ເພງຄຣິດສະຕຽນ “ພຣະເຈົ້າຢູ່ໃນສະຫວັນ ແລະ ຍັງຢູ່ເທິງແຜ່ນດິນໂລກ”

02 ເດືອນກັນຍາ 2021

ເທິງແຜ່ນດິນໂລກ, ພຣະເຈົ້າເປັນພຣະເຈົ້າແຫ່ງຄວາມເປັນຈິງ

ທີ່ຢູ່ໃນຫົວໃຈຂອງມະນຸດ

ໃນສະຫວັນ, ພຣະອົງເປັນເຈົ້ານາຍຂອງສັບພະສິ່ງທັງປວງ.

ພຣະເຈົ້າໄດ້ປີນພູເຂົາ ແລະ ລຸຍຂ້າມແມ່ນໍ້າ

ແລະ ພຣະອົງຍັງເລື່ອນລອຍເຂົ້າ ແລະ ອອກທ່າມກາງມະນຸດ.

ແມ່ນໃຜກ້າຕໍ່ຕ້ານພຣະເຈົ້າແຫ່ງຄວາມເປັນຈິງ

ຢ່າງເປີດເຜີຍແດ່?

ແມ່ນໃຜກ້າໜີໄປຈາກອຳນາດ

ການປົກຄອງຂອງອົງຊົງລິດທານຸພາບສູງສຸດ?

ແມ່ນໃຜກ້າຢືນຢັນວ່າພຣະເຈົ້າຢູ່ໃນສະຫວັນ

ໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວເລີຍ?

ຍິ່ງໄປກວ່ານັ້ນ, ແມ່ນໃຜກ້າຢືນຢັນວ່າ

ພຣະເຈົ້າໂຕ້ແຍ່ງບໍ່ໄດ້ຢູ່ແຜ່ນດີນໂລກ?

ບໍ່ມີໃຜໃນມະນຸດຊາດທີ່ສາມາດກ່າວເຖິງສະຖານທີ່ທຸກແຫ່ງ

ທີ່ພຣະເຈົ້າອາໄສເປັນລາຍລະອຽດໄດ້.

ເປັນໄປໄດ້ບໍວ່າ ເມື່ອພຣະເຈົ້າຢູ່ໃນສະຫວັນ

ແລ້ວພຣະອົງກໍເປັນພຣະເຈົ້າທີ່ຢູ່ເໜືອທຳມະຊາດ?

ເປັນໄປໄດ້ບໍວ່າ ເມື່ອພຣະເຈົ້າຢູ່ເທິງແຜ່ນດິນໂລກ

ພຣະອົງກໍເປັນພຣະເຈົ້າແຫ່ງຄວາມເປັນຈິງ?

ແນ່ນອນຢູ່ແລ້ວວ່າ ການທີ່ພຣະເຈົ້າເປັນພຣະເຈົ້າທີ່ແທ້ຈິງ

ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຖືກກໍານົດໂດຍການທີ່ພຣະອົງ

ເປັນຜູ້ປົກຄອງຂອງສັບພະສິ່ງທັງປວງ ຫຼື ຄວາມຈິງທີ່ວ່າ

ພຣະອົງປະສົບກັບຄວາມທົນທຸກຂອງໂລກມະນຸດ

ມັນສາມາດເປັນໄປໄດ້ບໍ?

ພຣະເຈົ້າຢູ່ໃນສະຫວັນ; ພຣະອົງຍັງຢູ່ເທິງແຜ່ນດິນໂລກ

ພຣະອົງຢູ່ທ່າມກາງບັນດາສັບພະສິ່ງທັງປວງ

ແລະ ຍັງຢູ່ທ່າມກາງຄົນຈຳນວນຫຼວງຫຼາຍ.

ມະນຸດສາມາດສຳຜັດພຣະເຈົ້າໃນແຕ່ລະມື້

ຍິ່ງໄປກວ່ານັ້ນ ເຂົາສາມາດເຫັນພຣະອົງໃນແຕ່ລະມື້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ