ຳ ຈົນຮ່າງກາຍທັງໝົດຂອງພວກເຂົາ ຖືກປົກຄຸມໃນຄວາມສົກກະປົກ? ມີເວລາໃດທີ່ຄວາມລົ້ມເຫຼວຂອງມະນຸດ ໃນການເບິ່ງແຍງຫົວໃຈຂອງເຮົາ ອັນເນື່ອງມາຈາກຄວາມຊົ່ວຊ້າຂອງພວກເຂົາ ບໍ່ໄດ້ເຮັດໃຫ້ເຮົາໂສກເສົ້າແດ່? ເປັນໄປໄດ້ບໍ ທີ່ເຮົາມີຄວາມສົງສານຊາຕານ? ເປັນໄປໄດ້ບໍ ທີ່ເຮົາເຂົ້າໃຈຜິດໃນຄວາມຮັກຂອງເຮົາ? ເມື່ອຜູ້ຄົນກະບົດຕໍ່ເຮົາ ໃຈຂອງເຮົາກໍຮ້ອງໄຫ້ຢ່າງລັບໆ; ເມື່ອພວກເຂົາຕໍ່ຕ້ານເຮົາ ເຮົາກໍຂ້ຽນຕີພວກເຂົາ; ເມື່ອພວກເຂົາຖືກເຮົາຊ່ວຍໃຫ້ລອດ ແລະ ຖືກເຮັດໃຫ້ຟື້ນຄືນຊີບຈາກຄວາມຕາຍ ເຮົາກໍລໍ່ລ້ຽງພວກເຂົາດ້ວຍການເບິ່ງແຍງຢ່າງດີທີ່ສຸດ; ເມື່ອພວກເຂົາອ່ອນນ້ອມກັບເຮົາ ໃຈຂອງເຮົາກໍພັກຜ່ອນໄດ້ຢ່າງສະບາຍ ແລະ ເຮົາກໍຮູ້ສຶກເຖິງການປ່ຽນແປງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັນທີ. ເມື່ອມະນຸດສັນລະເສີນເຮົາ ແລ້ວເຮົາຈະບໍ່ມີຄວາມສຸກກັບສິ່ງນັ້ນໄດ້ແນວໃດ? ເມື່ອພວກເຂົາເປັນພະຍານໃຫ້ກັບເຮົາ ແລະ ຖືກເຮົາຮັບເອົາ, ເຮົາຈະບໍ່ໄດ້ຮັບສະຫງ່າລາສີໄດ້ແນວໃດ? ເປັນໄປໄດ້ບໍວ່າ ການທີ່ມະນຸດຈະກະທໍາ ແລະ ປະພຶດແມ່ນບໍ່ໄດ້ຖືກຄວບຄຸມ ແລະ ສະໜອງໂດຍເຮົາ? ເມື່ອເຮົາບໍ່ສະໜອງທິດຊີ້ນໍາໃຫ້, ຜູ້ຄົນກໍຈະຢູ່ລ້າໆ ແລະ ບໍ່ເຮັດຫຍັງ; ຍິ່ງໄປກວ່ານັ້ນ, ລັບຫຼັງເຮົາ ພວກເຂົາກໍຈະພາກັນເຮັດກິດຈະການສົກກະປົກທີ່ “ເປັນຕາສັນລະເສີນ”. ເຈົ້າຄິດວ່າ ເນື້ອໜັງທີ່ເຮົາສວມໃສ່ແມ່ນບໍ່ຮູ້ຫຍັງກ່ຽວກັບການກະທໍາ, ພຶດຕິກໍາ ແລະ ຄໍາເວົ້າຂອງເຈົ້າບໍ? ເຮົາໄດ້ທົນຕໍ່ລົມ ແລະ ຝົນເປັນເວລາຫຼາຍປີ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ປະສົບກັບຄວາມຂົມຂື່ນຂອງໂລກມະນຸດ; ຢ່າງໃດກໍຕາມ, ເມື່ອສະທ້ອນເບິ່ງຢ່າງໃກ້ຊິດແລ້ວ, ບໍ່ມີການທົນທຸກໃນຈໍານວນໃດ ທີ່ສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງສູນເສຍຄວາມຫວັງໃນຕົວເຮົາເລີຍ, ແລ້ວແຮງໄກທີ່ຄວາມຫວານຈະສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງເຢັນຊາ, ທໍ້ແທ້ ຫຼື ປະຕິເສດເຮົາ. ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາແມ່ນຖືກຈໍາກັດຢູ່ທີ່ການຂາດຄວາມທຸກ ຫຼື ການຂາດຄວາມຫວານແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 9
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ