ເພງຄຣິດສະຕຽນ “ພຣະເຈົ້າສ້າງມື້ອື່ນທີ່ສວຍງາມກວ່າໃຫ້ແກ່ມະນຸດຊາດ” | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ເຮົາຈະມອບໝາກໄມ້ທີ່ລໍ້າຄ່າຂອງເຮົາໃຫ້ກັບຊາວນາທີ່ດຸໝັ່ນແຫ່ງການາອານ ຜູ້ທີ່ຕ້ອນຮັບການກັບມາຂອງເຮົາຢ່າງພາກພຽນກະຕືລືລົ້ນ. ເຮົາປາຖະໜາພຽງແຕ່ໃຫ້ສະຫວັນມີຢູ່ຕະຫຼອດໄປ ແລະ ຫຼາຍກວ່ານັ້ນກໍຄື ໃຫ້ມະນຸດບໍ່ເຖົ້າແກ່ຈັກເທື່ອ, ໃຫ້ສະຫວັນ ແລະ ມະນຸດມີ ການຢຸດພັກຕະຫຼອດໄປ ແລະ ໃຫ້ “ຕົ້ນແປກ ແລະ ຕົ້ນສົນ” ທີ່ຂຽວຕະຫຼອດປີເຫຼົ່ານັ້ນຢູ່ຄຽງຄູ່ພຣະເຈົ້າຕະຫຼອດໄປ ແລະ ຢູ່ຄຽງຄູ່ສະຫວັນໃນການເຂົ້າສູ່ຍຸກແຫ່ງອຸດົມຄະຕິຮ່ວມກັນຕະຫຼອດໄປ.
2
ເຮົາມອບຈຸດໝາຍປາຍທາງຂອງມະນຸດໃຫ້ກັບເຂົາ, ເຮົາປະຄວາມອຸດົມສົມບູນທຸກຢ່າງຂອງເຮົາໄວ້ໃຫ້ກັບມະນຸດ, ໂຮຍຊີວິດຂອງເຮົາລົງທ່າມກາງມະນຸດ, ປູກເມັດພືດແຫ່ງຊີວິດຂອງເຮົາໃນທົ່ງນາທີ່ຢູ່ໃນຫົວໃຈຂອງມະນຸດ, ປະຄວາມຊົງຈຳທີ່ເປັນນິລັນໄວ້ໃຫ້ກັບເຂົາ, ປະຄວາມຮັກທັງໝົດຂອງເຮົາໄວ້ໃຫ້ກັບມະນຸດຊາດ ແລະ ມອບທຸກສິ່ງທີ່ມະນຸດຮັກຫອມໃນຕົວເຮົາໃຫ້ກັບມະນຸດ. ເຮົາໄດ້ມອບທັງໝົດຂອງເຮົາໃຫ້ກັບມະນຸດຊາດແລ້ວ. ເຮົາໄດ້ປະຊີວິດທັງໝົດຂອງເຮົາໄວ້ໃຫ້ກັບມະນຸດແລ້ວ ແລະ ເຮົາໄດ້ເຮັດວຽກໜັກເພື່ອໄຖດິນແດນທີ່ສວຍງາມແຫ່ງຄວາມຮັກສຳລັບມະນຸດຊາດ ໂດຍທີ່ບໍ່ເອີ່ຍປາກຈັກຄວາມ; ເຮົາບໍ່ເຄີຍມີຂໍ້ຮຽກຮ້ອງທີ່ສົມເຫດສົມຜົນຕໍ່ກັບມະນຸດຈັກເທື່ອ ແລະ ບໍ່ໄດ້ເຮັດຫຍັງ ນອກຈາກຍອມເຊື່ອຟັງການຈັດແຈງຂອງມະນຸດເທົ່ານັ້ນ ແລະ ສ້າງມື້ອື່ນທີ່ສວຍງາມຂຶ້ນສຳລັບມະນຸດຊາດ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (10))
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ