ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 46

16 ເດືອນພຶດສະພາ 2021

ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜາເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ, ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ, ບ່ອນທີ່ພວກເຮົາໄດ້ຮັບແສງສະຫວ່າງຂອງພຣະອົງ. ທຸກໆມື້, ໃນຊີວິດ, ການກະທຳ, ພຣະທຳ, ຄວາມຄິດ ແລະ ແນວຄິດຂອງພວກເຮົາ, ພວກເຮົາດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ, ສາມາດແຍກແຍະໄດ້ຕະຫຼອດເວລາ. ພຣະທຳຂອງພຣະເຈົ້ານໍາພາເສັ້ນຝ້າຍຜ່ານຮູເຂັມ; ໂດຍບໍ່ຄາດຄິດ ສິ່ງຕ່າງໆທີ່ລີ້ລັບຢູ່ໃນພວກເຮົາກໍເກີດມີແສງສະຫວ່າງຕາມໆກັນມາ. ການສົນທະນາກັບພຣະເຈົ້າບໍ່ໃຫ້ມີການຊັກຊ້າ; ຄວາມຄິດ ແລະ ແນວຄິດຂອງພວກເຮົາຖືກເປີດເຜີຍອອກໂດຍພຣະເຈົ້າ. ໃນທຸກຊ່ວງເວລາ ພວກເຮົາແມ່ນດຳລົງຊີວິດຢູ່ຕໍ່ໜ້າບັນລັງຂອງພຣະຄຣິດ ບ່ອນທີ່ພວກເຮົາໄດ້ຜະເຊີນກັບການພິພາກສາ. ທຸກພາກສ່ວນໃນຮ່າງກາຍຂອງພວກເຮົາຍັງຄົງຖືກຍຶດຄອງໂດຍຊາຕານ. ມື້ນີ້, ເພື່ອທີ່ຈະຟື້ນຟູອຳນາດອະທິປະໄຕຂອງພຣະເຈົ້າ, ພຣະວິຫານຂອງພຣະອົງຕ້ອງຖືກຊໍາລະລ້າງ. ເພື່ອທີ່ຈະຖືກຄອບຄອງໂດຍພຣະເຈົ້າຢ່າງສົມບູນ, ພວກເຮົາຕ້ອງຮ່ວມໃນການດີ້ນລົນຢ່າງເອົາເປັນເອົາຕາຍ. ມີແຕ່ເມື່ອຕົວຕົນດັ່ງເດີມຂອງພວກເຮົາຖືກຄຶງໃສ່ໄມ້ກາງແຂນເທົ່ານັ້ນ, ຊີວິດທີ່ຟື້ນຄືນມາຂອງພຣະຄຣິດຈຶ່ງຈະສາມາດປົກຄອງໄດ້ຢ່າງສູງສຸດ.

ບັດນີ້ ພຣະວິນຍານບໍລິສຸດໄດ້ລະດົມການໂຈມຕີໄປທຸກມຸມຂອງພວກເຮົາເພື່ອຕໍ່ສູ້ເພື່ອການຟື້ນຟູຂອງພວກເຮົາ. ຕາບໃດທີ່ພວກເຮົາພ້ອມທີ່ຈະປະຕິເສດຕົນເອງ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ, ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ຊໍາລະລ້າງພວກເຮົາໃຫ້ບໍລິສຸດຈາກພາຍໃນຢູ່ຕະຫຼອດເວລາຢ່າງແນ່ນອນ ແລະ ຮຽກສິ່ງທີ່ຊາຕານໄດ້ຍຶດຄອງນັ້ນຄືນມາໃໝ່, ເພື່ອວ່າພຣະເຈົ້າຈະເຮັດໃຫ້ພວກເຮົາບໍລິບູນໄດ້ໄວເທົ່າທີ່ຈະເປັນໄປໄດ້. ຢ່າເສຍເວລາ, ໃຫ້ດຳລົງຊີວິດໃນທຸກຊ່ວງເວລາພາຍໃນພຣະທຳຂອງພຣະເຈົ້າ. ໃຫ້ກໍ່ຕົວຂຶ້ນກັບໄພ່ພົນ, ຖືກນໍາເຂົ້າສູ່ອານາຈັກ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 1

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ