ເພງຄຣິດສະຕຽນ “ພຣະເຈົ້າເປັນຜູ້ປົກຄອງແຜນການຄຸ້ມຄອງ 6.000 ປີ”

18 ເດືອນມັງກອນ 2022

ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ;

ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ

ແລະ ດ້ວຍເຫດນັ້ນ

ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ.

ນັ້ນແມ່ນການພິສູດວ່າ

ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ.

ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ,

ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່.

ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່,

ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ.

ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ,

ສິ່ງນີ້ແມ່ນເປັນການພິສູດວ່າ

ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ.

ພຽງແຕ່ເມື່ອພຣະເຈົ້າເອງລົງມາ

ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ,

ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ

ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່.

ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ

ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ.

ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ.

ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ

ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ.

ພຣະອົງເປັນຜູ້ວາງແຜນພາລະກິດ

ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ

ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່

ເຮັດໃຫ້ພາລະກິດນັ້ນບັນລຸຜົນ.

ພຣະອົງເປັນຜູ້ວາງແຜນພາລະກິດ

ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ

ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່

ເຮັດໃຫ້ພາລະກິດນັ້ນບັນລຸຜົນ.

ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ

“ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ;

ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ”.

ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງ

ແມ່ນຖືກປະຕິບັດໂດຍພຣະເຈົ້າເອງ.

ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ;

ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້

ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້

ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ.

ເມື່ອພຣະອົງສ້າງແຜ່ນດິນໂລກ,

ພຣະອົງກໍຈະນໍາພາໂລກທັງປວງ

ໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ

ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ

ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ