ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 238

19 ເດືອນມັງກອນ 2026

ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ:

ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ຢືນເປັນພະຍານໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມລໍ້ລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ອັກກະຕັນຍູຕໍ່ເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ, ທຸກຄົນຈຳເປັນຕ້ອງຄຳນຶງວ່າການຮູ້ຈັກເຮົາຄືໜ້າທີ່ໆຈຳເປັນຕ້ອງປະຕິບັດຕະຫຼອດຈົນເຖິງທີ່ສຸດ, ຄືກັບການກິນ, ການນຸ່ງຫົ່ມ ແລະ ການນອນ, ເຊິ່ງເປັນສິ່ງທີ່ມະນຸດບໍ່ເຄີຍລືມທີ່ຈະເຮັດແມ່ນແຕ່ຊ່ວງເວລາດຽວ, ເພື່ອວ່າໃນທີ່ສຸດແລ້ວ ການຮູ້ຈັກເຮົາຈະກາຍເປັນສິ່ງທີ່ຄຸ້ນເຄີຍຄືກັບການກິນ, ສິ່ງທີ່ເຈົ້າເຮັດເປັນປະຈໍາ ໂດຍບໍ່ຈໍາເປັນໃຊ້ຄວາມພະຍາຍາມ. ແຕ່ສຳລັບພຣະທຳທີ່ເຮົາກ່າວ, ພຣະທຳທຸກຂໍ້ຕ້ອງຖືກປະຕິບັດດ້ວຍຄວາມເຊື່ອສູງສຸດ ແລະ ຖືກຮັບເອົາຢ່າງສົມບູນ; ບໍ່ສາມາດປະຕິບັດແບບພໍເປັນພິທີ. ຜູ້ໃດທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງເຮົາກໍຈະຖືວ່າກຳລັງຕໍ່ຕ້ານເຮົາໂດຍກົງ; ຜູ້ໃດທີ່ບໍ່ກິນຈາກພຣະທຳຂອງເຮົາ ຫຼື ບໍ່ສະແຫວງຫາເພື່ອຮູ້ຈັກພຣະທຳເຫຼົ່ານັ້ນ ກໍຈະຖືວ່າບໍ່ໄດ້ໃສ່ໃຈຕໍ່ເຮົາ ແລະ ຈະຖືກກວາດລ້າງອອກຈາກເຮືອນຂອງເຮົາໂດຍກົງ. ນີ້ກໍຍ້ອນວ່າ ດັ່ງທີ່ເຮົາໄດ້ກ່າວໃນອະດີດ ສິ່ງທີ່ເຮົາຕ້ອງການບໍ່ແມ່ນຄົນຈຳນວນຫຼາຍ, ແຕ່ເປັນຄົນທີ່ດີເລີດ. ຈາກບັນດາຮ້ອຍຄົນ, ຖ້າມີພຽງແຕ່ຄົນດຽວທີ່ສາມາດຮູ້ຈັກເຮົາຜ່ານທາງພຣະທຳຂອງເຮົາ, ແລ້ວເຮົາກໍຈະກໍາຈັດຄົນອື່ນທີ່ເຫຼືອຖິ້ມໝົດ ເພື່ອສຸມໃສ່ໃນການໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ຄົນນີ້ຄົນດຽວ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ມັນບໍ່ເປັນຈິງທີ່ຄົນຈຳນວນຫຼວງຫຼາຍແຕ່ຢ່າງດຽວຈະສາມາດສະແດງເຖິງເຮົາໄດ້ ແລະ ດຳລົງຊີວິດຕາມເຮົາ. ສິ່ງທີ່ເຮົາຕ້ອງການແມ່ນເຂົ້າສາລີ (ເຖິງແມ່ນເມັດອາດບໍ່ຄົບຖ້ວນ) ແລະ ບໍ່ແມ່ນເຂົ້ານົກ (ເຖິງແມ່ນຈະມີເມັດຢ່າງຄົບຖ້ວນໃຫ້ຊື່ນຊົມກໍຕາມ). ສຳລັບຄົນທີ່ບໍ່ຄຳນຶງເຖິງການສະແຫວງຫາ, ແຕ່ກົງກັນຂ້າມ ປະພຶດໃນລັກສະນະແບບຄົນຂີ້ຄ້ານ, ພວກເຂົາຄວນໜີດ້ວຍຄວາມສະໝັກໃຈຂອງພວກເຂົາເອງ; ເຮົາບໍ່ປາຖະໜາທີ່ຈະເຫັນພວກເຂົາອີກຕໍ່ໄປ, ເພື່ອບໍ່ໃຫ້ພວກເຂົາສືບຕໍ່ນໍາຄວາມອັບອາຍມາສູ່ນາມຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 5

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ