ເພງຄຣິດສະຕຽນ “ການກະທຳຂອງພຣະເຈົ້າເຕີມເຕັມຈັກກະວານທີ່ກວ້າງໃຫຍ່ໄພສານ”

31 ເດືອນມີນາ 2023

ພຣະເຈົ້າຫຼຽວລົງເບິ່ງທຸກສິ່ງຈາກເບື້ອງສູງ

ແລະ ໃຊ້ອຳນາດເໜືອທຸກສິ່ງຈາກເບື້ອງສູງ.

ໃນລັກສະນະດຽວກັນ, ພຣະເຈົ້າໄດ້ວາງຄວາມລອດພົ້ນຂອງ ພຣະອົງເທິງແຜ່ນດິນໂລກ.

ບໍ່ເຄີຍມີຊ່ວງເວລາໃດທີ່ພຣະເຈົ້າ ບໍ່ໄດ້ຫຼຽວເບິ່ງການກະທຳທຸກຢ່າງຂອງມະນຸດ

ແລະ ທຸກສິ່ງທີ່ພວກເຂົາເວົ້າ ແລະ ກະທຳ ຈາກບ່ອນລັບຂອງພຣະອົງ.

ພຣະເຈົ້າຮູ້ຈັກມະນຸດຄືກັບຝາມືຂອງພຣະອົງ.

ສະຖານທີ່ລັບແມ່ນບ່ອນດໍາລົງຢູ່ຂອງພຣະເຈົ້າ

ແລະ ຫຼັງຄາກົ່ງທັງໝົດ ໃນສະຫວັນແມ່ນຕຽງທີ່ພຣະອົງນອນ.

ກອງກຳລັງຂອງຊາຕານບໍ່ສາມາດມາເຖິງພຣະເຈົ້າໄດ້,

ຍ້ອນພຣະອົງເຕັມລົ້ນດ້ວຍເດຊານຸພາບ, ຄວາມຊອບທຳ ແລະ ການພິພາກສາ.

ພຣະເຈົ້າໄດ້ໄປທຸກບ່ອນທີ່ມີຢູ່,

ພຣະອົງໄດ້ແນມເບິ່ງທົ່ວຈັກກະວານ ທີ່ກວ້າງໃຫຍ່ໄພສານ

ແລະ ພຣະອົງໄດ້ຍ່າງໃນທ່າມກາງທຸກຄົນ,

ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ

ແຕ່ມະນຸດກໍບໍ່ເຄີຍຮູ້ຈັກພຣະອົງຢ່າງແທ້ຈິງ,

ບໍ່ເຄີຍເອົາໃຈໃສ່ພຣະເຈົ້າ ໃນລະຫວ່າງການເດີນທາງຂອງພຣະອົງ.

ຍ້ອນພຣະເຈົ້າມິດງຽບ ແລະ ບໍ່ເຄີຍປະຕິບັດສິ່ງທີ່ເໜືອທໍາມະຊາດ

ຈຶ່ງບໍ່ມີໃຜເຄີຍເຫັນພຣະອົງຢ່າງແທ້ຈິງ.

ປັດຈຸບັນແມ່ນບໍ່ຄືກັນກັບອະດີດ:

ພຣະເຈົ້າຈະເຮັດໃນສິ່ງ ທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ,

ພຣະອົງຈະກ່າວພຣະທໍາ ທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ

ເພາະວ່າ ພຣະເຈົ້າຂໍໃຫ້ທຸກຄົນ ມາຮູ້ຈັກພຣະອົງໃນເນື້ອໜັງ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ