ເພງຄຣິດສະຕຽນ “ພຣະເຈົ້າໃຫ້ພອນຄົນທີ່ຊື່ສັດ”

31 ເດືອນພຶດສະພາ 2023

ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ,

ການເປັນຈິງກັບພຣະເຈົ້າໃນທຸກສິ່ງ,

ການເປີດໃຈກັບພຣະອົງໃນທຸກສິ່ງ,

ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ,

ການບໍ່ພະຍາຍາມຫຼອກລວງຄົນ ທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ

ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າ ເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ.

ນີ້ຄືການເປັນຄົນຊື່ສັດ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ນີ້ຄືຄວາມຊື່ສັດ, ໂອ,​ນີ້ຄືຄວາມຊື່ສັດ.

ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ

ແລະ ເຫດຜົນທີ່ບໍ່ມີຄຸນຄ່າ,

ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ.

ເຈົ້າຈະຄົ້ນພົບແສງສະຫວ່າງ ແລະ ຄວາມລອດພົ້ນໄດ້ແນວໃດ

ຖ້າເຈົ້າບໍ່ເປີດເຜີຍຄວາມລັບຂອງເຈົ້າ?

ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງ ເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ,

ແລ້ວເຈົ້າກໍແມ່ນຄົນທີ່ອາໄສ ຢູ່ໃນຄວາມສະຫວ່າງຕະຫຼອດເວລາ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ນີ້ຄືຄວາມຊື່ສັດ, ໂອ,​ນີ້ຄືຄວາມຊື່ສັດ.

ຖ້າເຈົ້າມີຄວາມສຸກໃນການເປັນຜູ້ຮັບໃຊ້ ໃນເຮືອນຂອງພຣະເຈົ້າ,

ເຮັດວຽກໜັກ, ບໍ່ສະແຫວງຫາກຳໄລ,

ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ

ເພາະເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ.

ຖ້້າເຈົ້າກົງໄປກົງມາ, ສາມາດມອບຊີວິດຂອງເຈົ້າ ເພື່ອເປັນພະຍານໃຫ້ກັບພຣະເຈົ້າ

ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ

ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ,

ແລ້ວເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນ ທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ

ແລະ ເປັນຄົນທີ່ຈະມີຊີວິດ ຢູ່ໃນອານາຈັກຢ່າງນິລັນດອນ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ

ແລະ ຄໍາເວົ້າທີ່ບໍລິສຸດ

ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.

ນີ້ຄືຄວາມຊື່ສັດ, ໂອ,​ນີ້ຄືຄວາມຊື່ສັດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ